ໃນຕອນບ່າຍຂອງວັນທີ 10 ພຶດສະພາ 2023, ຢູ່ທີ່ຫ້ອງການອົງການກາແດງແຫ່ງຊາດລາວ ໄດ້ມີພິທີມອບ-ຮັບ ເຄື່ອງແລະອຸປະກອນການສຶກສາເພື່ອໄປຊ່ວຍ ເຫຼືອນ້ອງນັກຮຽນ ທຸກຍາກ ຂາດເຂີນເພື່ອປະກອບສ່ວນຊຸກຍູ້ວຽກງານການສຶກສາ ,ກ່າວມອບໂດຍ ທ່ານ ຮອງຈັນ ຈັນທະວົງ ຮອງຫົວໜ້າຫ້ອງການອົງການກາແດງແຫ່ງຊາດລາວ, ກ່າວຮັບໂດຍ ທ່ານ ນາງ ດາລາວອນ ກິດຕິພັນ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ; ເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີ: ເຄື່ອງນຸ່ງຫົ່ມປະສົມຈຳນວນ 50 ຖົງ, ອຸປະກອນການຂຽນ ຈຳນວນ 100 ກ່ອງ ລວມມູນຄ່າທັງໝົດ 21. 000. 000 ກີບ ເຊິ່ງໄດ້ຮັບການສະໜັບສະໜູນຈາກສັງຄົມ ແລະ ກາແດງ ສ.ເກົາຫຼີ.
ໃນໂອກາດນີ້ ທ່ານ ນາງ ດາລາວອນ ກິດຕິພັນ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ກໍ່ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ການຊ່ວຍເຫຼືອຂອງອົງການກາແດງແຫ່ງຊາດລາວ ທີ່ເຫັນໄດ້ເຖິງສຳຄັນ ແລະ ເອົາໃຈໃສ່ໃນການປະກອບສ່ວນຊ່ວຍເຫຼືອສະໜັບສະໜູນຊຸກຍູ້ວຽກງານການສຶກສາ ກໍ່ຄືນ້ອງນັກຮຽນ ທີ່ທຸກຍາກຂາດເຂີນ ແລະ ຫ່າງໄກສອກຫຼີກ ທ່ານຍັງໃຫ້ຄຳໝັ້ນສັນຍາວ່າ ເຄື່ອງຈຳນວນດັ່ງກ່າວ ແມ່ນຈະໄດ້ນຳໄປມອບໃຫ້ເຖິງມືຂອງນ້ອງນັກຮຽນ.
