ພັນໂທ ສຸລິຍາ ສັງບຸດສະດີ ຫົວ ໜ້າ ປກສ ກຸ່ມໜອງດ້ວງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງ ຈັນ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບລາຍ ງານ ຈາກພົນລະເມືອງດີ ເວລາ 2:00 ໂມງ ຄືນວັນທີ 15 ມີນາ 2022 ວ່າ: ມີກຸ່ມຄົນຈໍານວນໜຶ່ງມົ້ວສຸມຢາເສບຕິດ ( ຢາບ້າ ) ຢູ່ຫ້ອງແຖວ ເຂດບ້ານໜອງບົວທອງເໜືອ ເຈົ້າໜ້າທີ່ ປກສ ກຸ່ມ ແລະ ພະນັກງານກໍ່ສ້າງຮາກຖານ ໄດ້ສົມທົບກັບພາກສ່ວນທີ່ກ່ຽວ ຂ້ອງ ລົງກວດກາພິສູດແຫຼ່ງຂ່າວ ແລະ ພົບກຸ່ມມົ້ວສຸມ 3 ຄົນ, ຍິງ 1 ຄົນ ຈິ່ງເຂົ້າຈັບຕົວ ຊື່ທ້າວ ພອນປະດິດ ອາຍຸ 35 ປີ ກໍາມະກອນ ຢູ່ບ້ານໂພນສະອາດ ເມືອງໄຊເສດຖາ, ທ້າວ ໄຊຍະວັນ ອາຍຸ 34 ປີ ກໍາມະກອນ ຢູ່ບ້ານດົງນາໂຊກໃຕ້ ເມືອງສີໂຄດຕະບອງ ແລະ ນາງ ນ້ອຍ ອາຍຸ 26 ປີ ຄ້າ ຂາຍ ຢູ່ບ້ານນາຊາຍເໜືອ ເມືອງນາຊາຍທອງ ພ້ອມທັງຢຶດຢາບ້າໄດ້ 1.023 ເມັດ; ໃນນີ້ 138 ເມັດ ແມ່ນພົບເຫັນຢູ່ໃນຖົງຂອງ ນາງ ນ້ອຍ ແລະ ອີກ 885 ເມັດ ເຈົ້າ ໜ້າທີ່ ໄດ້ພົບເຫັນຢູ່ໃນຫ້ອງນອນ ຂະນະກວດຄົ້ນ ແຕ່ພວກກ່ຽວບໍ່ຍອມຮັບວ່າ ຢາບ້າຈໍານວນດັ່ງກ່າວ ແມ່ນຂອງພວກກ່ຽວ, ຈາກນັ້ນ ເຈົ້າໜ້າທີ່ໄດ້ນໍາຕົວພວກກ່ຽວມາສອບສວນ ຫ້ອງການ ປກສ ກຸ່ມ.
ຜ່ານການສອບສວນ ນາງ ນ້ອຍ ຮັບສາລະພາບວ່າ: ຢາບ້າຈໍານວນ 138 ເມັດ ທີ່ເຈົ້າໜ້າທີ່ພົບເຫັນ ຢູ່ໃນຖົງແມ່ນຂອງຕົນແທ້, ສ່ວນ ທ້າວ ພອນປະດິດ ແລະ ທ້າວ ໄຊຍະວັນ ແມ່ນບໍ່ຍອມຮັບວ່າ ຢາບ້າຈໍານວນ 885 ເມັດ ເປັນຂອງພວກກ່ຽວ, ປກສ ກຸ່ມໜອງດ້ວງ ຈິ່ງສົ່ງຕົວຜູ້ຖືກຫາທັງ 3 ໃຫ້ ປກສ ເມືອງສີໂຄດຕະບອງ ສືບຕໍ່ສືບສວນ-ສອບສວນຂະຫຍາຍຜົນຫາທີ່ໄປທີ່ມາຂອງຢາບ້າ 885 ເມັດ ເພື່ອດໍາເນີນຄະດີຕາມຂັ້ນຕອນກົດໝາຍ.
ພັນໂທ ສຸລິຍາ ສັງບຸດສະດີ ຮຽກ ຮ້ອງມາຍັງປະຊາຊົນ ຈົ່ງພ້ອມກັນເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ໃນການສະກັດກັ້ນ ແລະ ຕ້ານຢາເສບຕິດ ໃຫ້ໝົດໄປຈາກກຸ່ມໜ້ອງດ້ວງ ກໍຄືເມືອງສີໂຄດຕະ ບອງ; ນອກນັ້ນ ຍັງຮຽກຮ້ອງບັນດາຜູ້ປົກຄອງ ໃຫ້ເບີ່ງແຍງລູກຫຼານ ແລະ ຄອຍບອກສອນ ບໍ່ໃຫ້ໄປຫຍຸ້ງກ່ຽວກັບຢາເສບຕິດ ເພາະມັນເປັນໄພອັນຕະລາຍແກ່ຕົນເອງ, ຄອບຄົວ ແລະ ປະເທດຊາດ.
ຂ່າວ,ພາບ: ຫນັງສືພິມ ປ້ອງກັນຄວາມສະຫງົບ


