ທ່ານ ເວີນ ວູ ຜູ້ອໍານວຍການບໍລິສັດທາງລົດໄຟກໍ່ສ້າງສາກົນ ໃຫ້ສຳພາດຕໍ່ສື່ມວນຊົນ ວ່າ: ໃນໄລຍະການກໍ່ສ້າງ ທາງລົດໄຟລາວ-ຈີນ ໄລຍະແຕ່ແຂວງຫລວງນໍ້າທາ ຫາແຂວງອຸດົມໄຊ ມີ ຄວາມຍາວທັງໝົດ 22,3 ກິໂລແມັດ, ລວມມີ 8 ອຸມົງ, 14 ຂົວ, ມີຄວາມຍາວ 6,5 ກິໂລແມັດ ແລະ ສະຖານີ 2ແຫ່ງ, ໂດຍປະຕິບັດຕາມມາດຕະຖານເຕັກນິກຂອງທາງດ່ວນລົດໄຟ ສປ ຈີນ, ຄຸນນະພາບການກໍ່ສ້າງ ໄດ້ຮັບຮອງເປັນເອກກະພາບ ຈາກສະຖາປະນິກກວດກາໃຫຍ່ ສປ ຈີນ ແລະ ບໍລິສັດກວດກາຝ່າຍທີ່ສາມ. ເລີ່ມລົງມືກໍ່ສ້າງຕັ້ງແຕ່ ວັນທີ 01 ມັງກອນ 2017 ແລະ ເດືອນເມສາ ປີ 2017 ໄດ້ເຈາະອຸມົງໄດ້ຕາມແຜນການທີ່ວາງໄວ້, ແລະສຳເລັດວຽກງານກໍ່ສ້າງອຸ ມົງ ແລະ ຂົວ ໃນທ້າຍປີ 2019, ເຊິ່ງເປັນບໍລິສັດທີ່ສ້າງສໍາເລັດກ່ອນໝູ່.


ທ່ານ ເວີນ ວູ ກ່າວຕື່ມວ່າ: ສະຖານີເມືອງໄຊ ທີ່ພວກເຮົາກໍ່ສ້າງ ມີເນື້ອທີ່ 22.000 ຕາແມັດ, ໃນນີ້ລວມມີປູກຫຍ້າສີຂຽວ 9.000 ຕາແມັດ, ສະໜາມຫີນອ່ອນ 4.000 ຕາແມັດ, ມີສະໜາມສິນຄ້າ ເນື້ອທີ 26.000 ຕາແມັດ, ສາງສິນຄ້າ ເທພື້ນແຂງ 5.400 ຕາແມັດ ແລະ ສະໜາມສິນຄ້າຍ່ອຍເທພື້ນແຂງ 4.600 ຕາແມັດ. ການກໍ່ ສ້າງພວກເຮົາໄດ້ຍຶດໝັ້ນແນວຄວາມຄິດ ທັງກໍ່ສ້າງທັງປ້ອງກັນໄປພ້ອມກັນ, ບໍ່ພຽງແຕ່ກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໃຫ້ສຳເລັດເທົ່ານັ້ນ, ຍັງປ້ອງກັນພູຂຽວ, ສາຍນ້ຳໃສທີ່ສວຍງາມຂອງລາວໄວ້ໄດ້. ນອກຈາກນັ້ນ, ພວກເຮົາຍັງໄດ້ຈັດຊື້ອຸປະກອນຂອງລາວ ຈຳນວນຫລາຍ, ໄດ້ຮັບເອົາວິຊາການ ແລະ ກຳມະກອນຄົນລາວເປັນຈຳນວນຫລາຍ ເພື່ອເປັນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ທ້ອງ ຖິ່ນຂອງລາວ, ພ້ອມທັງສ້າງບຸກຄະລາກອນ ທີ່ມີສີມືຊຳນິຊຳນານງານ ເປັນຈຳນວນຫລາຍ.

