ອຸດົມໄຊ ແມ່ນແຂວງໃຈກາງ ຫລື ແຂວງທາງຜ່ານຂອງບັນດາແຂວງພາກເໜືອຂອງລາວ ແລະ ແມ່ນແຂວງທີ່ມີໄລຍະເສັ້ນທາງລົດໄຟລາວ-ຈີນ ຜ່ານຍາວກວ່າໝູ່ໃນຈໍານວນ 5 ແຂວງຂອງ ສປປ ລາວ ທີ່ມີລົດໄຟດັ່ງກ່າວຜ່ານ ເຊີ່ງມີຄວາມຍາວທັງໝົດ 120 ກວ່າກິໂລແມັດ, ປະກອບມີ 9 ສະຖານີ, ແຕ່ໃນໄລຍະທໍາອິດແມ່ນກໍ່ສ້າງພຽງ 3 ສະຖາ ນີ ຄື: ສະຖານີເມືອງໄຊ, ສະຖານີເມືອງນາໝໍ້, ແລະ ສະຖາ ນີເມືອງງາ, ມີ 30 ກວ່າອຸບມົງ.
ນັບຕັ້ງແຕ່ມື້ເລີ່ມຕົ້ນລົງມືກໍ່ສ້າງ ຫລື ເລີ່ມຈັດຕັ້ງປະຕິ ບັດໂຄງການລົດໄຟລາວ-ຈີນ ເປັນຕົ້ນມາ, ໂດຍຈັດຕັ້ງປະຕິ ບັດຕາມທິດຊີ້ນໍາຂອງພັກ ແລະ ລັດຖະບານ ກໍ່ຄື ກະຊວງປ້ອງກັນຄວາມສະຫງົບ, ກໍາລັງປ້ອງກັນຄວາມສະຫງົບ (ປກສ) ແຂວງອຸດົມໄຊ ໄດ້ຮ່ວມກັບກໍາລັງປ້ອງກັນຊາດ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະ ບຽບຮຽບຮ້ອຍຕາມເສັ້ນທາງລົດໄຟດັ່ງກ່າວທີ່ມີໄລຍະເສັ້ນທາງຜ່ານແຂວງຂອງຕົນຢ່າງເຂັ້ມງວດ ເພື່ອໃຫ້ການຈັດຕັ້ງປະຕິບັດໂຄງການສາມາດດໍາເນີນໄປໄດ້ຢ່າງສະ ດວກສະບາຍ ດ້ວຍການສົ່ງກໍາລັງໄປປະຈໍາຢູ່ບັນດາສະ ຖານີ, ບັນດາອຸບມົງ ແລະ ແຕ່ລະຈຸດສໍາຄັນຕ່າງໆ ຕະ ຫລອດເສັ້ນທາງຢ່າງເຂັ້ມງວດ, ພ້ອມກັນນີ້ ໄດ້ຈັດຕັ້ງໜ່ວຍລາດຕະເວນ ແລະ ໜ່ວຍເຄື່ອນໄຫວໂຄສະນາເພື່ອໃຫ້ປະຊາຊົນຢູ່ບັນດາບ້ານທີ່ຢູ່ຕາມແລວທາງລົດໄຟພາຍ ໃນແຂວງ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມສໍາຄັນ ແລະ ຜົນປະໂຫຍດຂອງໂຄງການດັ່ງກ່າວ, ພ້ອມທັງໃຫ້ການຮ່ວມມືຄຸ້ມຄອງ ແລະ ປົກປັກຮັກສາເສັ້ນເສັ້ນທາງລົດໄຟຮ່ວມກັນຢ່າງຕໍ່ເນື່ອງ. ນອກຈາກນີ້ ໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງເຄື່ອນໄຫວກວດກາ ແລະ ສັ່ງຍຸບຮ້ານເກັບຊື້ເຫລັກເສດທີ່ເຄື່ອນໄຫວບໍ່ຖືກຕ້ອງຈໍານວນໜຶ່ງ, ພ້ອມທັງໄດ້ເຮັດບົດບັນທຶກກັບເຈົ້າຂອງຮ້ານເກັບຊື້ເຫລັກເສດທີ່ມີພາຍໃນແຂວງປັດຈຸບັນ 10 ກວ່າຮ້ານບໍ່ໃຫ້ເກັບຊື້ເຫລັກເສດທີ່ບໍ່ຖືກຕ້ອງຈາກກຸ່ມຄົນບໍ່ດີທີ່ລັກລອບມາຂາຍໃຫ້ ແລະ ອື່ນໆ.
ພົນຈັດຕະວາ ສີວອນ ໄຊຍະວົງ, ຫົວໜ້າກອງບັນຊາ ການ ປກສ ແຂວງອຸດົມໄຊ ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ ໃຫ້ຮູ້ວ່າ: ຜ່ານການເຄື່ອນໄຫວປະຕິບັດວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງລົດໄຟ ລາວ-ຈີນ ຢູ່ແຂວງອຸດົມໄຊ ໃນໄລຍະຜ່ານມາ ພົບເຫັນປະກົດການຫຍໍ້ທໍ້ເກີດຂຶ້ນຈໍານວນໜຶ່ງທີ່ເກີດຂຶ້ນກ່ຽວກັບໂຄງການລົດໄຟລາວ-ຈີນຢູ່ແຂວງອຸດົມໄຊ ໂດຍສະເພາະໃນໄລຍະເລີ່ມຕົ້ນຈັດຕັ້ງປະຕິບັດໂຄງການ ຍ້ອນມີກຸ່ມຄົນບໍ່ດີຈໍານວນໜຶ່ງມາລັກສາຍໄຟ ແລະ ຫລັກຮົ້້ວຂອງໂຄງການ ເຊີ່ງເຈົ້າໜ້າທີ່ຈັບໄດ້ ແລະ ດໍາເນີນການຈາມລະບຽບກົດໝາຍ. ແຕ່ພາຍຫລັງເປີດນໍາໃຊ້ໂຄງການດັ່ງກ່າວຈົນມາຮອດປັດຈຸບັນ ປະກົດ ການດັ່ງກ່າວ ຫລື ປະກົດການຫຍໍ້ທໍ້ອື່ນໆ ແມ່ນບໍ່ປະກົດເຫັນອີກແລ້ວ.
ພ້ອມນີ້, ທ່ານໄດ້ຕີລາຄາວ່າ: ຜ່ານການປະຕິບັດໜ້າທີ່ຂອງກໍາລັງ ປກສ ແຂວງອຸດົມໄຊ ໃນໂຄງການລົດໄຟລາວ -ຈີນ ມາຮອດປັດຈຸບັນ ເຖີງວ່າວຽກງານນີ້ເປັນວຽກງານໃໝ່ ແຕ່ຍ້ອນການຊີ້ນໍາຢ່າງໃກ້ຊິດຂອງຂັ້ນເທີງ ກໍຄື ກະ ຊວງປ້ອງກັນຄວາມສະຫງົບ ທີ່ໄດ້ຈັດສັນງົບປະມານ, ພາຫະນະ ແລະ ອຸປະກອນທີ່ຈໍາເປັນພຽງພໍໂດຍພື້ນຖານ, ບວກມີບັນດານິຕິກໍາທີ່ກ່ຽວຂ້ອງເປັນເຄື່ອງມື ແລະ ບ່ອນອີງສໍາຄັນໃນການຈັດຕັ້ງປະຕິບັດວຽກງານຕົວຈິງ, ລວມເຖີງທຸກພາກສ່ວນທີ່ກ່ຽວຂ້ອງ ແລະ ປະຊາຊົນພາຍໃນແຂວງ ໂດຍສະເພາະປະຊາຊົນທີ່ອາໃສຢູ່ຕາມລຽບເສັ້ນ ທາງລົດໄຟລາວ-ຈີນ ໃຫ້ການຮ່ວມມືຈັດຕັ້ງປະຕິບັດຕາມລະບຽບການທີ່ໂຄງການວາງອອກ ກໍຄື ຂັ້ນເທີງວາງອອກ ຈຶ່ງເຮັດໃຫ້ການ ຈັດຕັ້ງປະຕິບັດວຽກງານທຸກວຽກງານທີ່ຢູ່ໃນຄວາມຮັບຜິດຊອບຂອງ ປກສ ແຂວງ ໄດ້ຮັບຜົນສໍາເລັດດ້ວຍດີຕະ ຫລອດມາ ແລະ ປະກອບສ່ວນສໍາຄັນເຮັດໃຫ້ການບໍລິການລົດໄຟລາວ-ຈີນ ຢູ່ແຂວງອຸດົມໄຊ ໃນປັດ ຈຸບັນນີ້ ມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບ ຮ້ອຍດີ.
ເພື່ອເຮັດໃຫ້ການບໍລິການລົດໄຟລາວ-ຈີນ ຢູ່ແຂວງອຸດົມໄຊ ນັບມື້ໄດ້ຮັບຜົນສໍາເລັດ, ທັງຮັບປະກັນບໍ່ໃຫ້ມີປະ ກົດການຫຍໍ້ທໍ້ດ້ານຕ່າງໆ ເກີດຂຶ້ນ, ກໍາລັງ ປກສ ແຂວງ ຈະສືບຕໍ່ຈັດຕັ້ງປະຕິບັດຕາມການຊີ້ນໍາຂອງຂັ້ນເທີງ ກໍຄື ບັນດາໜ້າທີ່ຈຸດສຸມທີ່ກໍານົດໄວ້ກ່ຽວກັບລົດໄຟລາວ-ຈີນ ຢ່າງເຂັ້ມງວດແລະ ໄດ້ຮັບຜົນສໍາເລັດຕາມທີ່ຄາດໝາຍໄວ້. ຢ່າງໃດກໍຕາມ, ບັນດາໜ້າວຽກທັງໝົດຈະໄດ້ຮັບຜົນສໍາເລັດໄດ້ ມັນຮຽກ ຮ້ອງໃຫ້ທຸກພາກສ່ວນພາຍໃນແຂວງມີສ່ວນຮ່ວມ ແລະ ເປັນເຈົ້າການຮ່ວມກັນ ໂດຍສະເພາະບັນດາປະຊາຊົນທີ່ອາໃສຢູ່ລຽບຕາມແລວທາງລົດໄຟລາວ-ຈີນ ພາຍໃນແຂວງ ຕ້ອງເປັນເຈົ້າການສຶກສາອົບຮົມລູກຫລານຂອງຕົນບໍ່ໃຫ້ໄປລັກອຸປະກອນຕ່າງໆ ຂອງໂຄງ ການລົດໄຟ, ລວມເຖີງບໍ່ເອົາສັດປະເພດຕ່າງໆ ເຂົ້າໄປລ້ຽງໃນເຂດແລວເສັ້ນທາງລົດໄຟລາວ- ຈີນ. ພ້ອມນີ້ ບັນດາຜູ້ປະກອບການຮັບຊື້ເຫລັກເສດຕ້ອງປະຕິບັດຕາມລະບຽບການຢ່າງເຂັ້ມງວດດ້ວຍການບໍ່ຊື້ເຫລັກເສດຈາກກຸ່ມຄົນບໍ່ດີນໍາໄປຂາຍໃຫ້ຢ່າງເດັດຂາດ.
ສໍາລັບໂຄງການທາງລົດໄຟລາວ-ຈີນ ແມ່ນໂຄງການຮ່ວມມືຍຸດທະສາດລະຫວ່າງສອງປະເທດ ລາວ-ຈີນ ແລະແມ່ນສ່ວນໜຶ່ງໃນການຈັດຕັ້ງ ແລະ ຜັນຂະຫຍາຍແຜນຍຸດທະສາດການເຊື່ອມໂຍງ-ເຊື່ອມຈອດພາກພື້ນຂອງລາວ ກໍຄື ການຫັນ “ປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະ ເທດ ເຊື່ອມໂຍງເຊື່ອມຈອດກັບພາກພື້ນ”ແລະ ຂໍ້ລິເລີ່ມ “ ໜຶ່ງແລວ ໜຶ່ງເສັ້ນທາງ ”ຂອງຈີນ ທີ່ມີຄວາມສອດຄ່ອງກັບແຜນແມ່ບົດວ່າດ້ວຍການເຊື່ອມຈອດພາກພື້ນຂອງອາຊຽນໃນປີ 2025. ໃນຖານະເປັນໂຄງການທີ່ເປັນສັນຍາລັກມິດຕະພາບຈີນ-ລາວທັງຢູ່ໃນຂອບຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ທາງລົດໄຟຈີນ-ລາວ ໄດ້ກາຍເປັນການຮັບປະກັນອັນເຂັ້ມແຂງໃຫ້ແກ່ການສ້າງແລວເສດຖະກິດຈີນ-ລາວແລະການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໃຫ້ສຳ ເລັດໄວຂຶ້ນກວ່າເກົ່າ.
Loading...