ວັນທີ 22 ຕຸລາ 2021 – ອົງການຢູນິເຊັບປະຈຳສປປລາວ ໄດ້ມອບອຸປະກອນໄອທີ ແລະ ອຸປະກອນປ້ອງກັນຕົວ(PPE)ໃຫ້ແກ່ກະຊວງຖະແຫຼງຂ່າວ, ວັດທະນະທຳແລະທ່ອງທ່ຽວ (MICT) ເພື່ອເພີ່ມທະວີການ ຮ່ວມມືລະຫວ່າງອົງການຢູນິເຊັບກັບລັດຖະບານແຫ່ງສປປລາວໃນການສົ່ງເສີມສິດທິ ແລະ ສະຫວັດດີການຂອງເດັກ ແລະ ແມ່ຍິງ, ພ້ອມທັງສະໜັບສະໜູນຜູ້ທີ່ຢູ່ໃນສູນກັກກັນໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19.
ອຸປະກອນທີ່ໄດ້ຮັບການຊ່ວຍເຫຼືອຄັ້ງນີ້ປະກອບມີອຸປະກອນສໍາລັບການປະຊຸມທາງ ໄກ 2 ຊຸດ ໂດຍມອບໃຫ້ ຫ້ອງການກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວ ແລະ ວິທະຍຸແຫ່ງຊາດລາວ, ໜັງສືພິມວຽງຈັນທາມ ມີຄອມພິວເຕີ iMax ແລະ ກ້ອງຖ່າຍຮູບ 2 ໜ່ວຍ, ເຄື່ອງຈັກກ່ອບປີ້ເອກະສານ 1 ຊຸດ ແລະ ຄອມພິວເຕີໂນດບຸກ 1 ໜ່ວຍໃຫ້ກົມສື່ມວນຊົນຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ. ນອກນັ້ນ, ກໍມີອຸປະກອນປ້ອງກັນປະກອບມີຜ້າອັດປາກດັງ 1,000 ກ່ອງ, ເຈວລ້າງມື 100 ກາລອນ, ເຈວລ້າງມືຂະໜາດພົກພາ 500 ກ່ອງ, ຂວດໃສ່ແອວກໍຮໍ 200 ຂວດ, ເຄື່ອງວັດແທກອຸນຫະພູມອິນຟາເລດ 30 ໜ່ວຍ ແລະ ເຄື່ອງວັດແທກອຸນຫະພູມ ອິນຟາເລດດິຈິຕອລ ແບບບໍ່ຕ້ອງ ສໍາຜັດ 15 ໜ່ວຍ.
ສໍາລັບອຸປະກອນໄອທີທີ່ໄດ້ຊ່ວຍເຫຼືອໃຫ້ແມ່ນເພື່ອປະກອບສ່ວນເຂົ້າໃນການສະໜັບສະໜູນການຈັດຕັ້ງປະຕິບັດ ກິດຈະກໍາການສື່ສານ ປ້ອງກັນຄວາມສ່ຽງຂອງໂຄວິດ-19 ແລະ ການມີສ່ວນຮ່ວມຂອງຊຸມຊົນ (RCCE), ລວມທັງການ ສື່ສານກ່ຽວກັບການສັກວັກຊີນກັນພະຍາດລະດັບຊາດ,ຊຸດອຸປະກອນປ້ອງກັນຕົວແມ່ນຈະໄດ້ແຈກຢາຍໃຫ້ຄະນະສະເພາະ ກິດ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ບຸກຄະລາກອນສື່ມວນຊົນທີ່ກ່ຽວຂ້ອງ ລວມທັງເດັກ ແລະ ແມ່ຍິງທີ່ຢູ່ໃນສູນກັກກັນ.
ພິທີການມອບຮັບອຸປະກອນດັ່ງກ່າວໄດ້ຖືກຈັດຂື້ນທີ່ກະຊວງຖະແຫຼງຂ່າວ, ວັດທະນະທໍາແລະທ່ອງທ່ຽວ ເຊິ່ງໃຫ້ ກຽດ ເຂົ້າຮ່ວມໂດຍ ທ່ານນາງສວນສະຫັວນວິຍະເກດ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວແລະ ດຣ. ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງໜ້າອົງການຢູນິເຊັບ ປະຈຳສປປລາວ.
“ເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິດທິພາບ ແລະ ຈຳກັດຜົນກະທົບຕໍ່ຊີວິດຂອງເດັກ ແລະ ແມ່ຍິງ, ພວກເຮົາຕ້ອງສືບຕໍ່ສະໜອງຂໍ້ມູນ ແລະ ປູກຈິດສຳນຶກກ່ຽວກັບມາດຕະການປ້ອງກັນ ແລະ ຄວບຄຸມພະ ຍາດໂຄວິດ-19 ພ້ອມທັງການປະຕິບັດມາດຕະການສຸຂະອະນາໄມ.
“ອົງການຢູນິເຊັບມີຄວາມມຸ່ງໝັ້ນທີ່ຈະສະໜັບສະໜູນລັດຖະບານແຫ່ງສປປລາວໃນການຮັບມືກັບການຕອບໂຕ້ພະຍາດໂຄວິດ-19 ຢ່າງມີປະສິດທິພາບ. ຜ່ານມາພວກເຮົາໄດ້ສະໜັບສະໜູນລັດຖະບານ ໂດຍມີອຸປະກອນ ໃນນັ້ນບັນດາ ອຸປະກອນໄອທີ ແລະ ຊຸດອຸປະກອນປ້ອງກັນຕົວ ທີ່ຊ່ວຍເຫຼືອຄັ້ງນີ້ ກໍແມ່ນປະກອບສ່ວນ ໃນການເສີມສ້າງການ ຮ່ວມມືຂອງອົງການຢູນິເຊັບ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມທັງຊຸກຍູ້ສົ່ງເສີມໃຫ້ມີຄວາມຮັບປະກັນຄວາມປອດໄພຂອງເດັກ ແລະ ແມ່ຍິງ ໃນໄລຍະການແຜ່ລະບາດຂອງພະຍາດ,” ກ່າວໂດຍທ່ານດຣ ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງໜ້າອົງການຢູນິເຊັບ ປະຈຳລາວ.
ນອກນັ້ນ, ອົງການຢູນິເຊັບຍັງຈະສະໜອງການຊ່ວຍເຫຼືອບັນຊີນໍາໃຊ້ Zoom ໃຫ້ແກ່ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ວິທະຍຸກະຈາຍສຽງແຫ່ງຊາດລາວ ເພື່ອໃຫ້ສາມາດໃຊ້ ບໍລິການປະຊຸມວິດີໂອ ທາງໄກໄດ້ ທັງເປັນວິທີການແກ້ໄຂຄວາມຫຍຸ້ງຍາກໃນການເດີນທາງ ແລະ ຮັກສາໄລຍະຫ່າງທາງສັງຄົມ.

