ພິທີດັ່ງກ່າວຈັດຂຶ້ນທີ່ສູນໃຫຍ່ຂອງ ອີໂວ້ ທີ່ບ້ານຄໍາຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນວັນທີ 18 ກຸມພາ 2022, ຊຶ່ງພິທີດັ່ງກ່າວ ທ່ານ ສີສະວັນ ມ່າຢົງເຊີນ ໄດ້ກຽດຮັບຕໍາແໜ່ງຜູ້ອໍານວຍການໃຫຍ່ ຂອງອີໂວ້ ໂດຍມີຮອງອໍານວຍການອີກ 3 ທ່ານ, ພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນລາວ ເຂົ້າຮ່ວມເປັນສັກຂີພິຍານ
ຫຼັງຈາກນັ້ນ ກໍໄດ້ມີການເຊັນສັນຍາສະໜັບສະໜູນ ວົງການກີລາຕ່າງໆໃນ ສປປ ລາວ ດັ່ງນີ້:
1.ສັນຍາສະໜັບສະໜູນ ສະຫະພັນແລ່ນ-ລານແຫ່ງຊາດລາວ
2.ສັນຍາສະໜັບສະໜູນ ທີມບານເຕະ Lao All Star
3.ສັນຍາສະໜັບສະໜູນ ທີມບານເຕະ ວຽງຈັນ ເອັຟຊີ
4.ສັນຍາສະໜັບສະໜູນ ທີມບານເຕະ ຈໍາປາສັກ ເອັຟຊີ
5.ສັນຍາສະຫນັບສະຫນູນ ທີມບານເຕະ ເອສະຣາ ເອັຟຊີ
6.ສັນຍາສະໜັບສະໜູນ ທີມດີຣັນ ( ERUN )
7.ສັນຍາສະໜັບສະໜູນ ທີມອີໂວ້ ( E-Sport )
8.ສັນຍາສະໜັບສະໜູນ Influencer
ນອກນັ້ນ, ກໍຍັງເຊັນສັນຍາກັບ ອະທິສັກ ຣັຕະນະວົງ ( Sack Cells ), ອັດສະວິນ ເພັດສັງຫານ ( ບ໊ອບບີ່ ), ຄໍາພຸດ ສົມບູນ ( ຕູ້ພຸດ ), ພູມຊະນະ ສີຣິວົງສາ ( ເຈ້ຍ ປາຊີຟິກ ), ອານຸສອນ ໄຊສາ ແລະ ວິລະພອນ ພຸດທະວົງ ( ບີ່ ).






