ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມລັດພາຄີ ວ່າດ້ວຍສັນຍາອາຊຽນ ດ້ານມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ຄັ້ງທີ 18 (COP 18) ທີ່ ສປປ ລາວ ເປັນເຈົ້າພາບ ໄດ້ຂຶ້ນໃນວັນທີ 23 ສິງຫາ 2023ນີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີສິ່ງແວດລ້ອມຈາກປະເທດສະມາຊິກອາຊຽນ; ທ່ານ ເອກກະພາບ ພັນທະວົງ ຮອງເລຂາທິການໃຫຍ່ອາຊຽນ ເພື່ອປະຊາຄົມວັດທະນະທໍາສັງຄົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ບຸນຄໍາ ວໍລະຈິດ ໄດ້ຢ້ຳເຖິງຄວາມມຸ່ງໝັ້ນຢ່າງສູງຂອງພວກເຮົາໃນການແກ້ໄຂບັນຫາມົນລະພິດໝອກຄວັນ ເພື່ອບັນລຸວິໄສທັດຂອງອາຊຽນ ທີ່ປາສະຈາກໝອກຄວັນຂ້າມແດນ ພາຍໃນປີ 2030. ມົນລະພິດໝອກຄວັນໃນພູມມິພາກ ໂດຍສະເພາະໃນອານຸພູມມິພາກລຸ່ມແມ່ນໍ້າຂອງຂອງ ທີ່ສູງເຖິງລະດັບອັນຕະລາຍ ແລະ ກໍ່ໃຫ້ເກີດຄວາມສ່ຽງຕໍ່ສຸຂະພາບທີ່ຮ້າຍແຮງ ຊຶ່ງພວກເຮົາຈໍາເປັນຕ້ອງດຳເນີນການ ແລະ ຫາວິທີຮ່ວມກັນແກ້ໄຂສະຖານະການຮ່ວມກັນ ໂດຍສະເພາະໃນລະດູແລ້ງປີນີ້. ໃນນີ້, ມົນລະພິດທີ່ແຜ່ກະຈາຍໃນ 3 ປະເທດ ມີລັກສະນະຮ່ວມກັນ ຊຶ່ງໜຶ່ງໃນນັ້ນຄືສາເຫດຂອງມົນລະພິດຈາກການຜະລິດກະສິກຳ ທີ່ນໍາໄປສູ່ໄຟໄໝ້ປ່າ.
ທ່ານ ຍັງກ່າວຕື່ມວ່າ: ເຖິງແມ່ນວ່າ, ພວກເຮົາຈະມີຄວາມພະຍາຍາມຢ່າງເຕັມທີ່ ແຕ່ພວກເຮົາກໍບໍ່ສາມາດຮັບມືກັບສະຖານະການໄດ້ທັນທ່ວງທີ. ສິ່ງເຫຼົ່ານີ້ ມີຫຼາຍປັດໄຈເຊັ່ນ: ການປ່ຽນແປງຂອງສະພາບພູມອາກາດ ທີ່ທະວີຄວາມຮຸນແຮງຂຶ້ນ ແລະ ສະພາບອາກາດທີ່ຮຸນແຮງ ໂດຍສະເພາະອາກາດຮ້ອນ ແລະ ລະດູແລ້ງ ຊຶ່ງເປັນສາເຫດຫຼັກຂອງການເກີດໄຟປ່າ.
ກອງປະຊຸມຄັ້ງນີ້, ເພື່ອເພີ່ມຂີດຄວາມສາມາດຂອງພວກເຮົາ ແລະ ກຽມຄວາມພ້ອມໃນການປ້ອງກັນ, ຕອບໂຕ້ ແລະ ຟື້ນຟູຈາກມົນລະພິດທາງອາກາດ/ໝອກຄວັນ 2022-2030 (The new ASEAN Peatland Management Strategy-APMS 2022-2030), ການດຳເນີນງານຢ່າງຕໍ່ເນື່ືອງຂອງສັນຍາອາຊຽນ ດ້ານມົນລະພິດໝອກຄວັນຂ້າມຊາຍແດນ (AATHP), ແຜນງານການຮ່ວມມືອາຊຽນ ກ່ຽວກັບການຄວບຄຸມມົນລະພິດໝອກຄວັນຂ້າມຊາຍແດນ ແລະ ຍຸດທະສາດການບໍລິຫານຈັດການພື້ນທີ່ປ່າອາຊຽນ (APMS) 2022-2030.
ຫຼັງຈາກນັ້ນ ໄດ້ມີພິທີມອບ-ຮັບ ຂໍ້ຕົກລົງທີ່ໄດ້ລົງນາມໃນການສ້າງຕັ້ງສູນປະສານງານອາຊຽນ ເພື່ອຄວບຄຸມມົນລະພິດໝອກຄວັນຂ້າມຊາຍແດນ (ACC THPC) ແລະ ຂໍ້ຕົກ ລົງສ້າງຕັ້ງສູນອາຊຽນເພື່ອການປ່ຽນແປງສະພາບພູມອາກາດ (ACCC) ໃຫ້ເລຂາທິການອາຊຽນ ໃນຖານະຜູ້ຮັບຝາກຂອງ EAACC THPC ແລະ EAACCC.