ກອງປະຊຸຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອິນເດຍ ສະໄໝພິເສດ ເພື່ອສະ ເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງການພົວພັນອາຊຽນ-ອິນເດຍ ໄດ້ຈັດຂຶ້ນໃນວັນທີ 16 ມິຖຸນາ 2022 ທີ່ ນິວເດັນລີ, ອິນເດຍ ໂດຍການເປັນປະທານຮ່ວມຂອງລັດຖະມົນຕີຕ່າງປະເທດສິງກະໂປ ແລະ ລັດຖະມົນຕີຕ່າງປະເທດອິນເດຍ ແລະ ການເຂົ້າຮ່ວມຂອງບັນດາລັດຖະ ມົນຕີຕ່າງປະເທດອາຊຽນ ແລະ ຜູ້ຕາງ ໜ້າ. ໂດຍໄດ້ຮັບການມອບໝາຍຈາກລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ກ່ອນໜ້ານີ້, ໃນວັນທີ 15 ມິຖຸນາ 2022 ກໍໄດ້ມີກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ອິນເດຍ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດ ຖະມົນຕີຕ່າງປະເທດອາຊຽນ-ອິນເດຍ ໃນຄັ້ງນີ້.
ໃນກອງປະຊຸມລັດຖະມົນຕີດັ່ງກ່າວ, ອາຊຽນ ແລະ ອິນເດຍ ໄດ້ສະແດງຄວາມຍິນດີຕໍ່ໝາກຜົນຂອງການຮ່ວມມືອາຊຽນ-ອິນເດຍ ໃນໄລຍະ 30 ປີຜ່ານມາ ໃນດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ແລະ ການເຊື່ອມໂຍງພາກພື້ນ ກໍຄືການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ. ພ້ອມດຽວກັນນັ້ນ, ກອງປະຊຸມລັດຖະມົນຕີ ກໍໄດ້ປຶກສາຫາລືກ່ຽວກັບທິດທາງຮັດແໜ້ນການຮ່ວມມືໃນຕໍ່ໜ້າ ໂດຍໄດ້ເຫັນດີສືບຕໍ່ຮັດແໜ້ນການເປັນຄູ່ຮ່ວມມືຍຸດທະ ສາດອາຊຽນ-ອິນເດຍ ໂດຍຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ອິນ ເດຍ (2021-2025) ຢ່າງມີປະສິດທິຜົນ ໂດຍສະເພາະແມ່ນເພີ່ມທະວີການຮ່ວມມືເພື່ອຮັບມືກັບພະຍາດໂຄວິດ-19 ແລະ ຟື້ນຟູເສດຖະກິດຫຼັງການແຜ່ລະບາດ, ຈັດຕັ້ງປະຕິບັດເຂດການຄ້າເສລີອາຊຽນ-ອິນເດຍ (AIFTA) ຢ່າງມີປະສິດ ທິພາບ ແລະ ເລັ່ງລັດການທົບທວນສັນຍາອາຊຽນ-ອິນເດຍ ວ່າດ້ວຍ ການຄ້າດ້ານສິນຄ້າ, ສະໜັບສະໜູນຈຸລະວິສາ ຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ, ການຫັນເປັນດີຈີຕອນ, ສາທາລະນະສຸກ, ກະສິກໍາ, ການສຶກສາ, ການທ່ອງທ່ຽວ, ການເຊື່ອມຈອດ ແລະ ການສົ່ງເສີມການຮ່ວມມືອະນຸພາກພື້ນ ໂດຍສະເພາະຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ ແລະ ອື່ນໆ.
ນອກຈາກນັ້ນ, ກອງປະຊຸມຍັງໄດ້ຊຸກຍູ້ໃຫ້ເພີ່ມທະວີການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມືດ້ານການເຊື່ອມຈອດຕ່າງໆ ໂດຍສະເພາະໂຄງການທາງດ່ວນສາມຝ່າຍ ອິນເດຍ-ມຽນມາ-ໄທ ແລະ ການຂະຫຍາຍທາງດ່ວນດັ່ງກ່າວເຊື່ອມຕໍ່ມາຍັງ ສປປ ລາວ, ກໍາປູເຈຍ ແລະ ຫວຽດນາມ ໃຫ້ສໍາເລັດໃນເວລາອັນຄວນ. ອັນສໍາຄັນ ອາຊຽນ ແລະ ອິນເດຍ ໄດ້ເຫັນດີເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອກ້າວໄປສູ່ການຍົກລະດັບການພົວ ພັນອາຊຽນ-ອິນເດຍ ຈາກຄູ່ຮ່ວມຍຸດທະ ສາດຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ທີ່ມີຄວາມໝາຍ, ມີເນື້ອໃນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
ໃນວັນດຽວກັນ, ລັດຖະມົນຕີຕ່າງປະ ເທດ ແລະ ຜູ້ຕາງໜ້າຈາກບັນດາປະເທດສະມາຊິກອາຊຽນ ກໍໄດ້ເຂົ້າຢ້ຽມຂໍ່ານັບພະນະທ່ານ ນາເຣັນດຣາ ໂມດີ, ນາຍົກລັດຖະມົນຕີ ແຫ່ງ ອິນເດຍ. ໃນໂອກາດດັ່ງກ່າວ ທ່ານຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນຈາກ ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມາຍັງທ່ານນາຍົກລັດຖະມົນຕີ ແຫ່ງ ອິນເດຍ, ພ້ອມທັງຕີລາຄາສູງຕໍ່ການຮ່ວມມືອາຊຽນ-ອິນ ເດຍ ກໍຄືການຮ່ວມມືໃນຂອບສອງຝ່າຍ ລາວ-ອິນເດຍ ໃນໄລຍະຜ່ານມາ.
ໃນໂອກາດເຂົ້າຮ່ວມກອງປະຊຸມທີ່ນິວເດັນລີ ຄັ້ງນີ້, ທ່ານຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ຍັງໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືເດັນລີ ຄັ້ງທີ 12 (Delhi Dialogue XII) ໂດຍໄດ້ກ່າວບົດປາໄສ ກ່ຽວກັບການພົວພັນຮ່ວມມື ລະຫວ່າງ ອາຊຽນ ແລະ ອິນເດຍ ໃນໄລຍະ 30 ປີຜ່ານມາ, ຊຶ່ງເປັນໜຶ່ງໃນກິດຈະກໍາສະເຫຼີມສະຫຼອງຄົບຮອບ 30 ປີ ການພົວພັນອາຊຽນ-ອິນເດຍ.
ອິນເດຍ ໄດ້ເລີ່ມການພົວພັນຮ່ວມມືເປັນຄູ່ຮ່ວມຂະແໜງການຂອງອາຊຽນ ໃນປີ 1992 ແລະ ກາຍເປັນຄູ່ຮ່ວມເຈລະຈາສົມບູນ ຂອງອາຊຽນ ໃນປີ 1995.
ຂ່າວ;ພາບ: ກົມການຂ່າວ ກະຊວງຕ່າງປະເທດ


