ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ່ານເສີນຫົງຈິ້ງ ອໍານວຍການບໍລິສັດຊິໂນໄຮໂດ ເຊິ່ງເປັນບໍລິສັດທີ່ຮັບຜິດຊອບເຈາະອຸມົງ ເສິນສູນ ແລະ ອຸມົງນາສັງທອງ ແຂວງວຽງຈັນໃຫ້ຮູ້ວ່າ: ອຸມົງເສິນສູນ ແລະ ອຸມົງນາສັງທອງ ຕັ້ງຢູ່ລະຫວ່າງ ແຂວງວຽງຈັນ ກັບແຂວງຫລວງພະບາງ ເປັນອຸມົງທີ່ມີຄວາມຍາວທີ່ສຸດຂອງທາງລົດໄຟລາວ-ຈີນ, ຕັ້ງຢູ່ເຂດປ່າດົງດິບ, ມີພູມສັນຖານສູງຊັນ, ມີທໍລະນີສາດທີ່ສະລັບຊັບຊ້ອນ ສະເພາະອຸມົງເສິນສິນ ມີຄວາມຍາວທັງໝົດ 9.346ແມັດ, ການຂົນສົ່ງອຸປະກອນກໍ່ສ້າງພົບຄວາມຫຍຸ້ງຍາກຫລາຍ ຍ້ອນບໍ່ມີເສັ້ນທາງ ແຕ່ຍ້ອນຄວາມຮຽກຮ້ອງຕ້ອງການຂອງໜ້າວຽກ ບໍລິສັດ ກໍຄືວິຊາການ ແລະກໍາມະກອນ ໄດ້ມີຄວາມຕັດສິນໃຈສູງ ຜ່ານຜ່າອຸສັກ ແລະຂໍ້ຫ້ຍຸງຍາກນາໆປະການ ແຕ່ໄດ້ເສີມຂະຫຍາຍຄວາມປອດໄພ ຄຽງຄູ່ກັບຄຸນນະພາບຂອງການກໍສ້າງ ໂດຍໃຊ້ເຄື່ອງມືທີ່ທັນສະໄໝ ແລະຄົບຖ້ວນໃນການກໍ່ສ້າງອຸມົງ ແຕ່ລະເດືອນສາມາດເຈາະອຸມົງໄດ້ 80ແມັດ ຜ່ານການເຮັດວຽກຢ່າງເປັນເຈົ້າການຂອງອ້າຍນ້ອງວິຊາການ ແລະກໍາມະກອນ ໃນທີ່ສຸດກໍຮັບປະກັນຄວາມຄືບໜ້າແລະປະສົບຜົນສໍາເລັດ.
ທ່ານເສີນຫົງຈິ້ງ ໃຫ້ຮູ້ອີກວ່າ: ນອກຈາກສ້າງອຸມົງເສິນສູນແລ້ວ ບໍລິສັດຂອງຕົນ ຍັງໄດ້ສ້າງອຸມົງນາສັງທອງ ທີ່ມີລະດັບຍາກທີ່ສຸດຂອງເສັ້ນທາງລົດໄຟລາວຈີນ ເພາະພາຍຫລັງເຈາະອຸມົງໄປໄລຍະໜຶ່ງເກີດນໍ້າໄຫລເຂົ້າອຸມົງແບບກະທັນຫັນ ສະເລ່ຍ500ແມັດກ້ອນຕໍ່ມື້ , ເພື່ອຮັບປະກັນໃຫ້ແກ່ການກໍສ້າງ ພວກເຮົາ ໄດ້ຜັດປ່ຽນກັນເຂົ້າແກ້ໄຂສະພາບການຕະຫລອດ 24ຊົ່ວໂມງ ໂດຍໃຊ້ຈັກດູດນໍ້າອອກຈາກອຸມົງ ແລະນໍາໃຊ້ລະບົບພະຍາກອນທໍລະນີສາດຊັ້ນສູງມາຊ່ວຍແກ້ໄຂ ຈຶ່ງຮັບປະກັນຄວາມຄືບໜ້າ ແລະຄຸນນະພາບໃນການກໍ່ສ້າງ.