ຕອນເຊົ້າວັນທີ 14 ພຶດສະພາ 2022 ທີ່ສະຖາບັນຍຸຕິທໍາແຫ່ງຊາດ ກະຊວງຍຸຕິທໍາ ໄດ້ມີພິທີມອບທຶນການສຶກສາຈາກອົງການ USAID ໃຫ້ແກ່ນັກສຶກສາກົດໝາຍຂອງລາວ ຈໍານວນ 12ຄົນ, ເປັນກຽດເຂົ້າຮ່ວມໃນພິທີ ມີທ່ານເກດສະໜາ ພົມມະຈັນ ຮອງລັດຖະມົນຕີກະຊວງຍຸຕິທໍາ, ທ່ານນາງ ດຣ ອິສໂຊເບວ ໂຕແມນ ຮອງຜູ້ບໍລິຫານດ້ານນະໂຍບາຍ ແລະແຜນງານໂຄງການ ຂອງອົງການ USAID ພ້ອມດ້ວຍຜູ້ຕາງໜ້າຈາກສະຖາບັນຍຸຕິທໍາແຫ່ງຊາດ ກະຊວງຍຸຕິທໍາ, ກະຊວງການຕ່າງປະເທດ, ສະພາທະນາຍຄວາມ, ອົງການ USAID ແລະມູນນິທິເອເຊຍເຂົ້າຮ່ວມທັງໝົດ 50ຄົນ.
ທຶນການສຶກສານີ້ ມີເປົ້າໝາຍເພື່ອສະໜັບສະໜູນທຶນຮອນ ໃຫ້ນັກສຶກສາໜຸ່ມເຫລົ່ານີ້ຈົບຫລັກສູດ ການຝຶກອົບຮົມວິຊາດ້ານກົດໝາຍ ເປັນໄລຍະເວລາ 1ປີ ທີ່ສະຖາບັນຍຸຕິທໍາແຫ່ງຊາດ , ເຊິ່ງເປັນເງື່ອນໄຂພື້ນຖານໃນການກ້າວໄປເປັນຜູ້ພິພາກສາ, ທະນາຍຄວາມ ຫລືໄອຍະການໃນອະນາຄົດ. ທຶນການສຶກສາດັ່ງກ່າວ ຍັງມີຈຸດປະສົງເພື່ອຊຸກຍູ້ໃຫ້ມີບຸກຄະລາກອນທີ່ເປັນເພດຍິງ ແລະເປັນຕົວແທນຈາກກຸ່ມຜູ້ດ້ອຍໂອກາດ ໃນຂະແໜງການກົດໝາຍ ແລະຍຸຕິທໍາຫລາຍຂຶ້ນ.
ທຶນການສຶກສາເຫລົ່ານີ້ເປັນກິດຈະກໍາໜຶ່ງພາຍໃຕ້ໂຄງການສົ່ງເສີມການເຂົ້າເຖິງກົດໝາຍ ແລະຄວາມຍຸຕິທໍາຂອງປະຊາຊົນ ໃນ ສປປ ລາວ ທີ່ໄດ້ຮັບການສະໜັບສະໜູນຈາກ ອົງການ USAID ແລະຈັດຕັ້ງປະຕິບັດໂດຍມູນນິທິເອເຊຍ, ມາຮອດປະຈຸບັນໂຄງການນີ້ໄດ້ໃຫ້ ແກ່ນັກສຶກສາ ເພດຍິງຈໍານວນ 45ຄົນ ເພື່ອຊ່ວຍໃຫ້ ສປປ ລາວ ສາມາດບັນລຸຄາດໝາຍ ກາຍເປັນລັດຄຸ້ມຄອງສັງຄົມດ້ວຍກົດໝາຍ.
ໂດຍ: ຄໍາກອງ


