ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 11 ຕຸລາ 2022 ນີ້ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ ລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ ໄດ້ເຂົ້າຮ່ວມເປັນສັກຂີພະຍານໃນພິທີມອບ-ຮັບແຫຼ່ງທ່ອງທ່ຽວອຸທິຍານນ້ຳຕົກຕາດຄອນພະເພັງ ແລະ ອຸທິຍານນ້ຳຕົກຕາດສົມພະມິດ ລະຫວ່າງທ່ານ ວິໄລວົງ ບຸດດາຄຳ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ ກັບ ທ່ານ ລີຊຽງ (LI XIANG) ປະທານ ບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ ຊ້ອງໜ້າບັນດາທ່ານໃນຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງໆໂຂງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ ໄດ້ລາຍງານກ່ຽວກັບໜ້າວຽກຕ່າງໆທີ່ຈະຕ້ອງໄດ້ສືບຕໍ່ປະຕິບັດພາຍຫຼັງທີ່ໄດ້ເຂົ້າພັດທະນາໃນ 2 ແຫຼ່ງທ່ອງທ່ຽວກໍຄືໜ້າວຽກຈຸດສຸມທີ່ໄດ້ກຳນົດເປັນ 4 ໄລຍະເປັນຕົ້ນ: 1 ໂຄງການອຸທິຍານນໍ້າຕົກຕາດຄອນພະເພັງ ແລະ ອຸທິຍານນໍ້າຕົກຕາດສົມພະມິດ ແມ່ນຈະໄດ້ມີການປັບປຸງສິ່ງອຳນວຍຄວາມສະດວກຕ່າງໆທີ່ມີຢູ່ແລ້ວ (ເປ່ເພ) ກັບມານຳໃຊ້ໄດ້ເປັນປົກກະຕິ; 2 ເນື້ອທີ່ 51 ເຮັກຕາ ກຳນົດເປັນບ່ອນຈອດລົດສຳລັບແຂກຮ້ານອາຫານ, ໂຮງແຮມ ແລະ ສິ່ງອຳນວຍຄວາມສະດວກຄົບຊຸດ ຄາດຄະເນຈະນຳໃຊ້ທຶນເຂົ້າໃສ່ທັງໝົດ 500.000 ໂດລາສະຫະລັດ, ສາມາດຮັບນັກທ່ອງທ່ຽວໄດ້ 5.000 ຄົນຕໍ່ມື້; 3 ໄດ້ສຳເລັດການບຸກເບີກເນື້ອທີ່ 125 ເຮັກຕາ ເພື່ອສ້າງເປັນສວນສະໜຸກ, ຫໍພິພິທະພັນ, ຫໍວິທະຍາສາດ, ເຮືອນພັກຕາກອາກາດ ຊຶ່ງໂຄງການເຫຼົ່ານີ້ແມ່ນຢູ່ໃນຂັ້ນຕອນຫານັກລົງທຶນ.
ທີ່ສຳຄັນ ແມ່ນຈະໄດ້ມີຍົກລະດັບໃຫ້ພະນັກງານທີ່ຮັບເຂົ້າມາເຮັດວຽກກັບໂຄງການເປັນຕົ້ນ: ຝຶກທັກສະ ແລະ ສອນພາສາຕ່າງປະເທດ ເຮັດໃຫ້ສາມາດສື່ສານໄດ້ເປັນພາສາອັງກິດ ແລະ ພາສາຈີນ, ສ້າງໃຫ້ເປັນນັກຮັບຕ້ອນທີ່ດີ, ແມ່ບ້ານທີ່ດີ ແລະ ນັກປະສົມເຄື່ອງດື່ມທີ່ສຳນານ ເພື່ອໃຫ້ແຂກ ກໍຄືນັກທ່ອງທ່ຽວເພິ່ງພໍໃຈ ແລະ ປະທັບໃຈກັບການບໍລິການ.
ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ ສະຖານີວິທະຍຸໂທລະພາບ-ໂທລະພາບເມືອງໂຂງ