ໃນຕອນເຊົ້າມື້ນີ້ (ວັນທີ 5 ພຶດສະພາ 2022) ທີ່ສະໂມ ສອນເມືອງລະຄອນເພັງ ອົງຄະນະພັກເມືອງລະຄອນເພັງໄດ້ໄຂກອງປະຊຸມຄົບຄະນະບໍລິຫານງານ ເປີດກວ້າງຄັ້ງທີ 9 ສະໄໝທີ VIII ຕິດພັນກັບກອງປະຊຸມອົງການປົກຄອງເມືອງຄັ້ງທີ 6 ຊຸດທີ VIII ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ທອງດີ ຈັນທະວົງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງລະຄອນເພັງ, ມີບັນດາສະຫາຍໃນຄະນະບໍລິຫານງານພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກທົ່ວເມືອງ, ຫົວໜ້າ-ຮອງຫ້ອງການ-ອົງການທຽບເທົ່າອ້ອມຂ້າງເມືອງເຂົ້າຮ່ວມ.
ໃນໂອກາດມີຄໍາເຫັນກ່າວໄຂກອງປະຊຸມ ສະຫາຍ ທອງດີ ຈັນທະວົງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງລະຄອນເພັງ ໄດ້ໃຫ້ຮູ້ວ່າ ກອງປະຊຸມຄົບຄະນະບໍລິ ຫານງານພັກເມືອງ ເປີດກວ້າງຄັ້ງທີ 9 ສະໄໝທີ VIII ຕິດພັນກັບກອງປະຊຸມອົງການປົກຄອງເມືອງຄັ້ງທີ 6 ຊຸດທີ VIII ດໍາເນີນໃນທາມກາງບັນຍາກາດ ທີ່ທົ່ວພັກ, ລັດ, ກອງທັບ ແລະປວງຊົນລາວບັນດາເຜົ່າຊາວເມືອງລະຄອນເພັງ ພວມກໍາລັງອອກແຮງແຂງຂັນ, ຈັດຕັ້ງຜັນຂະຫຍາຍມະຕິ XI ຂອງພັກ, ມະຕິ IX ຂອງອົງຄະນະພັກແຂວງ ແລະມະຕິ VIII ຂອງອົງຄະນະພັກເມືອງລະຄອນເພັງ, ຕິດພັນກໍາການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ. ໂດຍມີຈຸດ ປະສົງເພື່ອຕີລາຄາການນໍາພາຮອບດ້ານຂອງອົງຄະນະພັກເມືອງ ແລະສະຫຼຸບການຈັດຕັ້ງປະຕິບັດວຽກງານອົງການປົກຄອງໄລຍະ 3 ເດືອນຕົ້ນປີ ແລະວາງທິດທາງແຜນການ 9 ເດືອນປີຕໍ່ໜ້າ. ເຊິ່ງຕະຫຼອດໄລຍະ 3 ເດືອນຜ່ານມາ ເມືອງລະຄອນເພັງໄດ້ຖືກກະທົບຈາກສະພາບຜັນແປຂອງໂລກ, ພາກພື້ນ ແລະສາກົນ ກໍຄືໄພທໍາມະຊາດ, ການແຜ່ລະບາດຂອງພະຍາດໂຄວິດ-19, ບັນຫາເງິນຕາ, ການປັບຂຶ້ນຂອງລາຄານໍ້າມັນເຊື້ອໄຟ ແລະສິນຄ້າເຮັດໃຫ້ຄ່າຄອງຊີບສູງຂຶ້ນ ແລະປະກົດການຫຍໍ້ທໍ້ຕ່າງໆ ໄດ້ສ້າງຄວາມຫຍຸ້ງຍາກບໍ່ໜ້ອຍ ຕໍ່ການພັດທະນາເສຖະກິດ-ສັງຄົມ ແລະແກ້ໄຂຄວາມທຸກຍາກ. ແຕ່ເຖິງຢ່າງໃດກໍ່ຕາມພາຍໃຕ້ການຊີ້ນໍາ-ນໍາພາຂອງອົງຄະນະພັກເມືອງ ແລະຄວາມເປັນເຈົ້າການຂອງຄະນະພັກແຕ່ລະຂັ້ນ ເຮັດໃຫ້ເມືອງລະຄອນເພັງສາມາດຜ່ານຜ່າຂໍ້ຫຍຸ້ງຍາກ ແລະບັນລຸຜົນສໍາເລັດຫຼາຍດ້ານ.
ເຊິ່ງຕາມວາລະກອງປະຊຸມແມ່ນຈະໄດ້ດໍາເນີນເປັນເວລາ 2 ມື້ (5-6 ພຶດສະພາ 2022) ໂດຍມື້ທໍາອິດຂອງກອງປະຊຸມ ຜູ້ແທນກອງປະຊຸມຈະໄດ້ພ້ອມກັນຄົ້ນຄວ້າປະກອບຄໍາເຫັນ ແລະຮັບຮອງບົດຕີລາການນໍາພາຮອບດ້ານ 3 ເດືອນຕົ້ນປີ ແລະທິດທາງນໍາພາ 9 ເດືອນ ຂອງອົງຄະ ນະພັກເມືອງ ແລະຄົ້ນຄ້ວາຮັບຮອງຮ່າງຂໍ້ກໍານົດວ່າດ້ວຍກອງທຶນຊ່ວຍເຫຼືອສະມາຊິກພັກຂັ້ນເມືອງ ແລະມື້ສຸດ ທ້າຍຂອງກອງປະຊຸມ ຜູ້ແທນກອງປະຊຸມຈະໄດ້ພ້ອມກັນຄົ້ນຄ້ວາປະກອບຄໍາເຫັນ ແລະຮັບຮອງເອົາບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສຖະກິດ-ສັງ ຄົມ, ແຜນງົບປະມານແຫ່ງລັດ 3 ເດືອນຕົ້ນປີ ແລະແຜນ 9 ເດືອນຂອງອົງການປົກຄອງເມືອງ.
Cr: ສື່ມວນຊົນລະຄອນເພັງ





