ໃນລະຫວ່າງວັນທີ 14-15 ພະຈິກ 2023 ນີ້ ອົງການກາແດງແຫ່ງຊາດລາວ,ສະພາກາແດງຍີ່ປຸ່ນ, ບໍລິສັດ ອອນວອດ ONWARD ແລະອົງການກາແດງແຂວງອຸດົມໄຊ ໄດ້ນຳເອົາຜ້າຫົ່ມ ຈຳນວນ 1.000 ຜືນ; ມູນຄ່າ 697,000,000 ກີບ, ໄປຊ່ວຍເຫລືອປະຊາຊົນແຂວງອຸດົມໄຊທີ່ທຸກຍາກຂາດເຂີນໃນເຂດຫ່າງໄກທີ່ເປັນເປົ້າາຫມາຍຂອງແຂວງທີ່ກຳນົດຈຳນວນ 12ບ້ານ,12ໂຮງຮຽນ ພາຍໃນ 4 ເມືອງ ຄື: ເມືອງຫລາ, ເມືອງໄຊ, ເມືອງປາກແບງ ແລະເມືອງນາໝໍ້.
ການລົງເຄື່ອນໄຫວ ແຈກຢາຍຜ້າຮົ່ມໃນຄັ້ງນີ້ແມ່ນໄດ້ມອບໃຫ້ແກ່ນ້ອງນັກຮຽນໂຮງຮຽນມັດທະຍົມສຶກສາສົມບູນບ້ານນາຮ້ວງ ເມືອງໄຊ; ມັດທະຍົມສຶກສາສົມບູນບ້ານອາໂນ ແລະ ພໍ່ແມ່ປະຊາຊົນບ້ານ ຫ້ວຍຊັງ ເມືອງຫຼາ ແຂວງອຸດົມໄຊ ຈຳນວນ 157 ຄົນ, ຍິງ 49 ຄົນ, ກ່າວມອບໂດຍທ່ານ ສຈ.ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ໂດຍຊ້ອງໜ້າອຳນາດການປົກຄອງ, ພໍ່ແມ່ປະຊາຊົນ ແລະ ນ້ອງນັກຮຽນທີ່ໄດ້ຮັບການຊ່ວຍເຫຼືອ; ເຊິ່ງໄດ້ຮັບການສະໜັບສະໜູນຈາກ ບໍລິສັດ ອອນວອດ ONWARD ຂອງປະເທດຍີ່ປຸ່ນ ໂດຍຜ່ານອົງການກາແດງຍີ່ປຸ່ນ ເພື່ອເປັນການກະກຽມຮັບມືກັບລະດູໜາວທີ່ຈະມາເຖິງນີ້; ນອກຈາກນັ້ນ, ອົງການກາແດງແຂວງອຸດົມໄຊ ຍັງຈະສືບຕໍ່ລົງແຈກຢາຍຜ້າຫົ່ມໃຫ້ແກ່ປະຊາຊົນເມືອງປາກແບງ ແລະ ເມືອງນາໝໍ້ຕື່ມອີກ.
ໂດຍ: ນັກຂ່າວອົງການກາແດງລາວ



