ຕອນເຊົ້າວັນທີ 8 ເມສາ 2022 ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ສະຫາຍ ດິງ ກົງ ສີ, ຮອງຫົວໜ້າຄະນະກຳມາທິການຕ່າງປະເທດ, ຮອງປະທານຄະນະປະຈຳກຸ່ມສະມາຊິກສະພາແຫ່ງ ຊາດໜຸ່ມ, ຮອງປະທານຄະນະປະຈຳກຸ່ມລັດຖະສະພາມິດຕະ ພາບ ຫວຽດນາມ-ລາວ ພ້ອມຄະນະ ໄດ້ເຂົ້າອວຍພອນ ສະ ຫາຍ ຈັນທະພອນ ຄຳມະນີຈັນ, ອຸປະທູດຊົ່ວຄາວ ພ້ອມດ້ວຍການນຳ ແລະ ພະນັກງານສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດ ນາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດ ບຸນປີໃໝ່ລາວ ພສ 2565.
ສະຫາຍ ດິງ ກົງ ສີ ໄດ້ກ່າວອວຍ ພອນການນຳ ແລະ ພະນັກງານສະຖານທູດ ພ້ອມທັງໄດ້ນຳຄຳອວຍພອນອັນປະເສີດຈາກການນຳຂອງສະພາແຫ່ງຊາດ ໄປຍັງການນຳຂອງສະພາແຫ່ງຊາດ ແລະ ປະຊາຊົນລາວທຸກທົ່ວໜ້າ ເນື່ອງໃນໂອກາດບຸນປີໃໝ່ລາວ ປີ ພສ 2565. ໃນໂອກາດນີ້, ສະ ຫາຍ ດິງ ກົງ ສີ ໄດ້ແຈ້ງແຜນການຈັດກິດຈຳກຳເຄື່ອນໄຫວຂອງສະພາແຫ່ງຊາດ ສສ ຫວຽດນາມ ໃນການສະເຫຼີມສະຫຼອງສອງວັນປະຫວັດສາດ ຄື: ວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ-ລາວ ຄົບຮອບ 60 ປີ (5/9/1962-5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ -ລາວ ຄົບຮອບ 45 ປີ ໃນປີ 2022 (18/7/1977-18/7/2022).
ສະຫາຍ ຈັນທະພອນ ຄຳມະນີຈັນ ໄດ້ກ່າວສະແດງຄວາມຂອບໃຈ ສະຫາຍ ດິງ ກົງ ສີ ທີ່ໄດ້ນຳພາຄະນະມາອວຍພອນປີໃໝ່ລາວ ປີ ພສ 2565 ເຊີ່ງການມາອວຍພອນໃນຄັ້ງນີ້ເປັນການນຳເອົາໄມຕີຈິດມິດຕະພາບອັນອົບອຸ່ນລະຫວ່າງ ລາວ-ຫວຽດ ນາມ ແລະ ເປັນການນຳເອົາກຳລັງໃຈອັນແຮງກ້າມາຍັງການນຳ ແລະ ພະນັກງານສະຖານທູດລາວທີ່ຮ່າໂນ້ຍ, ທັງເປັນການປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນຂອງສອງປະເທດ ລາວ – ຫວຽດນາມ ໃຫ້ໝັ້ນຄົງຂະນົງແກ່ນຕະຫລອດໄປ.
• ໃນວັນດຽວກັນ ສະຫາຍ ອຸປະ ທູດຊົ່ວຄາວ ພ້ອມດ້ວຍຄະນະນຳສະຖານທູດ ຍັງໄດ້ຕ້ອນຮັບການມາອວຍພອນຂອງບັນດາຄະນະ ຄື: ຄະນະໂຄສະນາສຶກສາສູນກາງພັກ, ຄະນະກຳມະການປະຊາຊົນແຂວງບັກຢາງ, ກົມປ້ອງກັນຄວາມ ສະຫງົບຕ່າງປະເທດ (ກະຊວງຕຳຫລວດຫວຽດນາມ), ສະຫະພັນແມ່ຍິງນະຄອນຫລວງຮ່າໂນ້ຍ, ໂຮງຮຽນມິດຕະພາບ 78, ມະຫາວິທະຍາໄລເສດ ຖະກິດ, ສະຖາບັນການເມືອງແຫ່ງ ຊາດ ໂຮ່ຈີມິນ ແລະ ວາລະສານຍຸກສະໄໝ.
ຂ່າວ, ພາບ: ສະຖານທູດລາວທີ່ຮ່າໂນ້ຍ
Loading...