ກອງປະຊຸມລັດຖະມົນຕີສິ່ງແວດລ້ອມອາຊຽນ-ສ.ອາເມລິກາ ຄັ້ງທີ 1 ຈັດຂຶ້ນໃນຕອນບ່າຍວັນທີ 24 ສິງຫາ 2023 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ບຸນຄໍາ ວໍລະຈິດ, ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ.
ກອງປະຊຸມຄັ້ງນີ້ ຖືເປັນໂອກາດສໍາຄັນເພື່ອໃຫ້ລັດຖະມົນຕີສິ່ງແວດລ້ອມອາຊຽນ-ສ.ອາເມລິກາ ໄດ້ແລກປ່ຽນຄວາມຄວາມຄິດຄວາມເຫັນຮ່ວມກັນ ແນໃສ່ເພີ່ມທະວີການຮ່ວມມືລະຫວ່າງອາຊຽນ-ສ.ອາເມລິກາ ເພື່ອບັນລຸເປົ້າໝາຍຮ່ວມໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ກ້າວໄປສູ່ການປ່ອຍອາຍພິດເຮືອນແກ້ວເປັນສູນ.
ທ່ານ ນາງ ບຸນຄໍາ ວໍລະຈິດ ໄດ້ກ່າວໄຂກອງປະຊຸມຄັ້ງນີ້ວ່າ: ອາຊຽນ ແລະ ສ.ອາ ເມລິກາ ຖືສຳຄັນການເພີ່ມທະວີການຮ່ວມມືໃນ 4 ຂົງເຂດທີ່ລະບຸໄວ້ໃນທັດສະນະຂອງອາຊຽນກ່ຽວກັບພາກພື້ນອິນໂດ-ປາຊີຟິກ (AOIP) ຄື: ເຕັກໂນໂລຊີການຂົນສົ່ງທີ່ເປັນມິດກັບສະພາບອາກາດ ລວມມີ: ພາຫະນະໄຟຟ້າ, ລະບົບນິເວດ, ນະຄອນອັດສະລິຍະ, ພື້ນຖານໂຄງລ່າງທີ່ຍືນຍົງ ແລະ ການເຊື່ອມຕໍ່, ສະພາບແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ.
ສະພາບໂລກຮ້ອນບໍ່ພຽງແຕ່ສົ່ງຜົນກະທົບຕໍ່ພາກພື້ນອາຊຽນ ເທົ່ານັ້ນ. ສປປ ລາວ ແລະ ປະເທດສະມາຊິກອາ ຊຽນອື່ນໆ ໄດ້ຮ່ວມກັນມືຢ່າງຕັ້ງໜ້າກັບອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດກ່ຽວກັບໂຄງການການປ່ຽນແປງຂອງດິນຟ້າອາກາດພາຍໃນປະເທດ ແລະ ພາກພື້ນ.
ທ່ານ ນາງ ບຸນຄໍາ ວໍລະຈິດ ກ່າວຕື່ມວ່າ: ແຜນງານດ້ານສິ່ງແວດລ້ອມ ແລະ ສະພາບອາກາດລະຫວ່າງອາຊຽນ-ສ.ອາເມລິກາ ສຸມໃສ່ 4 ຂົງເຂດຕົ້ນຕໍ ຄື: ເພີ່ມທະວີຄວາມການຮ່ວມມືກ່ຽວກັບດິນຟ້າອາກາດໃຫ້ຫລາຍຂຶ້ນກວ່າເກົ່າ, ການຫຼຸດຜ່ອນຜົນກະທົບ ແລະ ການປັບຕົວຂອງພາກພື້ນ, ນະວັດຕະກໍາສໍາລັບການຫລຸດຜ່ອນກັກບອນໃນອະນາຄົດ, ການລະດົມທຶນກ່ຽວກັບສະພາບດິນຟ້າອາກາດ, ການສະ ໜັບສະໜູນການປົກປັກຮັກສາສິ່ງແວດລ້ອມ ແລະ ການອະ ນຸລັກຊີວະນາໆພັນ.
ພ້ອມນີ້ ທ່ານສະແດງຄວາມເຊື່ອໝັ້ນວ່າ: ກອງປະຊຸມຄັ້ງນີ້ ເປັນເວທີທີ່ມີປະສິດ ທິຜົນສຳລັບການຮ່ວມມືກັນໃນອະນາຄົດລະຫວ່າງອາຊຽນ-ສ.ອາເມລິກາໃນການຊຸກຍູ້ສົ່ງເສີມດ້ານນະວັດຕະກໍາເພື່ອສະໜັບສະໜູນການຫຼຸດຜ່ອນຜົນກະທົບ ແລະ ການປັບຕົວຕໍ່ສະພາບດິນຟ້າອາກາດໃນພາກພື້ນ, ລວມທັງການເພີ່ມທະວີຄຳໝັ້ນສັນ ຍາ ແລະ ຄວາມພະຍາຍາມຂອງສອງຝ່າຍເພື່ອບັນລຸເປົ້າໝາຍລວມຂອງການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ພ້ອມທັງປະຕິບັດສັນຍາປາຣີ ວ່າດ້ວຍການປ່ຽນແປງດິນຟ້າອາກາດເພື່ອກ້າວໄປສູ່ການບັນລຸການປ່ອຍອາຍພິດເຮືອນແກ້ວເປັນສູນໃນປີ 2050 ໃຫ້ປະກົດຜົນເປັນຈິງ.
ຂ່າວ: ຄໍາກອງ ກິດຕິຄຸນ ແລະ ດວງສະຫວັນ ຂັນທະວົງສາ

