ລັດຖະບານແຫ່ງ ສປປ ລາວ ໄດ້ປະຕິບັດຢ່າງວ່ອງໄວ ຕໍ່ ການປະເຊີນບັນຫາຫຼັ່ງໄຫຼເຂົ້າມາຂອງແຮງງານລາວ ທີ່ກັບຄືນ ປະເທດເລີ້ມແຕ່ເດືອນເມສາ 2021. ສູນຈໍາກັດບໍລິເວນ ແມ່ນໄດ້ ສ້າງຕັ້ງຂຶ້ນໂດຍສະເພາະແມ່ນຢູ່ທີ່ແຂວງສະຫວັນນະເຂດ ແລະ ແຂວງຈໍາປາສັກ ເພື່ອຮັບປະກັນວ່າ ຜູ້ທີ່ກັບຄືນມາ ໄດ້ ຈໍາກັດບໍລິເວນເພື່ອກວດສຸຂະພາບກ່ອນ ຈິ່ງໃຫ້ ກັບຫາຄອບຄົວຂອງເຂົາເຈົ້າໃນຂອບເຂດທົ່ວປະເທດ, ເຊີ່ງໃນໄລຍະບໍ່ດົນມານີ້, ແຮງງານຈຳນວນຫຼວງຫຼາຍກໍໄດ້ເດີນທາງຂ້າມຜ່ານຂົວມິດຕະພາບ ຢູ່ນະຄອນຫຼວງວຽງຈັນ.
ໃນວັນທີ 20 ເດືອນສິງຫາ 2021, ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ໄດ້ປະກອບສ່ວນເຂົ້າໃນຄວາມພະຍາຍາມ ຂອງລັດຖະບານລາວໃນຖານະເປັນສ່ວນໜຶ່ງຂອງໂຄງການ:” ການໂຄສະນາເຜີຍແຜ່ໃນຊຸມຊົນ ເພື່ອຄວາມສະເໝີພາບລະຫວ່າງຍິງ – ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງທີ່ປະເຊີນກັບຜົນກະທົບຂອງການລະບາດ ຂອງພະຍາດໂຄວິດ-19 ” ດ້ວຍການສະໜອງ ຄວາມຕ້ອງການທີ່ເພີ່ມຂື້ນສຳລັບອຸປະກອນ ເພື່ອໄປມອບສູນຈໍາກັດບໍລິເວນຂົວມິດຕະພາບ 1.
ທ່ານ ນາງ Jeonghee Im, ຜູ້ຕາງໜ້າຂອງ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ກ່າວວ່າ “ໃນໂອກາດນີ້, ຂ້າພະເຈົ້າຂໍສະແດງຄວາມຂອບໃຈໃນນາມສ່ວນຕົວຕໍ່ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ສຳລັບການຮ່ວມມື ແລະ ຊ່ວຍເຫຼືອໃນການສະໜອງອຸປະກອນ ແລະ ຈັດກິດຈະກຳໃນມື້ນີ້ ເພື່ອຕອບສະໜອງອຸປະກອນ ຕໍ່ກັບການໂຕ້ຕອບ ກັບການແຜ່ລະບາດ ຂອງພະຍາດໂຄວິດ-19 ແລະ ເສີມສ້າງຄວາມສາມາດໃນການຄຸ້ມຄອງ ກໍລະນີໃນປະເທດ ເພື່ອຕໍ່ສູ້ຢ່າງມີປະສິດທິພາບຮ່ວມກັນ ແລະ ເພື່ອຊ່ວຍຊີວິດ.”
ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ສະໜອງເສື່ອນອນ 600 ຜືນ, ຜ້າປູບ່ອນນອນ 1000 ຜືນ, ແລະ ມຸ້ງກັນຍຸງ 1000 ດາງ ເພື່ອທີ່ຈະນຳໃຊ້ໃນການບໍລິການທີ່ຈຳເປັນ ສຳລັບແມ່ຍິງຢູ່ໃນສູນຈໍາກັດບໍລິເວນ ແລະ ອົງການ UNDP ໄດ້ປະກອບສ່ວນ 20.000 ໂດລາ ເພື່ອສະໜອງອຸປະກອນສຸຂະອະນາໄມ ແລະ ການຮັກສາຄວາມສະອາດໃນສູນ.
ທ່ານ ນາງ Ricarda Rieger, ຜູ້ຕາງໜ້າຂອງ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ກ່າວວ່າ “ສີ່ງນີ້ແມ່ນມີຄວາມສຳຄັນຫຼາຍກວ່າທີ່ຜ່ານມາ ສຳລັບອົງການ UNDP ເພື່ອຕອບສະໜອງຢ່າງວ່ອງໄວ ແລະ ພຽງພໍຕໍ່ກັບຄວາມຕ້ອງການຂອງປະເທດທີ່ມີການປ່ຽນແປງໃນຊ່ວງວິກິດນີ້” “ດ້ວຍການສະໜອງເຄື່ອງອຸປະກອນພື້ນຖານ ໃຫ້ກັບສູນຈໍາກັດບໍລິເວນ ແລະ ພວກເຮົາຫວັງວ່າ ຈະສາມາດໃຫ້ຄວາມສະດວກສະບາຍ ແກ່ບຸກຄົນຜູ້ທີ່ສູນເສຍວຽກເຮັດງານທໍາ ແລະ ກໍາລັງລໍຖ້າທີ່ຈະພົບກັບຄອບຄົວຂອງເຂົາເຈົ້າອີກຄັ້ງ ເມື່ອເຂົາເຈົ້າກວດພົບວ່າບໍ່ມີເຊື້ອ ໂຄວິດ-19 ແລ້ວ. ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ຂໍສະແດງຄວາມຂອບໃຈຕໍ່ ອົງການ KOICA ສໍາລັບການປະກອບສ່ວນອັນໃຫຍ່ຫຼວງ ໃນມື້ນີ້, ລວມທັງອຸປະກອນໂຮງໝໍໃນມູນຄ່າ 30,000 ໂດລາ ສຫລ ທີ່ KOICA ໄດ້ສະໜອງໃຫ້ແກ່ໂຮງໝໍເສດຖາທິລາດເພື່ອໂຕ້ຕອບກັບ ໂຄວິດ-19 ກ່ອນໜ້ານີ້.”


