ໃນວັນທີ 12 ຕຸລາ 2023, ທີ່ເດີ່ນກິລາ ແຂວງອຸດົມໄຊ ໄດ້ຈັດພິທີຈູດ ທຳລາຍ ຢາເສບຕິດ, ໃນໂອກາດ ວັນແຫ່ງຊາດ ຕ້ານຢາເສບຕິດ ຄົບຮອບ 22 ປີ, ການນຳຢາເສບຕິດມາຈູດທຳລາຍ ໃນຄັ້ງນີ້ ປະກອບມີ: ເຮໂຣອິນ 72 ແທ່ງ, ນໍ້າໜັກ 29,03 ກິໂລກຣາມ, ຢາບ້າ 2.608.991 ເມັດ, ນໍ້າໜັກ 306,68 ກິໂລກຣາມ, ຢາບ້າເປັນແປ້ງຝຸ່ນສີແດງຍັງບໍ່ທັນໄດ້ອັດເປັນເມັດ ນ້ຳໜັກ 9,08 ກິໂລກຣາມ, ຢາໄອສ 3 ຫໍ່, ນ້ຳໜັກ 3 ກິໂລກຣາມ, ແປ້ງຝຸ່ນສີຂາວ (ເຄຕາມິນ) ນ້ຳໜັກ 13,9 ກຣາມ, ຝິ່ນ 28,88 ກິໂລກຣາມ, ແກ່ນຝິ່ນ 11 ກິໂລກຣາມ ແລະ ເປືອກໝາກຢາຝິ່ນ 17 ກິໂລກຣາມ, ຊາອັດແຫ້ງ 1 ແທ່ງ, ນ້ຳໜັກ 1 ກິໂລກຣາມ, ແປ້ງຝຸ່ນ 142,19 ກິໂລກຣາມ, ແປ້ງຝຸ່ນສີຂາວ ໃນກະປ່ອງ ຈໍານວນ 500 ກຣາມ, ນ້ຳຢາເຄມີ 6 ແກ້ດ, ນ້ຳສີປະສົມອາຫານ 3 ເປົາ, ຖົງຢາງໃສ່ຢາບ້າ 5 ເປົາ ນ້ຳໜັກ 89,8 ກິໂລກຣາມ, ເຄື່ອງຈັກອັດຢາບ້າ 6 ເຄື່ອງ, ພ້ອມລູກອັດຢາບ້າມີເຄື່ອງໝາຍອັກສອນ WY ຈຳນວນ 99 ລູກ ແລະ ຕູ້ອົບຢາບ້າ 1 ໜ່ວຍ.

ເຂົ້າຮ່ວມໃນພິທີຄັ້ງນີ້, ມີ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ, ປະທານຄະນະກຳມະການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຂັ້ນແຂວງ, ມີເຈົ້າໜ້າທີ່ ປກຊ, ປກສ, ພະແນກການ, ອົງການ, ພາກສ່ວນທຸລະກິດ, ນັກສຶກສາ ແລະ ມວນຊົນພາຍໃນເທສະບານແຂວງອຸດົມໄຊ ເຂົ້າຮ່ວມ.

ພັນເອກ ດວງຈັນ ໄຊວຸດ ຮອງຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ໃຫ້ຮູ້ວ່າ: ຢາເສບຕິດທີ່ນຳມາຈູດທຳລາຍຄັ້ງນີ້, ແມ່ນຢາເສບຕິດທີ່ສານປະຊາຊົນ ໄດ້ຕັດສິນສຳເລັດແລ້ວ. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ຮູ້ເຖິງ ສະພາບການລະບາດຂອງຢາເສບຕິດ ທີ່ແຜ່ລາມຢ່າງກວ້າງຂວາງ ຈາກຕົວເມືອງ ໄປສູ່ຊົນນະບົດ ໃນລະດັບທີ່ແຕກຕ່າງກັນ ກາຍເປັນໄພອັນຕະລາຍສົ່ງຜົນກະທົບເຖິງຄວາມໝັ້ນຄົງຂອງຊາດ, ບ້ານ, ເມືອງ ແລະ ສັງຄົມ, ທັງເປັນອຸປະສັກກົດໜ່ວງຖ່ວງດຶງການສ້າງສາພັດທະນາປະ ເທດຊາດ ນຳຄວາມເສຍຫາຍມາສູ່ຄອບຄົວ, ຄົນຮຸ່ນສືບທອດ ແລະ ປະຊາຊົນລາວບັນດາເຜົ່າ.
ພາຍໃຕ້ການຊີ້ນຳ-ນຳພາ ໂດຍກົງ, ຮອບດ້ານ ແລະ ເດັດຂາດ ຂອງພັກ ແລະ ຫລັກການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຖືເອົາການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ເປັນໜ້າທີ່ອັນຮີບດ່ວນ, ປະຈັນບານ ໃນສະເພາະໜ້າ ແລະ ຍາວນານ ຂອງກຳລັງປ້ອງກັນຄວາມສະຫງົບ ໂດຍປະສານສົມທົບກັບຂະແໜງການຕ່າງໆ ນັບແຕ່ສູນກາງລົງຮອດທ້ອງຖິ່ນ, ຄອບຄົວ ແລະ ທຸກຊັ້ນຄົນໃນສັງຄົມ ສຳຄັນແມ່ນການເພີ່ມທະວີ ວຽກງານໂຄສະນາ, ປຸກ ລະດົມທຸກຊັ້ນຄົນໃນສັງຄົມ ໃຫ້ເປັນເຈົ້າການເຂົ້າຮ່ວມວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຢ່າງແຂງແຮງ, ປະກອບອຸປະກອນເຕັກນິກ-ເຕັກໂນໂລຊີ ທີ່ທັນສະໄໝ ແລະ ຈຳເປັນ ເພື່ອຮັບໃຊ້ເຂົ້າໃນວຽກງານໃຫ້ມີປະສິດທິຜົນສູງ.

ໂອກາດ ຈູດທຳລາຍຢາເສບຕິດຄັ້ງນີ້, ບໍລິສັດ ຈົງອູ ຢາງພາລາ ຍັງໄດ້ມອບເງິນ 100 ລ້ານກີບ ເພື່ອປະກອບສ່ວນເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນບັນຫາຢາມເສບຕິດ ແລະ ແຂວງອຸດົມໄຊ ກໍໄດ້ ມອບໃບຍ້ອງຍໍ ຂອງທ່ານເຈົ້າແຂວງ ໃຫ້ບັນດາຫົວໜ່ວຍຜູ້ປະກອບການທີ່ປະກອບສ່ວນ ວັດຖຸ-ປັດໃຈ, ເງິນສົດ ຊ່ວຍໃນການຈູດທຳລາຍຢາເສບຕິດ ຕື່ມອີກ.