ໃນວັນທີ 27 ສິງຫາ 2021 ທີ່ສໍານັກງານ ຄຕພ (ຫຼັກ 6), ຄະນະພົວພັນຕ່າງປະ ເທດສູນກາງພັກ (ຄຕພ) ໄດ້ຈັດກອງປະຊຸມທາບທາມຮ່າງເນື້ອໃນເອກະສານ ແລະ ບຸກຄະລາກອນ ຮອບທີ 1 ເພື່ອກ້າວສູ່ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ, ໂດຍການເປັນປະ ທານຂອງສະຫາຍ ທອງສະຫວັນ ພົມ ວິຫານ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ມີບັນດາສະຫາຍຄະນະບໍລິຫານງານພັກ ຄຕພ, ຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນ ແລະ ສໍາຮອງ ພາຍໃນອົງຄະນະພັກ ຄຕພ ເຂົ້າ ຮ່ວມ.
ການທາບທາມຄັ້ງນີ້ ແມ່ນປະຕິບັດຕາມກົດລະບຽບຂອງພັກ ໂດຍສະເພາະແມ່ນ ຫຼັກການລວມສູນປະຊາທິປະ ໄຕ ທີ່ເປັນຫຼັກການພື້ນຖານຂອງພັກ, ທັງເປັນການເສີມຂະຫຍາຍສະຕິປັນຍາ ແລະ ເຕົ້າ ໂຮມເອົາຄຳຄິດຄຳເຫັນຂອງສະມາຊິກພັກ ປະກອບໃສ່ເນື້ອໃນເອກະສານ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ສະມາ ຊິກພັກ ຄັ້ງທີ II ຂອງອົງຄະນະພັກ ຄຕພ. ໃນໂອກາດນີ້, ສະຫາຍ ສົມພອນ ສີຈະເລີນ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນ ກາງພັກ ໄດ້ຂຶ້ນນຳສະເໜີຮ່າງລາຍງານການເມືອງ ກໍຄືໝາກຜົນຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກ ຄຕພ ໃນໄລຍະ 5 ປີຜ່ານມາ (2016-2020), ແຜນພັດທະນາ ຄຕພ ໄລຍະ 2021-2025 ແລະ ບົດສໍາຫຼວດການນໍາພາຂອງຄະນະບໍລິຫານງານພັກ ຄຕພ, ຊຶ່ງສະຫາຍຮອງເລຂາ ໄດ້ຍົກໃຫ້ເຫັນບັນດາເນື້ອໃນສຳຄັນແຕ່ລະດ້ານ ເປັນຕົ້ນ: ດ້ານການເມືອງ-ແນວຄິດ; ດ້ານການຈັດຕັ້ງ ໃນການກໍ່ສ້າງພັກ, ການປັບປຸງກົງຈັກ ແລະ ບຸກຄະລາກອນ, ການນຳພາ-ຊີ້ນຳອົງການຈັດຕັ້ງມະຫາຊົນ, ວຽກງານກວດກາ ແລະ ປ້ອງກັນພັກ- ພະນັກງານ, ວຽກນະໂຍບາຍ ແລະ ແຂ່ງຂັນຍ້ອງຍໍ; ດ້ານການນຳພາວຽກງານວິຊາສະເພາະ ປະຕິບັດໜ້າທີ່ການເມືອງເປັນເສນາທິການໃນການເຄື່ອນໄຫວວຽກງານຕ່າງປະເທດຂອງພັກ.
ນອກຈາກນັ້ນ, ກໍຍັງຍົກໃຫ້ເຫັນຂໍ້ຄົງຄ້າງໃນດ້ານຕ່າງໆ, ສາເຫດທີ່ພາໃຫ້ມີດ້ານດີ ແລະ ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້, ລວມທັງບັນດາທິດທາງ, ຄາດໝາຍສູ້ຊົນ ແລະ ວຽກຈຸດສຸມ ໃນການນຳພາຂອງອົງຄະນະພັກ ຄຕພ ໄລຍະ 2021-2025 ເພື່ອໃຫ້ຜູ້ເຂົ້າຮ່ວມ ໄດ້ຄົ້ນຄວ້າ ແລະ ປະກອບຄຳຄິດເຫັນ ເຮັດໃຫ້ຮ່າງເອກະສານດັ່ງກ່າວມີເນື້ອໃນສົມບູນຍິ່ງໆຂຶ້ນຫຼັງຈາກນັ້ນ, ໄດ້ດຳເນີນການປ່ອນບັດທາບທາມເອົາບຸກຄະລາກອນ ຮອບທີ I ເພື່ອກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກ ຄຕພ ທີ່ຈະຈັດຂຶ້ນໃນຕໍ່ໜ້າ, ໃນໂອກາດນີ້ ສະຫາຍ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ ໂດຍໄດ້ມີຄໍາເຫັນຊີ້ນໍາ ແລະ ຕັ້ງຄໍາຖາມເຈາະຈີ້ມ ເພື່ອເປັນທິດທາງໃຫ້ກອງປະຊຸມປະກອບຄໍາເຫັນໃສ່ບັນດາຮ່າງເອກະສານພື້ນຖານຂອງກອງປະຊຸມໃຫຍ່ສະມາຊິກພັກໃຫ້ຄົບຖ້ວນສົມບູນ ແລະ ພາວະວິໄສ. ພ້ອມທັງໄດ້ເນັ້ນໜັກໃຫ້ການປ່ອນບັດດຳເນີນໄປຢ່າງມີຄວາມຮັບຜິດຊອບປະຊາທິປະໄຕ, ເປັນໄປຕາມຂັ້ນຕອນ ແລະ ຖືກຕ້ອງຕາມລະບຽບຫຼັກການທີ່ກຳນົດໄວ້; ຮັບປະກັນທາງດ້ານໂຄງປະກອບ ໃຫ້ມີລັກສະນະສົມສ່ວນ, ລັກສະນະສືບທອດຕໍ່ເນື່ອງ ໂດຍສະເພາະ ເພດ, ເຜົ່າ, ຮຸ່ນ (ໜຸ່ມ, ກາງ ແລະ ອາວຸໂສ). ກອງປະຊຸມໄດ້ດໍາເນີນໄປຕາມວາລະ ແລະ ປະສົບຜົນສໍາເລັດຕາມຄາດໝາຍ.
