ຜູ້ຕາງໜ້າສື່ມວນຊົນຈາກປະເທດສະມາຊິກອາຊຽນ ແລະ ສື່ມວນຊົນຈາກອົງກອນຕ່າງໆ ພາຍໃນປະເທດຈີນ ເກືອບ 200 ຄົນໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືຄູ່ຮ່ວມມືສື່ມວນຊົນອາຊຽນ ປະຈໍາປີ2022 ຈັດຂຶ້ນຢູ່ນະຄອນຫນານໜິງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ແຫ່ງ ສປ ຈີນ ໃນວັນທີ 15 ກັນຍາ 2022 ທັງແບບເຊີ່ງໜ້າ ແລະ ຜ່ານລະບົບອອນລາຍ ໂດຍແມ່ນວິທະຍຸ-ໂທລະພາບສູນກາງຈີນ ຫລື CMG ແລະ ອົງການປົກຄອງປະຊາຊົນເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຂອງຈີນ ຮ່ວມກັນຈັດຂຶ້ນ ພາຍໃຕ້ຫົວຂໍ້: “ ສະຕິປັນຍາ ການເຊື່ອມໂຍງ ເຊື່ອມຈອດກັນ ເຕົ້້າໂຮມກໍາລັງ”.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອແລກປ່ຽນບົດ ຮຽນຮ່ວມກັນໃນດ້ານສື່ມວນຊົນ ແນ່ໃສ່ຊຸກຍູ້ສົ່ງເສີມການຮ່ວມມືລະຫວ່າງສື່ມວນຊົນຈາກປະເທດສະມາຊິກອາຊຽນ ແລະ ຈີນ ນັບມື້ດີຂຶ້ນກວ່າເກົ່າ ເພື່ອຊ່ວຍກັນສ້າງປະຊາຄົມຮ່ວມສະຕາກໍາອາຊຽນ-ຈີນ ກໍຄື ການພັດທະນາເສດຖະກິດ-ສັງຄົມ, ຄວາມສະຫງົບປອດໄພ ແລະ ຄວາມໝັ້ນຄົງຂອງປະເທດສະມາຊິກອາຊຽນ ແລະ ຈີນ ນັບມື້ດີຂຶ້ນຢ່າງຕໍ່ເນື່ອງ, ລວມເຖີງ ພາກພື້ນ ແລະ ໃນໂລກຕື່ມອີກ.
ໃນກອງປະຊຸມ, ຜູ້ຕາງໜ້າສື່ມວນຊົນຈາກຫລາຍສໍານັກຂ່າວທັງໃນອາຊຽນ ແລະ ຈີນ ໄດ້ຜັດປ່ຽນກັນກ່າວປາໄສ ເຊີ່ງຕ່າງກໍສະໜັບສະໜູນໃຫ້ສື່ມວນຊົນຂອງສອງຝ່າຍສືບຕໍ່ຮ່ວມມືກັນໃນຫລາຍດ້ານຢ່າງຕໍ່ເນື່ອງ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະເທດສະມາຊິກອາຊຽນ ແລະ ຈີນ ນັບມື້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ.
ທ່ານ ຢານ ຊຽງໝິງ ຮອງປະທານ CMG ມີຄໍາເຫັນວ່າ: ໃນຖານະທີ່ເປັນອົງການສື່ສາກົນ ແລະ ອົງການສື່ລັດຂອງຈີນ, ກຸ່ມ ຊີເອັມຈີ ໄດ້ສົ່ງເສີມການແລກປ່ຽນ ແລະ ຮ່ວມມືຢ່າງມີໝາກມີຜົນກັບອົງການສື່ອາຊຽນໃນຊຸມປີຜ່ານມາ, ພ້ອມທັງໄດ້ສ້າງການຮ່ວມມືກັບຄູ່ຮ່ວມອາຊຽນ, ເປີດໂຄງ ການສາຍຮູບເງົາລ້ານຊ້າງ-ແມ່ຂອງ (Lancang-Mekong Open-air Cinema) ແລະ ການແຂ່ງຂັນວິດິໂອຊາວໜຸ່ມອາຊຽນ, ສ້າງສາລະຄະດີມະຫັດສະຈັນອາຊີອາຄະເນ (Amazing Southeast Asia) ແລະ ອອກຖະແຫຼງການຮ່ວມເພື່ອສົ່ງເສີມການຮ່ວມມືລະຫວ່າງ ຊີເອັມຈີ ແລະ ອົງການສື່ມວນຊົນຂອງອາຊຽນ ເຊິ່ງໂຄງການດັ່ງກ່າວໄດ້ເຮັດໃຫ້ພວກເຮົາມີສາຍພົວພັນທີ່ໃກ້ສິດ ແລະ ເລິກເຊິ່ງກວ່າເກົ່າ. ປັດຈຸບັນ CMG ກຳລັງວາງແຜນສ້າງເວທີສື່ຈີນ-ອາຊຽນ ຮ່ວມກັບແຂວງກວາງຊີ, ສ້າງເວທີສື່່ມວນຊົນເພື່ອຮັບໃຊ້ຈີນ ແລະ ອາຊຽນ ໃຫ້ກາຍເປັນເວທີແລກປ່ຽນຂໍ້ມູນຂ່າວລະຫວ່າງປະເທດຂອງພາກພື້ນ.
ທ່ານ ທອງຫລໍ່ ດວງສະຫວັນ, ຫົວໜ້າບັນນາທິການໃຫຍ່ ໜັງສືພິມພາສາຕ່າງປະເທດ (Vientiane Times) ຈາກ ສປປ ລາວ ໄດ້ມີຄໍາເຫັນວ່າ: ໃນຖານະເປັນອົງກອນສື່ມວນຊົນໜຶ່ງ, ໜັງສືພິມວຽງຈັນທາມ ໄດ້ຮ່ວມມືກັບອົງກອນສື່ມວນຊົນຂອງຈີນ ເພື່ອໂຄສະນາຊຸກຍູ້ສົ່ງເສີມການຮ່ວມມືລະຫວ່າງລາວ ແລະ ຈີນ, ລວມເຖີງການຮ່ວມມືລະຫວ່າງອາຊຽນ ແລະ ຈີນ ໃນດ້ານຕ່າງໆ ເປັນຕົ້ນ: ການຄ້າ, ເຕັກໂນໂລຊີ, ເສດຖະກິດດິຈິຕອລ, ການສຶກສາ, ສາ ທາລະນະສຸກ, ສິ່ງແວດລ້ອມ, ວັດທະນະທໍາ ແລະ ຂໍ້ມູນຂ່າວສານ ໂດຍສະເພາະໃນດ້ານສື່ມວນຊົນ ເຊີ່ງໜັງສືພິມວຽງຈັນທາມ ໄດ້ຮັບເລືອກຈາກກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ເປັນສະມາຊິກຂອງສະພາເຄືອຂ່າຍສື່ມວນຊົນໜຶ່ງແລວ ໜຶ່ງເສັ້ນທາງຂອງຈີນ.
ທ່ານຍັງສະແດງເຊື່ອໝັ້ນວ່າ: ອົງກອນສື່ມວນຊົນທັງ ຫຼາຍ ຈະຕັ້ງໜ້າເພີ່່ມທະວີການຮ່ວມມືກັນເພື່ອສົ່ງເສີມເປົ້້າໝາຍຮ່ວມກັນຂອງອາຊຽນ ແລະ ຈີນ ວ່າດ້ວຍສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ດ້ວຍການເຕົ້າ ໂຮມສະ ຕິປັນຍາ, ຮັດແໜ້ນການຮ່ວມມື ແລະ ຄວາມສາມັກຄີກັນ, ເຊີ່ງສິ່ງນີ້ຈະເປັນການຊ່ວຍຍົກລະດັບສາຍພົວພັນອັນໃກ້ສິດລະຫວ່າງອາຊຽນ ແລະ ຈີນ ໃຫ້ນັບມື້ດີຂຶ້ນຢ່າງຕໍ່ ເນື່ອງ.
ນອກຈາກນີ້, ທ່ານຍັງສະແດງຄວາມໝັ້ນໃຈອີກວ່າ: ຜ່ານການປຶກສາຫາລືໃນຄັ້ງນີ້ ຈະມີປະສິດທິຜົນ ແລະ ມີປະໂຫຍດສໍາລັບຜູ້ເຂົ້າຮ່ວມທຸກຄົນ. ຂະນະດຽວກັນ ທ່ານຍັງໄດ້ຖືໂອກາດນີ້ ເຊີນຊວນຊາວຈີນ ກໍຄື ປະຊາຊົນຈີນໄປທົດລອງສໍໍາຜັດກັບລົດໄຟລາວ-ຈີນ ຕື່ມອີກ.
ພາບ: CMG
Loading...