ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກຖະແຫລງຕໍ່ສື່ມວນຊົນ ທີ່ກະຊວງສາທາລະນະສຸກ ຕອນເຊົ້າວັນທີ 8 ຕຸລາ 2021 ເຖິງສະພາບການສັກວັກຊິນຢູ່ ສປປ ລາວ ວ່າ ເປັນຫຍັງສັກວັກຊິນແລ້ວຍັງຕິດເຊື້ອໄດ້ ຕໍ່ກໍລະນີນີ້ ທ່ານ ໄດ້ຊີ້ແຈງວ່າ: ການສັກວັກຊິນກັນພະຍາດໂຄວິດ19 ບໍ່ສາມາດປ້ອງກັນການຕິດເຊື້ອພະຍາດໄດ້ 100% , ແຕ່ຫາກໄດ້ສັກວັກຊິນແລ້ວ ຈະສາມາດສ້າງພູມຄຸ້ມກັນໃຫ້ຮ່າງກາຍຂອງເຮົາໄດ້, ຂໍໃຫ້ເຂົ້າໃຈວ່າ ການສັກວັກຊິນ ແມ່ນການສ້າງພູມຕ້ານທານໃຫ້ຮ່າງກາຍຂອງເຮົາ ແຕ່ບໍ່ແມ່ນການປ້ອງກັນການຕິດເຊື້ອ ພວກເຮົາຍັງມີຄວາມຈໍາເປັນຕ້ອງໃຊ້ຜ້າປິດປາກ-ດັງ ແລະລ້າງມືທຸກຄັ້ງທີ່ໄປຈັບບາຍສິ່ງຂອງຕ່າງໆ, ຫລີກເວັ້ນການຢູ່ຮ່ວມກັນຫລາຍຄົນ ຮັກສາໄລຍະຫ່າງ ຈຶ່ງຈະສາມາດປ້ອງກັນການຕິດເຊື້ອໄດ້. ສະນັ້ນການສັກວັກຊິນແມ່ນວິທີປ້ອງກັນທີ່ດີທີ່ສຸດ ດັ່ງຫລາຍປະເທດໄດ້ປະສົບຜົນສໍາເລັດມາແລ້ວ ດັ່ງປະເທດອັງກິດ ທ່ານຈະເຫັນຂ່າວທາງຊ່ອງທາງຕ່າງໆ ນັກກິລາຂອງເພິ່ນສາມາດແຂ່ງຂັນກິລາບານເຕະໄດ້ແລ້ວ ແລະຜູ້ຊົມສາມາດເຂົ້າໄປເບິ່ງ ໄດ້ເປັນຈໍານວນຫລວງຫລາຍ, ນັ້ນຍ້ອນວ່າປະເທດອັງກິດສາມາດສັກວັກຊິນໃຫ້ປະຊາຊົນໄດ້ ຫລາຍກວ່າ 95% ຂຶ້ນໄປ, ນັ້ນແມ່ນຜົນດີຂອງການສັກວັກຊິນ.
ຕໍ່ກໍລະນີທີ່ວ່າ ເປັນຫຍັງຄົນທີ່ສັກວັກຊິນແລ້ວຍັງສາມາດຕິດພະຍາດໂຄວິດໄດ້, ດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ມັນຂຶ້ນກັບພູມຕ້ານທານຂອງຮ່າງກາຍແຕ່ລະຄົນບໍ່ຄືກັນ, ຜູ້ທີ່ແຂງແຮງພາຍຫລັງສັກວັກຊິນແລ້ວ ສາມາດສ້າງພູມຕ້ານທານໄດ້ໄວ ພູມຕ້ານທານກັບພະຍາດກໍແຂງແຮງ, ແຕ່ບາງຄົນສຸຂະພາບບໍ່ແຂງແຮງ ບໍ່ສາມາດສ້າງພູມຕ້ານທານໄດ້ດີ ແຕ່ຜູ້ທີ່ໄດ້ສັກວັກຊິນແລ້ວ ການຕິດເຊື້ອຈະບໍ່ສະແດງອາການຮຸນແຮງ ແລະບໍ່ມີການເສຍຊີວິດ ນີ້ຄືຜົນດີຂອງການສັກວັກຊິນ.
ສະນັ້ນຈຶ່ງຮຽກຮ້ອງເຖິງປະຊາຊົນທຸກເພດໄວ ໂດຍສະເພາະໃນກຸ່ມຜູ້ສູງອາຍຸ ແລະຜູ້ມີພະຍາດປະຈໍາຕົວ ບໍ່ຄວນລັ່ງເລທີ່ຈະໄປຮັບວັກຊິນ, ມາຮອດປະຈຸບັນ ທົ່ວປະເທດຜູ້ສັກວັກໄດ້ທັງໝົດ 5ລ້ານກວ່າຄົນແລ້ວ, ໃນນັ້ນມີຜູ້ສັກເຂັມທີໜື່ງແລ້ວ 3,4ລ້ານກວ່າຄົນ ແລະເຂັມທີສອງ 2,1ລ້ານຄົນ, ໃນຈໍານວນ 5ລ້ານກວ່າຄົນທີ່ສັກວັກຊິນຜ່ານມາຍັງບໍ່ມີຜູ້ໃດເສຍຊີວິດຍ້ອນການສັກວັກຊິນ, ເພາະສະນັ້ນ ຂໍໃຫ້ທ່ານທີ່ຢູ່ໃນກຸ່ມສ່ຽງ ເຊິ່ງຜູ້ທີ່ເສຍຊີວິດຈໍານວນ 22ຄົນຜ່ານມາ ສ່ວນຫລາຍແມ່ນຜູ້ອາຍຸສູງ ແລະກຸ່ມຄົນທີ່ມີພະຍາດປະຈໍາຕົວ ແລະບໍ່ໄດ້ຮັບການສັກວັກຊິນ, ສະນັ້ນຂໍໃຫ້ຜູ້ສູງອາຍຸ ແລະມີພະຍາດປະຈໍາຕົວ ຄວນເຂົ້າເຖິງການສັກວັກຊິນ, ເພາະລະບັບບໍລິການສັກວັກຊິນປະເທດເຮົາ ມີແຕ່ຂັ້ນໂຮງໝໍເມືອງ ເຖິງໂຮງໝໍສູນກາງ ລ້ວນແຕ່ໄດ້ໃຫ້ບໍລິການວັກຊິນແກ່ປະຊາຊົນ.
ສະເພາະໄຕມາດທີ4 ປີນີ້ ລັດຖະບານມີຄວາມພະຍາມຍາມໃຫ້ປະຊາຊົນບັນດາເຜົ່າໄດ້ຮັບວັກຊິນ ໃຫ້ຫລາຍເທົ່າທີ່ຫລາຍໄດ້ ເຊິ່ງປະຈຸບັນມີຜູ້ສັກວັກຊິນ ເຂັມທີໜຶ່ງໄດ້ປະມານ 41% ເຊິ່ງລັດຖະບານຄາດໝາຍໃຫ້ໄດ້ 50 %ຂຶ້ນໄປ ແຕ່ຍ້ອນຄວາມພະຍາຍາມຂອງລັດຖະບານໃນການຈັດຫາວັກຊິນ ອາທິດໜ້ານີ້ ສປປ ລາວ ຈະໄດ້ຮັບວັກຊິນ ຕືມອີກ 1.500.000ໂດສ. ສະນັ້ນຂໍໃຫ້ຜູ້ອາຍຸສູງ ແລະຜູ້ມີພະຍາດປະຈໍາຕົວ ທີ່ຍັງບໍ່ໄດ້ຮັບວັກຊິນຈົ່ງຮີບຮ້ອນໄປສັກວັກຊິນໂດຍໄວ ຖ້າບໍ່ດັ່ງນັ້ນປະເທດເຮົາກໍຈະເກີດສະພາບຄົນເຈັບລົ້ນໂຮງໝໍ ຫລືເສຍຊີວິດຕາມທ້ອງຖະໜົນດັ່ງບາງປະເທດປະສົບມາແລ້ວ ເພາະຄົນເຫລົ່ານັ້ນບໍ່ໄດ້ຮັບວັກຊິນນັ້ນເອັງ.
ສະນັ້ນ ບໍ່ຕ້ອງລັງເລຕໍ່ຜົນກະທົບຈາກການສັກວັກຊິນ ເພາະຢູ່ແຕ່ລະໜ່ວຍສັກວັກຊິນ ໄດ້ມີລະບົບຕິດຕາມຜົນກະທົບຈາກການສັກວັກຊິນໄວ້ທຸກໜ່ວຍ ຂໍໃຫ້ຢ້ານການເສຍຊີວິກຈາດພະຍາດໂຄວິດ19 ໄວ້ກ່ອນ.
ໂດຍ: ເຂີຍຫລ້າ