ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເພື່ອຢຸດຕິພະຍາດທີ່ສາມາດປ້ອງກັນໄດ້, ລັດຖະບານໄດ້ເປີດຂະຫຍາຍໂຄງການໃຫ້ວັກຊີນກັນພະຍາດແຫ່ງຊາດໃນປີ 1982. ພວກເຮົາຂໍຊົມເຊີຍລັດຖະບານແຫ່ງ ສປປ ລາວ ທີ່ໄດ້ຫັນເອົາເຈດຕະນາທາງດ້ານການເມືອງໄປສູ່ການຈັດຕັ້ງປະຕິບັດເພື່ອຊ່ວຍຊີວິດເດັກນ້ອຍ ແລະ ຍົກສູງ ສູຂະພາບຂອງປະຊາຊົນໃນທົ່ວປະເທດ . ຜ່ານມາ ສປປ ລາວ ເຄີຍປະເຊີນກັບພະຍາດທີ່ໜັກໜ່ວງເຊັ່ນ: ພະຍາດຫມາກສຸກ, ໂປລີໂອ, ພະຍາດໝາກແດງ ແລະ ຫມາກແດງນ້ອຍ. ຍ້ອນການນຳພາ, ຄຳໝັ້ນສັນຍາ ແລະ ການຮ່ວມມືຂອງລັດຖະບານ ແລະ ບັນດາຄູ່ຮ່ວມພັດທະນາ, ໂຄງການໃຫ້ວັກຊີນປ້ອງກັນພະຍາດແຫ່ງຊາດແບບເປີດກ້ວາງໄດ້ກຳຈັດພະຍາດໂປລີໂອຢ່າງສຳເລັດຜົນ.
ອົງການ ອູຍນິເຊັບ ຂອບໃຈທຸກຄູ່ຮ່ວມງານ, ທີ່ຮ່ວມແຮງຮ່ວມໃຈໃນການໃຫ້ວັກຊີນແກ່ເປົ້າຫມາຍເດັກນ້ອຍ ແລະແມ່ຍິງທຸກຄົນໃນ ສປປ ລາວ. ມາຮອດປະຈຸບັນ, ໂດຍໄດ້ຮັບການສະໜັບສະໜູນຈາກບັນດາຄູ່ຮ່ວມພັດທະນາເຊັ່ນ: ອົງການ GAVI – Vaccine Alliance, ອົງການ Japan Committee for Vaccine, ອົງການ Japan International Cooperation Agency, ອົງການ Korea International Cooperation Agency, ອົງການ Lao Lux-Development, ອົງການ Save the Children Australia, ອົງການ Swiss Red Cross ແລະ ອົງການຊ່ວຍເຫລືອສາກົນຂອງສະຫະລັດອາເມລິກາ (USAID). ລັດຖະບານ ແຫ່ງ ສປປ ລາວ ສາມາດຈັດຕັ້ງປະຕີບັດການໃຫ້ວັກຊີນກັນພະຍາດແບບປົກກະຕິໃຫ້ແກ່ເດັກນ້ອຍເປົ້າຫມາຍທຸກຄົນໂດຍບໍ່ເສຍຄ່າ.
ພວກເຮົາກໍ່ຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງພະນັກງານສາທາລະນະສຸກໃນ ສປປ ລາວ ທີ່ໄດ້ເຮັດວຽກຢ່າງຫນັກເປັນພິເສດເພື່ອສະໜອງການໃຫ້ບໍລິການວັກຊີນກັນພະຍາດໃຫ້ແກ່ເດັກນ້ອຍທຸກຄົນໃນທົ່ວປະເທດ, ແຕ່ເໜືອຮອດໃຕ້, ຕະຫຼອດຈາກເມືອງທີ່ຄຶກຄື້ນໄປເຖິງບ້ານຊົນນະບົດທີ່ງຽບສະຫງົບ.
ອົງການ ອູຍນິເຊັບ ຂໍຂອບໃຈ ປະຊາຊົນລາວ. ນີ້ແມ່ນຈົດໝາຍ ‘ຂໍຂອບໃຈ’ ສົ່ງເຖິງບັນດາທ່ານ, ເພາະວ່າຖ້າທ່ານເຄີຍໄດ້ຮັບວັກຊີນ, ຫຼືໃຫ້ລູກຂອງທ່ານໄດ້ຮັບວັກຊີນປ້ອງກັນພະຍາດ, ແມ່ນຫມາຍຄວາມວ່າ, ທ່ານກໍ່ເປັນສ່ວນຫນຶ່ງຂອງຕ່ອງໂສ້ ເຊື່ອມຕໍ່ກັນທີ່ເຮັດໃຫ້ເດັກນ້ອຍທຸກຄົນ ແລະ ພວກເຮົາທຸກຄົນປອດໄພ. ການມີສ່ວນຮ່ວມຂອງທ່ານເປັນຫຼັກຖານ ຂອງສິ່ງທີ່ມະນຸດສາມາດເຮັດໄດ້ໂດຍການອຸທິດຕົນ, ການຮ່ວມມື ແລະ ການສະແດງຄວາມຮັກ. ສະນັ້ນຈາກພວກເຮົາທຸກຄົນທີ່ ອົງການ ອູຍນິເຊັບ, ແລະ ຈາກເດັກນ້ອຍທຸກຄົນທີ່ມີຊີວິດຢູ່ຍ້ອນການໄດ້ຮັບວັກຊີນ, ຂໍສະແດງ ຄໍາຂອບໃຈ.