ໃນວັນທີ 30 ເມສາ 2020 , ທາງອົງການກາແດງແຂວງຜົ້ງສາລີ ນຳໂດຍ ດ໋ອກເຕີ ເປົາລີ ສີຈອມວົງ ຫົວໜ້າອົງການກາແດງແຂວງຜົ້ງສາລີ ແລະ ທ່ານ ທອງສຸກ ເປົາສຸລີ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆຜົ້ງສາລີ ພ້ອມດ້ວຍທິມງານຂັ້ນແຂວງ, ຂັ້ນເມືອງ ໄດ້ນຳເອົາເຄື່ອງຊ່ວຍເຫຼືອບັນເທົາທຸກໄປມອບໃຫ້ແກ່ປະຊາຊົນຜູ້ທີ່ຖືກຜົນກະທົບຈາກລົມພະຍຸພັດໃສ່ເຮືອນ ອັນໄດ້ເຮັດໃຫ້ເຮືອນເປ່ເພ ແລະ ເສຍຫາຍ ໃນຈຳນວນ 28 ຄອບຄົວ, 4 ບ້ານຄື: ບ້ານຫ້ວຍລູ, ບ້ານນ້ຳກີ້, ບ້ານຮວງຕາເຢ ແລະ ບ້ານເລົາຟູຈ້າຍ.
ເຄື່ອງທີ່ນຳມາມອບໃນຄັ້ງນີ້ມີ ຜ້າຫົມ, ເຄື່ອງນຸ່ງ, ເກືອ, ແປງນົວ, ປ໋ອງປາ ແລະ ເຫຼັກຕະປູ ຈຳນວນ 7 ແກັດ ລວມມູນຄ່າທັງໝົດແມ່ນ 6 ລ້ານກວ່າກີບ ໃຫ້ກຽດມອບເຄື່ອງດັ່ງກ່າວໂດຍທ່ານ ດຣ ເປົາລີ ສີຈອມວົງ ຫົວໜ້າອົງການກາແດງແຂວງ ແລະ ທ່ານ ທອງສຸກ ເປົາສຸລີ ເຈົ້າເມືອງໆຜົ້ງສາລີ ແລະ ຂຶ້ນຮັບໂດຍ ຄອບຄົວທີ່ຖືກຜົນກະທົບໃນຈຳນວນ 28 ຄອບຄົບ, 4 ບ້ານ ຕາມລຳດັບ.
ໃນໂອກາດດັ່ງກ່າວ ທັງສອງທ່ານ ກໍໄດ້ກ່າວສະແດງເຖິງຄວາມເປັນຫ່ວງເປັນໃຍ ຂອງພັກ-ລັດ ທີ່ມີຕໍ່ປະຊຊາຊົນບັນດາເຜົ່າ ເວົ້າສະເພາະ ກໍແມ່ນຄອບຄົວທີ່ຖຶກຜົນກະທົບໃນຄັ້ງນີ້ ຈົ່ງພ້ອມຮ່ວມແຮງຮ່ວມໃຈ ຟື້ນຟູຊີວິດການເປັນຢູ່ກັບເຂົ້າສູ່ປົກກະຕິ ແລະ ດີຂຶ້ນເລື້ອຍໆ.
ຂ່າວ: ຖວທ ເມືອງຜົ້ງສາລີ