ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 16 ຕຸລາ 2023 ນີ້, ຢູ່ຫ້ອງປະຊຸມບ້ານຊຽງແມນ ເມືອງຈອມເພັດ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານ ເພື່ອແກ້ໄຂບັນຫາປະກົດການຫຍໍ້ທໍ້ ການຂາຍເຄື່ອງໃສ່ບາດ ໃນນະຄອນ ຫຼວງພະບາງ ມີ ທ່ານ ສົມສັກ ສີລິວົງ ຮອງເຈົ້າເມືອງຈອມເພັດ, ທ່ານ ວິລະພົງ ພົງດາລາ ຫົວໜ້າຫ້ອງການ ຖະແຫຼງຂ່າວ ວັດທະ ນະທຳແລະທ່ອງທ່ຽວເມືອງ ພ້ອມດ້ວຍທິມງານ, ການຈັດຕັ້ງບ້ານຊຽງແມນ ແລະແມ່ຄ້າຂາຍເຄື່ອງໃສ່ບາດເຂົ້າຮ່ວມ 80 ກວ່າຄົນ. ໃນກອງປະຊຸມໄດ້ຮັບຟັງການຜ່ານຂໍ້ຕົກລົງ ຂອງເຈົ້ານະຄອນ ຫຼວງພະບາງ ວ່າດ້ວຍການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍ ການຂາຍເຄື່ອງໃສ່ບາດ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄໍາເຫັນແລກປ່ຽນ ບັນຫາການລັກຂື້ນລາຄາ, ຊູຊີຍັດຍອກເຄື່ອງຂາຍ ແລະເຄື່ອງທີ່ນໍາມາຂາຍໃສ່ບາດບໍ່ຮັບ ປະກັນໄດ້ຄວາມສະອາດ, ພ້ອມດຽວກັນນັ້ນ ໄດ້ເກັບກຳຂໍ້ມູນຈໍານວນຜູ້ຂາຍເຂົ້າໃສ່ບາດທັງໝົດ, ນັບທັງຜູ່ທີ່ໄດ້ຮັບການອອກບັດອະນຸຍາດຂາຍເຄື່ອງໃສ່ບາດແລ້ວ ແລະບໍ່ໄດ້ອອກບັດອະນຸຍາດ, ໃນນັ້ນ ໄດ້ເຫັນດີໃຫ້ສືບຕໍ່ຂາຍເຂົ້າໃຫ້ນັກທ່ອງທ່ຽວໃສ່ບາດ ແຕ່ໃຫ້ນັ່ງຂາຍຕາມຈຸດ ທີ່ຄະນະຮັບຜິດຊອບໄດ້ກໍານົດໃຫ້ ຫ້າມບໍ່ໃຫ້ຜູ້ຂາຍເຂົ້າໃສ່ບາດ ເຄື່ອນໄຫວຍັດຍອກ ຊູຊີ ຂາຍເຂົ້າໃຫ້ນັກທ່ອງທ່ຽວດ້ວຍຄວາມບໍ່ພໍໃຈ, ແນ່ໃສ່ແກ້ໄຂບັນຫາຫາງສຽງຂອງສັງຄົມ ກໍ່ຄືປະກົດການຫຍໍ້ທໍ້ກ່ຽວກັບ ຄວາມບໍ່ເປັນລະບຽບຮຽບ ຮ້ອຍໃນການຂາຍເຂົ້າໃສ່ບາດ ໃຫ້ນັກທ່ອງທ່ຽວໃຫ້ນັບມື້ດີຂື້ນ. ຕອນທ້າຍ ທ່ານ ສົມສັກ ສີລິວົງ ໄດ້ມີຄໍາເຫັນຊີ້ນຳ ໂດຍມອບໃຫ້ຄະນະນຳ ແລະວິຊາການຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ສືບຕໍ່ແຕ່ງຕັ້ງ ຫົວໜ້າຈຸ-ໝ່ວຍຮັບຜິດຊອບຕື່ມ, ທັງສົມທົບກັບຄະນະຮັບຜິດຊອບຂອງນະຄອນ ຫຼວງພະບາງ ຈັດຊຸດຝຶກອົບຮົມໃຫ້ຜູ້ປະກອບການຂາຍເຄື່ອງໃສ່ບາດ ມີຄວາມຮັບຮູ້ກ່ຽວກັບວັດທະນະທຳອັນດີງາມຂອງຊາດ ແລະມາລະຍາດຂອງຜູ້ຂາຍເຄື່ອງ, ພ້ອມນັ້ນ, ທ່ານໄດ້ຮຽກຮ້ອງໃຫ້ຜູ້ປະກອບການຂາຍເຄື່ອງໃສ່ບາດ ຕ້ອງຮັກສາໃຫ້ໄດ້ຄວາມສາມັກຄີ ມີຄວາມເຊື່ອໝັ້ນຕົນເອງ ໃນການຈັດຕັ້ງປະຕິບັດກົດລະບຽບຂອງເຈົ້ານະຄອນ ວາງອອກໃຫ້ເຂັ້ມງວດ.
ຂ່າວ: ທອງສຸກ