ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັກຊິນ Pfizer BioNTech” ຈາກລັດຖະບານອົດສະຕາລີຈຳນວນ: 905,580ໂດສ ໄດ້ມາເຖິງສະໜາມບິນ ສາກົນວັດໄຕ ນະຄອນຫຼວງວຽງຈັນ ຕອນຄໍ່າວັນທີ 2 ມັງກອນ 2022, ຊຶ່ງເປັນການຊ່ວຍເຫຼືອສອງຝ່າຍຈາກລັດຖະບານອົດສະຕາລີ ໃຫ້ເເກ່ ລັດຖະບານ ສປປ ລາວ ໂດຍມີການຈັດສົ່ງຜ່ານ ອົງການຢູນິເຊັບ.
ກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບວັກຊີນເຫຼົ່ານີ້ທີ່ສະໜາມບິນສາກົນວັດໄຕ ພ້ອມດ້ວຍທ່ານ ແດນ ເຮວເດິນ, ອຸປະທູດອົດສະຕຣາລີ ແລະ ທ່ານນາງ ລີໂອເຕັສ ເຮລິນ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ.
ໃນໄລຍະຜ່ານມາ ລັດຖະບານອົດສະຕາລີ ໄດ້ໃຫ້ການຊ່ວຍເຫຼືອວັກຊີນ AstraZeneca/Oxford”ຈຳນວນ:100,000ໂດສ ໃຫ້ແກ່ ລັດຖະບານ ສປປ ລາວ. ວັກຊີນ“Pfizer BioNTech” ຈໍານວນດັ່ງກ່າວນີ້, ຈະນໍາໄປສັກໃຫ້ ກຸ່ມຄົນອາຍຸແຕ່12 ຫາ17 ປີ, ເພຶ່ອເປັນການປະກອບສ່ວນເຂົ້າໃນວຽກງານສັກຢາປ້ອງກັນພະຍາດ ໂຄວິດ-19ໃຫ້ແກ່ກຸ່ມໄວໜຸ່ມເພື່ອໃຫ້ພວກເຂົາສາມາດສືບຕໍ່ການຮຽນຢູ່ໃນໂຮງຮຽນໄດ້ຢ່າງປອດໄພ, ໂດຍອີງຕາມແຜນປະຕິບັດການສັກວັກຊີນປ້ອງກັນພະຍາດໂຄວິດ-19 ແຫ່ງຊາດ. ນອກຈາກນີ້, ວັກຊີນ “Pfizer BioNTech” ເເມ່ນຍັງສືບຕໍ່ສັກໃຫ້ແກ່ຜູ້ມີອາຍຸ60 ປີຂຶ້ນໄປ, ກຸ່ມພະນັກງານສາທາລະນະສຸກໃນທົ່ວປະເທດ ເເລະ ກຸ່ມຜູ້ມີພະຍາດປະຈໍາຕົວ.