ໃນວັນທີ 28 ຕຸລາ 2022 ນີ້ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ ອຸດົມໄຊ ໄດ້ຈັດພິທີມອບ -ຮັບ ເງິນ ຊ່ວຍເຫຼືອຟື້ນພູຊີວິດການເປັນຢູ່ຂອງປະຊາຊົນທີ່ຖຶກຜົນກະທົບຈາກໄພນ້ຳຖ້ວມ ຢູ່ແຂວງອຸດົມໄຊ ຂື້ນ, ໂດຍແມ່ນອົງການປົກຄອງແຂວງຫູນາມ ສປ ຈີນ ທີ່ໄດ້ປະກອບສ່ວນ ວັດຖຸ ແລະ ເງິນສົດ ລວມມູນຄ່າ ທັງໝົດ 267,100,000 ກີບ ໃນນີ້ ຍັງມີເຄື່ອງນຸ່ງຮົ່ມ 100 ຜືນ ເສື້ອກັນໜາວ 55 ຜືນ, ຜ້າຮົ່ມ 200 ຜືນ ເປັນມູນຄ່າລວມ 25,200,000 ກວ່າກີບ, ຕາງໜ້າມອບໂດຍແມ່ນທ່ານ ຫຼີເວີນເຄີ ປະທານສະພາການຄ້າແຂວງຫູນານ ປະຈຳ ສປປ ລາວ, ຕາງໜ້າອົງການປົກຄອງແຂວງຫູນານ ແລະ ສະພາການຄ້າຈີນປະຂຈໍາແຂວງອຸດົມໄຊ ຮ່ວມນຳ. ຮັບໂດຍແມ່ນທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງໆອຸດົມໄຊ ພ້ອມດ້ວນຄະນະຮັບຜິດຊອບ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ, ໂອກາດນີ້ທ່ານ ເຈົ້າແຂວງຍັງໄດ້ກ່າວຂອບໃຈຕໍ່ການມາຊ່ວຍເຫຼືອຂອງອົງການປົກຄອງແຂວງຫູນານ ທີ່ມີຕໍ່່ປະຊາຊົນແຂວງອຸດົມໄຊ, ພ້ອມທັງໄດ້ຍົກໃຫ້ເຫັນເຖິງການຮ່ວມມືລະຫວ່າງສອງແຂວງ ຄື: ອຸດົມໄຊ – ຫູນານ, ຫູນານ – ອຸດົມໄຊ, ທີ່ໄດ້ພົວພັນຮ່ວມມື ຊ່ວຍເຫຼືອເຊິ່ງກັນຕະຫຼວດມາ ໂດຍສະເພາະແມ່ນທາງດ້ານການຄ້າ, ການທ່ອງທ່ຽວ, ທາງດ້ານກະສິກຳ ແລະ ດ້ານອື່ນໆ ທີ່ສະແດງເຖິງມິດຕະພາບ ລະຫວ່າງສອງແຂວງ.



