ໃນພິທີຖະແຫລງຂ່າວ ກ່ຽວກັບການຊ່ວຍເຫລືອຂອງ ອົງການພັດທະນາສາກົນ ສະຫະລັດອາເມລິກາ ທີ່ຈັດຂື້ນ ຕອນແລງ ວັນທີ 13 ພຶດສະພາ 2022 ທີ່ ນະຄອນຫລວງວຽງຈັນ, ທ່ານ ນາງ ໄອໂຊເບວ ໂຄລແມນ ຮອງຜູ້ບໍລິຫານດ້ານນະໂຍບາຍ ແລະ ແຜນໂຄງການ ອົງການພັດທະນາສາກົນ ສະຫະລັດອາເມລິກາ ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມພະຍາຍາມຂອງລັດຖະບານ ສປປ ລາວ ໃນການຈັດລະບົບປ້ອງກັນ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ທີ່ມີປະສິດທິຜົນ, ລວມເຖິງອັດຕາປົກຄຸມການສັກວັກຊິນກວມຈໍານວນຫລາຍຈົນສາມາດສະກັດກັ້ນການລະບາດຂອງພະຍາດດັ່ງກ່າວ ແລະ ກ້າວສູ່ຄວາມພ້ອມຂອງການເປີດປະເທດເຕັມຮູບແບບ ເຊິ່ງເປັນໂອກາດທີ່ຈະຊ່ວຍກະຕຸ້ນເສດຖະກິດດ້ວຍຂະແໜງການທ່ອງທ່ຽວ ແລະ ການບໍລິການກໍຄືຂົງເຂດອື່ນໆ; ພາຍໃຕ້ກອບການຮ່ວມມືພັດທະນາແບບກວມລວມລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ, ໄລຍະຜ່ານມາ ອົງການພັດທະນາສາກົນ ສະຫະລັດອາເມລິກາ ໄດ້ຮ່ວມມື ແລະຊ່ວຍເຫລືອຫລາຍດ້ານເປັນຕົ້ນ ການສຶກສາ, ສາທາລະນະສຸກ ແລະ ຂົງເຂດອື່ນໆ. ພ້ອມດຽວກັນນັ້ນ ອົງການUSAID ກໍ່ໄດ້ມອບການຊ່ວຍເຫລືອ ມູນຄ່າ 3 ລ້ານ ໂດລາສະຫະລັດ ເພື່ອປະກອບສ່ນເຂົ້າໃນການຟື້ນຟູ ແລະ ສົ່ງເສີມທຸລະກິດຂະໜາດນ້ອຍ-ຂະໜາດກາງ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໃຫ້ມີຄວາມເຂັ້ມແຂງ; ມອບປື້ມແບບຮຽນ ຫລາຍກ່ວາ 1 ແສນຫົວ ແລະ ທຶນຊ່ວຍເຫລືອການສຶກສາ ມູນຄ່າ 2.600.000 ໂດລາສະຫະລັດ ໃນ ໂຄງການຮ່ວມມືສະກັດກັ້ນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຕໍ່ການສຶກສາໃນ ສປປລາວ ໂດຍຜ່ານການສົ່ງເສີມການຮຽນຮ່ວມຢ່າງມີປະສິດທິຜົນ ແລະ ອົງການ ກໍ່ພ້ອມທີ່ຈະໃຫ້ການຊ່ວຍເຫລືອ ເພື່ອສະໜັບສະໜູນ ສປປ ລາວ ບັນລຸແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 9.
ທ່ານ ໄມເຄີນ ຣອນນິງ ຜູ້ຕາງໜ້າ ອົງການພັດທະນາສາກົນ ສະຫະລັດອາເມລິກາ ປະຈໍາລາວກ່າວວ່າ: ການລະບາດຂອງພະຍາດໂຄວິດ-19 ໄດ້ຈໍາກັດການເຂົ້າເຖິງການຮຽນຮ່ວມທີ່ມີປະສິດທິຜົນ ສະນັ້ນ ອົງການUSAID ຈຶ່ງມີ ແຜນຈະພັດທະນາປ່ຽນຮູບແບບປື້ມແບບຮຽນ ຈາກຮູບແບບ ເຈ້ຍ ເປັນຮູບແບບເອເລັກໂຕຣນິກເພື່ອເປີດໂອກາດໃຫ້ເດັກນ້ອຍ ແລະ ຜູ້ປົກຄອງ ໃດ້ເຂົ້າເຖິງປື້ມແບບຮຽນໃຫ້ສະດວກຂື້້ນ ທັງນີ້ກໍ່ເພື່ອຫລຸດຊ່ອງຫວ່າງໃນການເຂົ້າເຖິງການສຶກສາ ຍ້ອນນັກຮຽນບໍ່ສາມາດເຂົ້າຮຽນແບບປົກກະຕິໄດ້ ເນື່ອງຈາກການລະບາດ ຂອງພະຍາດໂຄວິດ-19.
ຂ່າວ: ວິໄລວອນ
ພາບ: ຄໍາກອງ
