ວັນທີ 17 ມີນາ 2023 ຄະນະຜູ້ແທນ ອາດີດທະຫານອາສາສະໝັກຊ່ວຍການປະຕິວັດລາວ 4 ແຂວງ ພາກເໜືອຂອງ ສສ ຫວຽດນາມ ຄື: ແຂວງ ພູຖໍ້,ແຂວງອຽນບາຍ,ແຂວງຕຽນກວາງ ແລະ ແຂວງ ນິ່ງບິ່ງ ໄດ້ເຄືອນໄຫວຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ສະຫະພັນນັກຮົບເກົ່າ ແຂວງອັດຕະປື,ຊຶ່ງພິທີການຕ້ອນ
ຮັບໄດ້ຈັດຂຶ້ນທີ່ຫ້ອງວ່າການປົກຄອງແຂວງ,ໃຫ້ກຽດຕ້ອນຮັບຂອງສະຫາຍ ພົນຈັດຕະວາ ກັນໄຍ ໄຊຍະສິດ ປະທານສະຫະພັນນັກຮົບເກົ່າ ແຂວງອັດຕະປື,ຝ່າຍຄະນະອາດີດທະຫານອາສາສະໝັກ ສສ ຫວຽດນາມ,ນຳໂດຍສະ ຫາຍ ພັນເອກ ຫວູ ກວາງ ຍາກ ປະທານສະຫະພັນນັກຮົບກຸ່ມ ແຂວງພາກເຫນືອ,ປະທານສະຫະພັນນັກຮົບເກົ່າແຂວງ ພູຖໍ້ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນດັ່ງກ່າວສະຫາຍ ພົນຈັດຕະວາ ກັນໄຍ ໄຊຍະສິດ ປະທານສະຫະພັນນັກຮົບເກົ່າ ແຂວງອັດຕະປື ໄດ້ກ່າວຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະອາດີດທະຫານອາສາສະໝັກຊ່ວຍການປະຕິວັດລາວ ແຫ່ງ ສສ ຫວຽດນາມ ໃນຄັ້ງນີ້,ຊຶ່ງຖືວ່າເປັນການປະກອບສ່ວນທີ່ສຳຄັນຂອງສະຫະພັນນັກຮົບເກົ່າ ຂອງ 2 ຝ່າຍ ໃນການເພີ່ມທະວີ ແລະ ຫັດແໜ້ນຄວາມສາມັກຄີ,ສາຍພົວພັນມິດຕະພາບອັນ
ເປັນມູນເຊື້ອຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານທີ່ ສອງພັກ-ສອງລັດ, ປະຊາຊົນ ສອງຊາດ ລາວ-ຫວຽດນາມ ໄດ້ພ້ອມພາກັນເພີ່ມພູນຄູນສ້າງໃຫ້ງອກງາມ ແລະ ໝັ້ນຄົງມາຮອດທຸກມື້ນີ້.
ໂອກາດດັ່ງກ່າວທັງ 2 ຝ່າຍກໍ່ໄດ້ລາຍງານວຽກງານໃຫ້ກັນຮັບຊາບ,ຊຶ່ງຝ່າຍ ແຂວງອັດຕະປື ໄດ້ລາຍງານກ່ຽວກັບວຽກງານສະຫະພັນນັກຮົບເກົ່າໃນໄລຍະຜ່ານມາ ເຊິ່ງໄດ້ເອົາໃຈໃສ່ກ່ຽວກັບວຽກງານພົວ ພັນຕ່າງປະເທດ,ໂດຍສະເພາະ ໄດ້ເສີມຂະຫຍາຍສາຍພົວພັນລະຫວ່າງ 2 ຊາດ ລາວ-ຫວຽດນາມ,ໄດ້ຕ້ອນຮັບການມາຢ້ຽມຢາມຂອງຄະນະຜູ້ແທນສາມາຄົມນັກຮົບເກົ່າ ແຂວງຕ່າງໆຂອງ ສສ ຫວຽດ ນາມ ແຕ່ປີ 1995 – 2023 ໄດ້ເຄື່ອນ ໄຫວໂຄສະນາໃຫ້ບັນດາການຈັດຕັ້ງຂອງ ເມືອງ ແລະ ບ້ານ ເພື່ອຊອກຄົ້ນອັດຖິຂອງທະຫານອາສາສະໝັກຫວຽດນາມ ທີ່ເສຍຊີວິດໃນປາງສົງຄາມຢູ່ ແຂວງອັດຕະປື,ພົບເຫັນແລ້ວລາຍງານໃຫ້ກອງຂຸດຄົ້ນ k53 ແລ້ວເກັບກູ້ຕາມຮາກຖານຕົວຈິງ ໄດ້ທັງໝົດ 474 ສົບ. ຈາກນັ້ນຝ່າຍອາດີດທະຫານອາສາສະໝັກຊ່ວຍການປະຕິວັດລາວ ແຫ່ງ ສສ ຫວຽດນາມ ໄດ້ລາຍງານການມາເຮັດວຽກຄັ້ງນີ້ ກໍ່ເພື່ອມາຢ້ຽມຢາມສະໜາມຮົບເກົ່າ ແລະ ທ່ອງ ທ່ຽວ ແຂວງອັດຕະປື ພ້ອມຖືໂອກາດແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ບົນພື້ນຖານໄມຕີຈິດມິດຕະພາບ ແລະ ການຮ່ວມມື ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດເທົ່າທຽມກັນ.
ຂ່າວ: ສິດຕິພອນ
