ອົງການກາແດງແຫ່ງຊາດລາວ ສ້າງຕັ້ງຂຶ້້ນວັນທີ 01 ມັງກອນ 1955 ມີຊື່ວ່າ: ສະພາກາຊາດລາວ ປະກອບດ້ວຍສະມາຊິກ 73 ທ່ານ; ຍິງ 02 ທ່ານ ມາຈາກພາກສ່ວນຕ່າງໆເຊັ່ນ: ພະນັກງານຈາກກະຊວງຕ່າງໆ, ແພດໝໍ, ນັກກົດໝາຍ, ນັກສັງຄົມສົງເຄາະ ແລະ ອື່ນໆ.

ສະພາກາຊາດລາວໄດ້ຖືກຮັບຮູ້ຈາກຄະນະກຳມະການກາແດງສາກົນ (ICRC) ໃນວັນທີ 23 ພຶດສະພາ 1957 ແລະ ໄດ້ເຂົ້າເປັນສະມາຊິກຂອງສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC) ໃນວັນທີ 25 ຕຸລາ 1957 ຊຶ່ງໄດ້ຖືກຮັບຮອງໃນກອງປະຊຸມໃຫຍ່ຄັ້ງທີ 24 ທີ່ ນະຄອນນິວເດັນລີ ປະເທດອິນເດຍ, ໃນເວລານັ້ນກາແດງທົ່ວໂລກມີພຽງ 80 ປະເທດ. ພາຍຫຼັງສະຖາປານາເປັນປະເທດ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ, ແຕ່ປີ 1976 -1998 ໃສ່ຊື່ວ່າ: ສະພາກາແດງລາວ ແລະ ແຕ່ປີ 1998 ເປັນຕົ້ນມາຮອດປະຈຸບັນໃສ່ຊື່ວ່າ: ອົງການກາແດງລາວ. ມາເຖິງປີນີ້ພໍດີຄົບຮອບ 67 ປີ (01/01/1955 – 01/01/2022). ອົງການກາແດງແຫ່ງຊາດລາວ ແມ່ນການຈັດຕັ້ງທາງສັງຄົມຂອງ ສປປ ລາວ ທີ່ເຄື່ອນໄຫວວຽກງານມະນຸດສະທຳ ຢ່າງເປັນເອກະລາດ ຢູ່ພາຍໃຕ້ ລັດຖະທຳມະນູນ, ກົດໝາຍ ແລະ ເຈັດຫຼັກການພື້ນຖານຂອງຂະບວນການກາແດງ ແລະ ຊີກວົງເດືອນແດງສາກົນ, ມີພາລະບົດບາດ ໃນການສ້າງ ແລະ ສົ່ງເສີມຄຸນຄ່າດ້ານມະນຸດສະທຳດັ່ງນີ້:
1. ການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ;
2. ການປຸກລະດົມຂົນຂວາຍບໍລິຈາກເລືອດ ແລະ ສະໜອງເລືອດທີ່ປອດໄພ;
3. ການສົ່ງເສີມສຸຂະພາບຂັ້ນພື້ນຖານ;
4. ການປະຖົມພະຍາບານ;
5. ການກູ້ໄພສຸກເສີນ;
6. ການໂຄສະນາ ຂົນຂວາຍແຫຼ່ງທຶນ;
7. ການສ້າງສະມາຊິກ ແລະ ອາສາສະໝັກກາແດງ;
8. ການສືບທາວຫາຍາດພີ່ນ້ອງ;
9. ການພົວພັນ ແລະ ຮ່ວມມືສາກົນ.


ຕະຫຼອດໄລຍະ 67 ປີຜ່ານມາ ໂດຍມີການຮ່ວມມືຈາກອົງການປະສານສົມທົບ ກໍ່ຄືບັນດາກະຊວງ, ອົງການ, ອຳນາດການປົກຄອງ ແລະ ຄູ່ຮ່ວມມືສາກົນ ຄະນະນຳອົງການກາແດງລາວ ແຕ່ລະໄລຍະ ແຕ່ລະສະໄໝ ໄດ້ປັບປຸງການຈັດຕັ້ງ ແລະ ພາລະບົດບາດຂອງຕົນ ເຮັດໃຫ້ວຽກງານກາແດງສາມາດປັບຕົວເຂົ້າກັບສະພາບການໃໝ່ ແລະ ສືບຕໍ່ເຮັດໜ້າທີ່ການເມືອງຂອງຕົນ, ສາມາດໂຄສະນາດຶງດູດເອົາກຳລັງຂອງສັງຄົມ, ມະຫາຊົນ, ປະຊາຊົນ, ສ້າງອາສາສະໝັກຊາວໜຸ່ມກາແດງເຂົ້າຮ່ວມໃນຂະບວນການວຽກງານກາແດງ ໄດ້ໃນລະດັັບດີສົມຄວນ ຮອດປະຈຸບັນຂະຫຍາຍການຈັດຕັ້ງລົງຮອດທ້ອງຖິ່ນຮາກຖານ,ແຕ່ລະແຂວງມີຫ້ອງການກາແດງແຂວງ: 17 ແຂວງ , 01 ນະຄອນຫຼວງ ແລະ ກາແດງເມືອງ 56 ເມືອງ ສ່ວນເມືອງທີ່ບໍ່ມີເງື່ອນໄຂ ແມ່ນມີຜູ້ປະສານງານກາແດງເມືອງ, ທົ່ວປະເທດມີພະນັກງານທັງໝົດ: 546 ຄົນ, ຍິງ 274 ຄົນ; ໄດ້ເຄື່ອນໄຫວວຽກງານມະນຸດສະທຳຢ່າງຕັ້ງໜ້າ, ໄດ້ພັດທະນານິຕິກຳ ກ່ຽວຂ້ອງຫຼາຍສະບັບເປັນຕົ້ນ: ດຳລັດກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການກາແດງລາວ, ກົດໝາຍວ່າດ້ວຍວຽກງານກາແດງລາວ, ແຜນຍຸດທະສາດວຽກງານກາແດງລາວ, ແຜນປະຕິບັດງານ 5 ປີ; ວຽກງານກາແດງລາວໄດ້ຊ່ວຍລັດຖະບານໃນການແກ້ໄຂບັນເທົາທຸກເບື້ອງຕົ້ນຜູ້ປະສົບໄພຕ່າງໆ, ສະໜອງເລືອດທີ່ປອດໄພ ຕໍ່ລົມຫາຍໃຈແກ່ຄົນເຈັບທີ່ຂາດເລືອດ, ຊ່ວຍກູ້ໄພຜູ້ເຄາະຮ້າຍຈາກອຸປະຕິເຫດ ຫຼື ໄພສຸກເສີນອື່ນໆ. ມາຮອດປະຈຸບັນໄດ້ຂະຫຍາຍສູນບໍລິການເລືອດທົ່ວປະເທດ: ສູນກາງ 01 ແຫ່ງ, ສູນເລືອດແຂວງ 17 ແຫ່ງ ແລະ ໜ່ວຍເກັບຮັກສາເລືອດຂັ້ນເມືອງ 31 ແຫ່ງ ສາມາດຕອບສະໜອງເລືອດຕາມຄາດໝາຍທີ່ສະພາແຫ່ງຊາດໄດ້ກຳນົດໃຫ້, ມີໜ່ວຍກູ້ໄພສຸກເສີນປະຈຳຢູ່ນະຄອນຫຼວງ ແລະ ຢູ່ 05 ແຂວງ,ມີໜ່ວຍວິຊາການປະຖົມພະຍາບານ, ໜ່ວຍບໍລິການນຳ້ສຸກເສີນ, ຄູຝຶກຕອບໂຕ້ໄພພິບັດ, ໜ່ວຍຕອບໂຕ້ການລະບາດພະຍາດໂຄວິດ-19, ມີອາສາສະໝັກທັງໝົດ: 56.214 ຄົນ, ຍິງ 10.214 ຄົນ, ເປັນຕົ້ນ: ອາສາສະໝັກບໍລິຈາກເລືອດ, ກູ້ໄພ, ປະຖົມພະຍາບານ, ແລະ ຕອບໂຕ້ການລະບາດພະຍາດໂຄວິດ-19 ຢູ່ແຕ່ລະແຂວງ ແລະ ບາງເມືອງ.


ສະເພາະປີ 2021 ຜ່ານມານີ້, ວຽກງານທີ່ພົ້ນເດັ່ນ ແມ່ນໄດ້ຂົນຂວາຍແຫຼ່ງທຶນການຊ່ວຍເຫຼືອຈາກສັງຄົມ ແລະ ສາກົນ, ປຸກລະດົມພະນັກງານ ແລະ ອາສາສະໝັກກາແດງຕະລຸມບອນ ເຂົ້າໃນວຽກງານຕ້ານໄພນ້ຳຖ້ວມ, ຕ້ານການລະບາດພະຍາດໂຄວິດ-19, ໄດ້ແຈກຢາຍເຄື່ອງບັນເທົາທຸກໃຫ້ແກ່ຜູ້ປະສົບໄພທຳມະຊາດ ແລະ
ຜູ້ຖືກຜົນກະທົບຈາກພະຍາດໂຄວິດ – 19 ສະແດງອອກດັ່ງນີ້:
– ຊ່ວຍເຫຼືອບັນເທົາທຸກ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ທັງໝົດ: 65 ເມືອງ, 420 ບ້ານ, 13.016 ຄອບຄົວ, 73.729 ຄົນ, ຍິງ 39.700 ຄົນ, ລວມມູນຄ່າ: 7.468.693.000 ກີບ;
– ຂົນຂວາຍບໍລິຈາກເລືອດໄດ້ 57.979 ຖົງ;
– ລະດົມທຶນປະກອບສ່ວນໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ລວມມູນຄ່າ: 8,217,328,625 ກີບ, ມີຜູ້ໄດ້ຮັບຜົນປະໂຫຍດ ທັງໝົດ: 129,237 ຄົນ, ຍິງ 72,017 ຄົນ;
– ຂົນຂວາຍການສະໜັບສະໜູນອຸປະກອນປ້ອງກັນຕົນເອງ, ອຸປະກອນການແພດ, ວັກຊີນ ແລະ ເຄື່ອງກວດຫາເຊື້ອໂຄວິດ-19 ແບບໄວ ຈາກກາແດງສາກົນ ແລະ ກາແດງເພື່ອນມິດ… ສະໜອງໃຫ້ກະຊວງສາທາລະນະສຸກ ແລະ ປະຊາຊົນ ທີ່ຖືກຜົນກະທົບຈາກພະຍາດໂຄວິດ-19.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ຂໍຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ທັງພາກລັດ ແລະ ເອກະຊົນ ຈົ່ງຮ່ວມແຮງຮ່ວມໃຈກັນ ສົ່ງເສີມຄຸນຄ່າດ້ານມະນຸດສະທຳ, ແບ່ງປັນນ້ຳໃຈຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ, ສ້າງສະພາບແວດລ້ອມ ທີ່ມີຄວາມສົມດຸນ, ກົມກຽວ, ສາມັກຄີ, ປອງດອງກັນໃນສັງຄົມ. ອົງການກາແດງແຫ່ງຊາດລາວ ຈະພັດທະນາຕົນເອງໃຫ້ມີຄວາມເຂັ້ມແຂງ ກາຍເປັນອົງການຈັດຕັ້ງນຳໜ້າໃນວຽກງານມະນຸດສະທຳ ໃນ ສປປ ລາວ.