ຕອນເຊົ້າວັນທີ 12 ສິງຫາ 2021 ທີ່ຫໍປະຊຸມແຫ່ງຊາດ, ຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມທາບທາມຮ່າງເນື້ອໃນເອກະ ສານ ແລະ ບຸກຄະລາກອນ ຮອບທີ I ເພື່ອກ້າວສູ່ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ, ໂດຍການເປັນປະທານ ຂອງສະຫາຍ ຄຳເຈນ ວົງໂພສີ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ຫສນຍ; ມີບັນດາສະຫາຍຄະນະບໍລິຫານງານພັກ ຫສນຍ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນ ພາຍໃນອົງຄະນະພັກ ຫສນຍ ເຂົ້າຮ່ວມ.
ການທາບທາມຄັ້ງນີ້ ແມ່ນປະຕິບັດຕາມກົດລະບຽບຂອງພັກ ໂດຍສະເພາະ ຫຼັກການລວມສູນປະຊາທິປະໄຕ ທີ່ເປັນຫຼັກການພື້ນຖານຂອງພັກ, ທັງເປັນການເຕົ້າໂຮມສະຕິປັນຍາ ແລະ ຍາດແຍ່ງເອົາຄຳຄິດຄຳເຫັນຂອງສະມາຊິກພັກ ເຂົ້າໃນການທາບທາມເນື້ອໃນເອກະສານ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກ ຫສນຍ. ໃນໂອກາດນີ້, ສະຫາຍ ຄຳເຈນ ວົງໂພສີ ໄດ້ໃຫ້ກຽດນຳສະເໜີ ຮ່າງລາຍງານການເມືອງ ກໍ່ຄື ໝາກຜົນຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ຫສນຍ ໃນໄລຍະ 5 ປີຜ່ານມາ (2017-2021) ເພື່ອໃຫ້ຜູ້ເຂົ້າຮ່ວມ ໄດ້ຄົ້ນຄວ້າ ແລະ ປະກອບຄຳຄິດເຫັນ ເຮັດໃຫ້ຮ່າງລາຍງານການເມືອງ ມີເນື້ອໃນສົມບູນ ຍິ່ງໆຂຶ້ນ ແລະ ມີຄວາມເປັນເອກະພາບສູງ, ຊຶ່ງສະຫາຍ ໄດ້ຍົກໃຫ້ເຫັນບັນດາເນື້ອໃນສຳຄັນແຕ່ລະດ້ານ ເປັນຕົ້ນ ດ້ານການເມືອງ-ແນວຄິດ; ດ້ານການຈັດຕັ້ງ (ການນຳພາປັບປຸງການຈັດຕັ້ງພັກ ແລະ ກໍ່ສ້າງພັກ, ການປັບປຸງກົງຈັກລັດ ແລະ ບຸກຄະລາກອນ, ການນຳພາ-ຊີ້ນຳອົງການຈັດຕັ້ງມະຫາຊົນ, ວຽກງານກວດກາ ແລະ ປ້ອງກັນພັກ-ພະນັກງານ, ວຽກນະໂຍ ບາຍ ແລະ ແຂ່ງຂັນຍ້ອງຍໍ); ດ້ານການນຳພາວຽກງານວິຊາສະເພາະ (ການປະຕິບັດຄຳຂວັນ 3 ດີ: ເສນາທິການທີ່ດີ, ປະສານງານທີ່ດີ ແລະ ບໍລິການຮັບໃຊ້ທີ່ດີ). ນອກຈາກນັ້ນ ກໍ່ຍັງຍົກໃຫ້ເຫັນຂໍ້ຄົງຄ້າງໃນດ້ານຕ່າງໆ, ສາເຫດທີ່ພາໃຫ້ມີດ້ານດີ ແລະ ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້, ລວມທັງ ບັນດາທິດທາງ, ຄາດໝາຍສູ້ຊົນ ແລະ ວຽກຈຸດສຸມ ໃນການນຳພາ ຂອງອົງຄະນະພັກ ຫສນຍ ໄລຍະ 2021-2025 ຕື່ມອີກ.
ຫຼັງຈາກນັ້ນ, ໄດ້ດຳເນີນການປ່ອນບັດທາບທາມເອົາບຸກຄະລາກອນ ຮອບທີ I ເພື່ອກະກຽມໃຫ້ແກ່ການດຳ ເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກ ຫສນຍ ທີ່ຈະໄຂຂຶ້ນໃນຕໍ່ໜ້າ, ໃນນີ້ ສະຫາຍເລຂາຄະນະບໍລິຫານງານພັກ ຫສນຍ ໄດ້ເນັ້ນໜັກໃຫ້ແຕ່ລະສະຫາຍມີຄວາມຮັບຜິດຊອບສູງ ຕໍ່ການຄົ້ນຄວ້າຄັດເລືອກບຸກຄະລາກອນ ຕາມມາດຖານ, ເງື່ອນໄຂທີ່ກຳນົດໄວ້ ເປັນຕົ້ນ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ, ຄວາມຮູ້ຄວາມສາມາດ, ພ້ອມທັງ ຮັບປະກັນທາງດ້ານໂຄງປະກອບ ໃຫ້ມີລັກສະນະສົມສ່ວນ, ລັກສະນະສືບທອດຕໍ່ເນື່ອງ ໂດຍສະເພາະ ເພດ, ເຜົ່າ, ຮຸ່ນ (ໜຸ່ມ, ກາງ ແລະ ອາວຸໂສ). ນອກຈາກນັ້ນ, ສະຫາຍ ຄຳລາວັນ ຈັນທະລາວັນ, ຮອງເລຂາຄະນະບໍລິຫານງານພັກ ຫສນຍ, ຫົວໜ້າອະນຸກຳມະການບຸກຄະລາກອນ ກໍ່ໄດ້ໃຫ້ກຽດນຳສະເໜີຂໍ້ຕົກລົງ ສະບັບເລກທີ 83/ຄພ.ຫສນຍ, ລົງວັນທີ 11 ສິງຫາ 2021 ວ່າດ້ວຍມາດຖານ, ເງື່ອນໄຂ ຄະນະບໍລິຫານງານພັກ ຫສນຍ ສະໄໝທີ V ເພື່ອເປັນບ່ອນອີງ ໃຫ້ແກ່ສະມາຊິກພັກ ຄົ້ນຄວ້າເລືອກເຟັ້ນບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານພັກ ຫສນຍ ຊຸດໃໝ່ ສອດຄ່ອງກັບ ມາດຖານ, ເງື່ອນໄຂ ຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 030/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍມາດຕະຖານ ຂອງພະນັກງານນຳພາ-ຄຸ້ມຄອງ. ສຳລັບການປ່ອນບັດທາບທາມເອົາບຸກຄະລາກອນ ຮອບທີ I ຄັ້ງນີ້ ແມ່ນໄດ້ດຳເນີນໄປ ຢ່າງມີປະຊາທິປະໄຕ, ເປັນໄປຕາມຂັ້ນຕອນ ແລະ ຖືກຕ້ອງ ຕາມລະບຽບຫຼັກການທີ່ກຳນົດໄວ້.
(ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ).