ຕອນບ່າຍວັນທີ 11 ມັງກອນ 2022 ທີ່ກະຊວງສາທາລະນະສຸກ ໄດ້ມີພີທີມອບ – ຮັບລົດຕູ້ເຢັນສຳລັບຂົນວັກຊິນ ແລະອຸປະກອນໄອທີໂດຍການຊ່ວຍເຫຼືອຂອງອົງການພັດທະນາສາກົນ ປະເທດສະຫະ ລັດອາເມລິກາ (USAID) ແລະກະຊວງສາທາລະນະສຸກເຢຍລະມັນ (BMG) ຜ່ານອົງການ ອະນາໄມໂລກ (WHO) ມູນຄ່າ 383,794ໂດລາ ໃຫ້ສູນສຸຂະພາບແມ່ ແລະເດັກ, ກະຊວງສາທາ ລະນະສຸກ (MOH), ອຸປະກອນດັ່ງກ່າວຈະຊ່ວຍໃຫ້ ສປປ ລາວ ສາມາດນຳໃຊ້ເຕັກໂນໂລຊີຂໍ້ມູນ ຂ່າວສານເພື່ອຂັບເຄື່ອນວຽກງານສັກຢາ ແລະຮັບປະກັນຄວາມຖືກຕ້ອງຂອງຂໍ້ມູນທົ່ວ ສ ປປ ລາວ ເພື່ອສະໜັບສະໜູນເປົ້າໝາຍຂອງ ສ ປປ ລາວ ທີ່ຈະສັກວັກຊີນໃຫ້ປະຊາກອນໃຫ້ໄດ້ 80%.
ພິທີຄັ້ງນີ້ ໂດຍການເຂົ້າຮ່ວມກ່າວຮັບຂອງທ່ານປອ.ດຣ. ບຸນແຝງ ພູມມະໄລສິດ ,ລັດຖະມົນຕີ ກະຊວງສາທາລະນະສຸກ ແລະກ່າວມອບ ໂດຍທ່ານນາງ Annette Knobloch, ເອກອັກ ຄະລັດຖະທູດ ເຢຍລະມັນປະຈຳ ສ ປປ ລາວ, ທ່ານນາງຈອຍມິຊິໂກະ ຊາກຸໄຣ, ຮອງທູດ ແຫ່ງສະຫະລັດອາເມລິກາປະຈໍາ ສ ປປລາວ; ທ່ານຄູເລິນຮິວ, ຮອງຜູ້ຕາງໜ້າອົງການ USAID ປະຈຳລາວ; ແລະທ່ານ ດຣ ຢູລີ, ຮັກສາການແທນຜູ້ຕາງໜ້າອົງການອະນາໄມໂລກປະຈຳ ສປປ ລາວ ມີຜູ້ຕາງໜ້າກະຊວງການຕ່າງປະເທດ, ກະຊວງສາທາລະນະສຸກ ແລະພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ອຸປະກອນດັ່ງກ່າວຊ່ວຍຊຸກຍູ້ສູນສຸຂະພາບແມ່ ແລະເດັກ, ກົມອະນາໄມ ແລະສົ່ງເສີມສຸຂະພາບ ແລະກົມແຜນການແລະການຮ່ວມມື, ໃນການພັດທະນາລະບົບໃໝ່ເພື່ອນັດໝາຍ, ລົງທະບຽນ ລ່ວງໜ້າ, ແລະບັນທຶກຂໍ້ມູນການສັກວັກຊີນລະດັບບຸກຄົນ ແລະສະໜອງບັດວັກຊີນທີ່ນຳໃຊ້ QR code ຢູ່ຈຸດບໍລິການໃຫ້ວັກຊີນ ແລະໂຮງໝໍສູນກາງ 5 ແຫ່ງ. ດ້ວຍຄວາມສາມາດດ້ານໄອທີທີ່ເພີ່ມຂຶ້ນ, ລະບົບດັ່ງກ່າວຈະຂະຫຍາຍໄປສູ່ບັນດາໂຮງໝໍແຂວງ ແລະໂຮງໝໍເມືອງ.
ທຶນການຊ່ວຍເຫຼືອ ຄັ້ງນີ້ ຄືອົງການ USAID ມູນຄ່າ 197,633 ໂດລາ, ກະຊວງສາທາລະນະສຸກເຢຍລະມັນພາຍໃຕ້ທຶນການຊ່ວຍເຫຼືອຈາກ BMG ມູນຄ່າ 186,161 ໂດລາໂດຍອົງການWHO ຈະເປັນຜູ້ຮັບຜິດຊອບໃນການຈັດຊື້ ແລະຂົນສົ່ງເຄື່ອງຊ່ວຍເຫຼືອຄັ້ງນີ້. ເພື່ອໃຫ້ການບໍລິການວັກຊີນ ແບບເຄື່ອນທີ່ຢູ່ນະຄອນຫຼວງວຽງຈັນ. ກ ການສະໜັບສະໜູນດັ່ງກ່າວຈະຊ່ວຍໃຫ້ລັດຖະບານລາວສາມາດສະໜອງການບໍລິການວັກຊີນໃຫ້ປະຊາຊົນໄດ້ໄວ ແລະສະດວກ, ມີປະສິດທິພາບກວ່າເກົ່າລວມທັງການບັນທຶກການສັກວັກຊີນ ທີ່ຖືກຕ້ອງ ຊັດເຈນຂຶ້ນ. ພອມກັນນີ້ກໍຍັງຊ່ວຍຫຼຸດຜ່ອນຄວາມແອອັດຢູ່ບ່ອນໃຫ້ບໍລິການວັກຊີນ ແລະຫຼີກລ່ຽງ ການສະໜອງວັກຊີນບໍ່ພຽງພໍ ແລະວັກຊີນທີ່ເກີນຢູ່ແຕ່ສະຖານທີ່ໃຫ້ບໍລິການ.
ທ່ານປອ. ດຣ. ບຸນແຝງ ພູມມະໄລສິດໄດ້ຕາງໜ້າໃຫ້ກະຊວງສາທາລະນະສຸກສະແດງຄວາມ ຂອບໃຈຢ່າງສູງມາຍັງອົງການUSAID, ກະຊວງສາທາລະນະສຸກຂອງເຢຍລະມັນແລະອົງການອະນາໄມໂລກທີ່ໄດ້ປະກອບສ່ວນຊ່ວຍເຫຼືອວຽກງານສັກຢາກກັນພະຍາດ ແລະເຫັນວ່າລົດຕູ້ເຢັນຂົນສົ່ງອຸປະກອນໄອທີດັ່ງກ່າວນີ້ ຈະຊ່ວຍຊຸກຍູ້ສົ່ງເສີມສູນສຸຂະພາບແມ່ ແລະເດັກ, ໂຮງໝໍສູນກາງ 5 ແຫ່ງ ແລະໂຮງໝໍເມືອງ 9 ແຫ່ງໃນນະຄອນຫຼວງວຽງຈັນໃຫ້ສາມາດປັບປຸງຄຸນະພາບດ້ານຂໍ້ມູນຂ່າວສານ, ປັບປຸງຂະບວນການປ້ອນຂໍ້ມູນ, ການລາຍງານໃຫ້ທັນເວລາແລະໄວຂຶ້ນໂດຍລະບົບທີ່ຫຼຸດຜ່ອນການນຳໃຊ້ເອກະສານ. ພິທີການມອບ-ຮັບ ຄັ້ງນີ້ແມ່ນສ່ວນຫນຶ່ງຂອງຄວາມພະຍາຍາມຂອງພວກເຮົາທີ່ນໍາໃຊ້ເຕັກໂນໂລຢີເພື່ອຫຼຸດຜ່ອນ ພາລະຂອງແພດໝໍທີ່ເຄັ່ງຕຶງ ແລະປັບປຸງການຈັດສົ່ງວັກຊີນ.
ທ່ານ ນາງຊາກຸໄຣ ໄດ້ສະແດງຄວາມຊົມເຊີຍຕໍ່ ສປປ ລາວ ຕໍ່ຄວາມສຳເລັດໃນການຮັບປະກັນຄວາມປອດໄພຂອງປະຊາຊົນລາວ ແລະ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນດ້ານສາຍພົວພັນຮ່ວມມືແບບກວມລວມລະຫວ່າງ ສປປ ລາວແລະ ສະຫະລັດອາເມລິກາ.ທ່ານ ນ. ຈອຍມິຊິໂກະຊາກຸໄຣ, ຮອງທູດແຫ່ງສະຫະລັດອາເມລິກາປະຈໍາສປປລາວ. ນອກຈາກການຊ່ວຍເຫຼືອດ້ານວັກຊີນແລ້ວ, ອຸປະກອນນີ້ແມ່ນເປັນສ່ວນໜຶ່ງໃນງົບປະມານ 13 ລ້ານໂດລາສະຫະລັດທີ່ທາງລັດຖະບານ ສະຫະລັດອາເມລິກາ ໄດ້ປະກອບສ່ວນເຂົ້າໃນວຽກງານຮັບມືກັບພະຍາດໂຄວິດ-19 ຢູ່ໃນລາວ. ເປົ້າໝາຍຂອງພວກເຮົາແມ່ນເພື່ອຊ່ວຍໃຫ້ ສປປ ລາວບັນລຸເປົ້າໝາຍການສັກວັກຊີນ, ປ້ອງກັນການເຈັບເປັນຮ້າຍແຮງ ແລະຊ່ວຍຮັກສາຊີວິດ.ກ່ອນວັນຄົບຮອບ 64 ປີແຫ່ງການພົວພັນ ທາງການທູດ ລະຫວ່າງເຢຍລະມັນ- ສປປລາວ, ທ່ານນາງ Knobloch ຍັງໄດ້ຊົມເຊີຍຜົນສຳເລັດ ອັນໃຫຍ່ຫຼວງຂອງລັດຖະບານລາວ ທ່ານນາງ Knobloch ເອກອັກຄະລັດຖະທູດແຫ່ງເຢຍລະມັນປະຈຳ ສປປລາວກ່າວວ່າ: ໃນການຮັບມືກັບການລະບາດຂອງພະຍາດໂຄວິດ-19 ພະຍາດລະບາດ ສາມາດ ຮັບມືໄດ້ຖ້າພວກເຮົາຮ່ວມແຮງຮ່ວມໃຈກັນ. ປະຈຸບັນນີ້ເຢຍລະມັນ ແລະສະຫະລັດອາເມ
ລິກາແມ່ນສອງຜູ້ໃຫ້ທຶນທີ່ໃຫຍ່ທີ່ສຸດຂອງໂຄງການ COVAX. ພວກເຮົາທັງສອງປະເທດໃຫ້ຄຳໝັ້ນ ສັນຍາທີ່ຈະຊອກເອົາການຊ່ວຍເຫຼືອຈາກຫຼາຍຝ່າຍເພື່ອຕໍ່ສູ້ກັບພະຍາດລະບາດ ແລະ ຮັບປະກັນ ການໃຫ້ບໍລິການວັກຊີນໂຄວິດ-19 ທີ່ເທົ່າທຽມ,ໂປ່ງໃສ ແລະສາມາດເຂົ້າເຖິງໄດ້, ລວມໄປເຖິງ ຢາປົວພະຍາດ ແລະການບົ່ງມະຕິພະຍາດໃນທົ່ວໂລກ. ຂ້າພະເຈົ້າຮູ້ສຶກດີໃຈທີ່ເຫັນວ່າ ອຸປະກອນຂອງລັດຖະບານເຢຍລະມັນສາມາດປະກອບສ່ວນປັບປຸງສະຖານທີ່ບໍລິການດ້ານສຸຂະພາບ ຂອງ ສປປ ລາວ ໃນເວລາທີ່ຫຍຸ້ງຍາກເຊັ່ນນີ້.

