ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ລະຫວ່າງວັນທີ 19-29 ກັນຍາ 2022 ນີ້ ອົງການກາແດງແຫ່ງຊາດລາວ ແລະອົງການກາແດງແຂວງໄຊຍະບູລີ ໄດ້ຊ່ວຍເຫຼືອບັນເທົາທຸກປະຊາຊົນທີ່ຖືກຜົນກະທົບຈາກໄພນ້ຳຖ້ວມໃນເດືອນຜ່ານມາ ໃນນັ້ນມີ : ເມືອງປາກລາຍ, ບໍ່ແຕນ, ຫົງສາ, , ຊຽງຮ່ອນ, ເມືອງເງິນ, ໄຊສະຖານ ເມືອງໄຊຍະບູລີ ແລະເມືອງຄອບ ຈຳນວນ 911 ຄອບຄົວ, ຈໍານວນ 4.427 ຄົນ, ຍິງ 2.310 ຄົນ.
ເຄື່ອງຊ່ວຍເຫລືອໃນຄັ້ງນີ້ປະກອບມີ: ເຂົ້າສານໜຽວ, ໝີ່ສໍາເລັດຮູບ, ປ໋ອງປາ, ສະບູກ້ອນ, ແຟັບ, ຢາຖູແຂ້ວ, ແປງຖູແຂ້ວ, ນ້ຳມັນພືດ, ເກືອ, ຜ້າອັດປາກ, ເຄື່ອງສຸຂະອະນາໄມ ແລະ ອື່ນໆ ລວມ 911 ຊຸດ ລວມມູນຄ່າທັງໝົດ 523. 825.000 ກີບ ໂດຍການນໍາພາມອບຂອງ ທ່ານ ຮສ ດຣ ສິງ ເມໂນລາດ ຮອງປະທານອົງການກາແດງແຫ່ງຊາດລາວ, ທ່ານ ວັນນະສິງ ມຸງຄຸນສະຫວັດ ຫົວໜ້າອົງການກາແດງແຂວງໄຊຍະບູລີ; ໂດຍມອບໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ຜ່ານການເກັບກຳຈຳນວນລາຍຊື່ຂອງຄະນະລົງເກັບກຳຂໍ້ມູນໃນເດືອນສິງຫາຜ່ານມາ ເຊິ່ງຄັ້ງນີ້ ໄດ້ລົງມອບໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ ແລະເສຍຫາຍຈາກໄພນໍ້າຖ້ວມ ,ພ້ອມທັງໂຄສະນາເຜີຍແຜ່ວຽກງານບົດບາດຍິງ-ຊາຍ ໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈວຽກງານດັ່ງກ່າວ.
ເຄື່ອງຊ່ວຍເຫລືຶອຈຳນວນດັ່ງກ່າວແມ່ນການສະໜັບສະໜູນຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC)
ໂດຍ: ນັກຂ່າວອົງການກາແດງ