ວັນທີ 31 ພຶດສະພາ 2022ນີ້ ຢູ່ທີ່ ຫ້ອງປະຊຸມສະຖາບັນເລືອດແຫ່ງຊາດ ໄດ້ຈັດພິທີສະຫຼຸບໂຄງການຕອບໂຕ້ການລະບາດພະຍາດໂຄວິດ-19 ຂຶ້ນໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ, ທ່ານ ຊັງມາກ ໂຕເມ ຜູ້ຕາງໜ້າອົງການກາແດງສະວິດ ປະຈຳລາວ ພ້ອມດ້ວຍພະນັກງານຮັບຜິດຊອບຈາກສູນກາງແລະແຂວງເຂົ້າຮ່ວມ.
ໃນພິທີ ທ່ານ ດຣ ນາງ ສຸລານີ ຈັນສີ ຮອງຫົວໜ້າກອງສົ່ງເສີມສຸຂະພາບຊຸມຊົນ ອົງການກາແດງແຫ່ງຊາດລາວ, ທັງເປັນຫົວໜ້າໂຄງການ ໄດ້ຂຶ້ນລາຍງານທົບທວນຕີລາຄືນຜົນການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາໃນໃນການຊ່ວຍເຫລືອປະຊາຊົນຜູ້ໄດ້ຮັບຜົນກະທົບຈາກການແຜ່ລະບາດພະຍາດໂຄວິດ19 ໃນແຂວງຕ່າງໆ ເປັນຕົ້ນຫລາຍແຂວງແມ່ນປະຕິບັດໄດ້ດີ ໄລຍະ 08 ເດືອນຜ່ານມາ ເຊັ່ນ: ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ບໍ່ແກ້ວ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ,ສາລະວັນແລະ ແຂວງເຊກອງ ເຊິ່ງມີຈຸດປະສົງເພື່ອໃຫ້ອົງການກາແດງຈັດຕັ້ງປະຕິບັດວຽກງານຕອບໂຕ້,ການແຜ່ລະບາດພະຍາດໂຄວິດ-19ຢູ່ 08ແຂວງເປົ້າໝາຍ, ເພື່ອຫຼຸດຜ່ອນການເຈັບເປັນ, ການເສຍຊີວິດແລະຜົນກະທົບທາງສັງຄົມຂອງການລະບາດພະຍາດໂຄວິດ-19; ເພື່ອຮັບປະກັນການເປັນຄູ່ຮ່ວມມື ແລະ ການຮ່ວມມືຢ່າງມີປະສິດທິພາບລະຫວ່າງຄູ່ຮ່ວມມືໃນໂຄງການ; ກຳນົດພາລະບົດບາດຢ່າງຈະແຈ້ງ ແລະຄວາມຮັບຜິດຊອບຂອງຄູ່ຮ່ວມງານໃນການຈັດຕັ້ງປະຕິບັດ, ຕິດຕາມ, ລາຍງານ, ຄຸ້ມຄອງການເງິນ, ກວດສອບ ແລະ ປະເມີນຜົນ ໂຄງການທີ່ໄດ້ຈັດຕັ້ງປະຕິບັດ ປະກອບມີ ການຝຶກອົບຮົມ, ການໂຄສະນາໃຫ້ຄວາມຮູ້ກຽ່ວກັບການປ້ອງກັນພະຍາດໂຄວິດ-19; ປູກຈິດສຳນຶກກ່ຽວກັບການປ້ອງກັນພະຍາດໂຄວິດ-19 ໃນຊຸມຊົນ; ຂ້າເຊື້ອພະຍາດຢູ່ເຮືອນຜູ້ຕິດເຊື້ອ, ສະຖານທີ່ ທີ່ມີຄວາມສຽ່ງໃນການຕິດເຊື້ອ ແລະ ສູນແຍກປ່ຽວ; ການຊ່ວຍແພດ ໃນສະຖານທີ່ກວດເກັບຕົວຢ່າງເຊື້ອໂຄວິດ-19; ນຳສົ່ງບຸກຄົນທີ່ມີຄວາມສ່ຽງ ຫຼື ຕິດເຊື້ອໂຄວິດ-19; ສະໜອງເຄື່ອງບັນເທົາທຸກໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບໂຄວິດ-19ໃນຊຸມຊົນ; ສະໜອງອຸປະກອນສື່ສານ(ໄອທີ), ອຸປະກອນສື່ສານ(ໂຄສະນາ) ແລະເຄື່ອງປ້ອງກັນໂຄວິດ-19 ແລະ ຕິດຕາມຊຸກຍູ້ວຽກງານໂຄງການ ໂຄງການດັ່ງກ່າວສາມາດມີຜູ້ໄດ້ຮັບຜົນປະໂຫຍດທັງໝົດ 415,565 ຄົນ, ຍິງ 143,224 ຄົນ; ງົບປະມານທີ່ສະໜອງເຂົ້າໃນໂຄງການທັງໝົດ 717,902,744ກີບ; ສ່ວນໂຄງການສະໜັບສະໜູນສູນຈຳກັດບໍລິເວນ ແມ່ນໄດ້ຈັດຕັ້ງຢູ່ 06ແຂວງ ລວມ 62 ສູນ ເຊິ່ງເລີ່ມຈັດຕັ້ງປະຕິບັດໃນເດືອນກັນຍາ ຫາເດືອນ ທັນວາ 2021 ໂດຍສະເພາະແມ່ນໄດ້ສະໜັບສະໜູນ ອາຫານ 376,842ກ໋ອງ, ນ້ຳດື່ມ 49.239ຕຸກ ແລະ ເຄື່ອງໃຊ້ພື້ນຖານ 10.280 ຊຸດ ໃຫ້ແກ່ສູນຈໍາກັດບໍລິເວນ ແລະ ໂຮງໝໍພາກສະໜາມ ເຊິ່ງມີຜູ້ໄດ້ຮັບຜົນປະໂຫຍດທັງໝົດ 10,092 ຄົນ, ຍິງ 5,136 ຄົນ ລວມມູນຄ່າທັງໝົດ 4.999.2377.600 ກີບ
ໃນກອງປະຊຸມ. ທ່ານປະທານອົງການກາແດງແຫ່ງຊາດລາວ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດເຊິ່ງເປັນການປະກອບສ່ວນໃນການຊ່ວຍເຫລືອປະຊາຊົນ ທີ່ໄດ້ພ້ອມກັນຕ້ານພະຍາດໂຕຮ້າຍກາດທີ່ໄດ້ຂ້າມະນຸດຈຳນວນຫລວງຫລາຍໂດຍຮ່ວມກັບພາກສ່ວນທີ່ຂ້ອງໃນການຈັດຕັ້ງປະຕີບັດຈົນສຳເລັດເຮັດໃຫ້ພະຍາດດັ່ງກ່າວຫລຸດນ້ອຍຖອຍລົງເປັນກ້າວໆ ຍ້ອນຄວາມເອົາໃຈໃສ່ ບວກກັບກຳລັງແຮງອາສາສະໝັກແລະພາກສ່ວນຕ່າງໆໃຫ້ການສະຫນັບສະຫນູນ, ຊ່ວຍເຫລືອຜູ້ໄດ້ຜົນທົບຈາການແຜ່ລະບາດພະຍາດໂຄວິດ-19 ຈຶ່ງໄດ້ເຮັດໃຫ້ວຽກງານກາແດງປະສົບຜົນສໍາເລັດເປັນຢ່າງດີ.
Loading...