ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ອົງການປົກຄອງເມືອງຊຽງຮ່ອນ ເເຂວງໄຊຍະບູລີ ຈັດພິທີໃສ່ບາດຖວາຍສັງຂະທານ ເເດ່ພະສົງສາມະເນນໃນຕອນເຊົ້າວັນທີ 8.11.2022 ຢູ່ບ່ອນປະດີດສະຖານພະເຈົ້າໃຫຍ່ ເຖີງຫນອງຊາງເພື່ອຄວາມເປັນສີລີມຸງຄຸນ ເເລະ ສົມທົບທຶນກໍ່ສ້າງຂັ້ນໄດນາກ ຂື້ນຫາອົງພະພຸດທະຮູບພະເຈົ້າໃຫຍ່ປາລະມີສະຫຼີຊຽງຮ່ອນປາງປະທານພອນ ເຊີ່ງເປັນຫນື່ງໃນກິດຈະກໍາສໍາຄັນຕົ້ນຕໍ ເພື່ອເຮັດໃຫ້ການຈັດງານບຸນປະເພນີປະຈໍາປີ2022ຂອງເມືອງ ມີບັນຍາກາດຟົດຟື້ນມ່ວນຊື່ນ ມີ ທ່ານດວງຕາ ໄຊວຸດ ຮອງເລຂາພັກເເຂວງ ໄຊຍະບູລີ,ທ່ານ ກົງທອງ ສິດທິໄຊ ເຈົ້າເມືອງໆຊຽງຮ່ອນ ,ເເຂກຖືກເຊີນ ພ້ອມດ້ວຍຊາວພຸດທະສາສະນິກະຊົນ ຊາວເມືອງຊຽງຮ່ອນ ເຂົ້າຮ່ວມເປັນຈໍານວນຫລາຍ.
ໂອກາດນີ້ ທ່ານກົງທອງ ສິດທິໄຊ ເຈົ້າເມືອງໆຊຽງຮ່ອນ ໃຫ້ສໍາພາດວ່າ:ການຈັດພິທີໃສ່ບາດຖວາຍສັງທານ ໃນຄັ້ງນີ້ ເປັນຫນື່ງໃນບັນດາກິດຈະກໍາສໍາຄັນຕົ້ນຕໍ ເພື່ອເຮັດການຈັດງານບຸນປະເພນີປະຈໍາປີ2022ຂອງເມືອງ ມີບັນຍາກາດຟົດຟື້ນມ່ວນຊື່ນ,ຮັກສາໄດ້ເຖີງຮີດຄອງປະເພນີທີ່ເຄີຍສືບທອດປະຕິບັດກັນມາເເຕ່ບູຮານນະການ,ພ້ອມທັງເປັນການດືງດູດນັກທ່ອງທ່ຽວທັງພາຍໃນເເລະຕ່າງປະເທດ ໃຫ້ເຂົ້າມາຢ້ຽມຢາມເມືອງຊຽງຮ່ອນໃຫ້ນັບມື້ຫລາຍຂື້ນ ພາຍຫລັງການລະບາດຂອງພະຍາດໂຄວິດ19ຜ່ອນຄາຍລົງ,ເຊີ່ງພະເຈົ້່າໃຫຍ່ຂອງເມືອງອົງນີ້ ເເມ່ນເລີ່ມສ້າງຕັ້ງຂື້ນໃນປີ2019ປັດຈຸບັນສໍາເລັດເເລ້ວຮ້ອຍສ່ວນຮ້ອຍກາຍເປັນບ່ອນສັກກະລະບູຊາເເລະເຕົ້າໂຮມຄວາມສາມັກຄີຂອງປະຊາຊົນພາຍໃນເມືອງ ໂດຍການສົມທົບທືນກໍ່ສ້າງຈາກຫລາຍພາກສ່ວນ ທັງພາຍໃນເເລະຕ່າງປະເທດ ,ນອກຈາກນີ້ການຈັດພີທີໃສ່ບາດຖວາຍສັງຄະທານໃນຄັ້ງນີ້ ຍັງເປັນການລະດົມທືນສົມທົບເພື່ອສ້າງຂັ້ນໄດຈໍານວນຫລາຍກວ່າ200ຂັ້ນຈາກເເຄມຫນອງຊາງຂື້ນຫາອົງພະເຈົ້າໃຫຍ່.
ສໍາລັບການຈັດງານບຸນຊ່ວງເຮືອປະຈໍາປີ2022ອົງການປົກຄອງເມືອງຊຽງຮ່ອນ ໄດ້ຈັດຂື້ນຢູ່ບໍລິເວນຫນອງຊາງ ເຊີ່ງເລີ່ມມີການຄົບງັນມາເເຕ່ວັນທີ29ຕຸລາຜ່ານມາ ເເລະ ເລີ່ມເປີດຕະຫລາດນັດຢ່າງເປັນທາງການໃນວັນທີ7ຫາ9ພະຈິກນີ້ ເຊີ່ງປີນີ້ມີເຮືອເຂົ້າຮ່ວມເເຂ່ງຂັນທັງຫມົດ16ລໍາ ເປັນເຮືອ18ຫາ22ສີພາຍ ປະເພດເຮືອສູດຍີງ-ຊາຍ ໂດຍເຮືອຍີງເລີ່ມເເຂ່ງຂັນມາເເຕ່ວັນທີ7ພະຈິກເເລະເຮືອຊາຍຈະເເຂ່ງຂັນໃນວັນທີ9ພະຈິກ ພາຍໃນງານນອກຈາກມີກີດຈະກໍາໃສ່ບາດຖວາຍສັງຂະທານເເດ່ພະສົງສາມະເນນເເລ້ວຍັງມີການສະເເດງສິລະປະວັນນະຄະດີ ທີ່ເປັນເອກະລັກຂອງທ້ອງຖີ່ນ,ການວາງສະເເດງສີນຄ້າຂອງຊາວຄ້າຂາຍຈາກພາຍໃນເເລະຕ່າງປະເທດ,ການຈູດບັ້ງໄຟດອກ ເເລະ ກິດຈະກໍາປີ່ນອ້ອມສໍາຄັນຈໍານວນຫນື່ງ.
ໂດຍ: ເດດອາລຸນ ແກ້ວວິໄລ