ຕອນແລງວັນທີ 12 ມັງກອນ 2022 ສປປ ລາວ ໄດ້ຮັບວັກຊີນປ້ອງກັນພະຍາດ ໂຄວິດ-19 ຈາກປະເທດອົດສະຕາລີ ຈຳນວນ 1,005,580 ໂດສ໌, ເຊີ່ງໃນນີ້ປະກອບມີວັກຊີນ Pfizer BioNTech ຈຳນວນ 905,580 ໂດສ໌ ແລະ ວັກຊີນ AstraZeneca/Oxford ຈໍານວນ 100,000 ໂດສ໌. ລວມມູນຄ່າທັງໝົດ 22 ລ້ານໂດລາອົດສະຕາລີ (ປະມານ 15.6 ລ້ານໂດລາສະຫະລັດ) ເຊິ່ງລວມເຖີງການຊ່ວຍເຫຼືອດ້ານເຕັກນິກ, ການຝຶກອົບຮົມ ແລະ ອຸປະກອນການແພດ.
ພິທີມອບ-ຮັບວັກຊີນດັ່ງກ່າວໄດ້ຈັດຂຶ້ນທີ່ກະຊວງສາທາລະນະສຸກ ແລະ ເຂົ້າຮ່ວມໂດຍ ທ່ານ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ແດນ ເຮລ໌ດອນ, ຮອງຫົວໜ້າຄະນະປະຕິບັດງານຂອງອົດສະຕາລີ, ແລະ ທ່ານນາງ ບີອາເຕ ດາສ໌ເທວ, ວ່າການແທນຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ.
ທ່າ ນ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: ຕາງໜ້າລັດຖະບານແຫ່ງ ສປປ ລາວ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງຈິງໃຈທີ່ສຸດມາຍັງລັດຖະບານອົດສະຕາລີທີ່ໄດ້ໃຫ້ການຊ່ວຍເຫຼືອໃນການສະໜອງວັກຊີນປ້ອງກັນພະຍາດ ໂຄວິດ-19 ໃຫ້ແກ່ປະຊາຊົນລາວຈໍານວນໜື່ງລ້ານກວ່າໂດສ໌. ພວກເຮົາມີຄວາມຍິນດີທີ່ສຸດຕໍ່ການປະກອບສ່ວນຂອງປະເທດອົດສະຕາລີ ເຊີ່ງເປັນການສະໜັບສະໜູນຢ່າງໃຫຍ່ຫຼວງຕໍ່ຄວາມພະຍາຍາມຂອງພວກເຮົາໃນປະຈຸບັນເພື່ອບັນລຸເປົ້າໝາຍສັກວັກຊີນໃຫ້ໄດ້ເຖິງ 87.25% ຂອງປະຊາກອນໃນປີ 2022, ເຊີ່ງໃນຂະບວນການນີ້້ເເມ່ນຈະສຸມໃສ່ກຸ່ມໄວໜຸ່ມ ເເລະ ກຸ່ມບຸລິມະສິດອື່ນໆ.”
ວັກຊີນ Pfizer BioNTech ທີ່ຈັດສົ່ງມາຄັ້ງຫຼ້າສຸດນີ້້ ຈະສັກໃຫ້ປະຊາຊົນອາຍຸແຕ່ 12 ຫາ 17 ປີ , ຜູ້ມີອາຍຸ 60 ປີຂຶ້ນໄປ, ພະນັກງານສາທາລະນະສຸກໃນທົ່ວປະເທດ ເເລະ ຜູ້ມີພະຍາດປະຈໍາຕົວໂດຍອີງຕາມ ແຜນປະຕິບັດການສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ແຫ່ງຊາດ. ທ່ານ ແດນ ເຮລ໌ດອນ, ຮອງຫົວໜ້າຄະນະປະຕິບັດງານຂອງອົດສະຕາລີ, ກ່າວວ່າ: “ປະເທດອົດສະຕາລີມີຄວາມພາກພູມໃຈທີ່ໄດ້ມີບົດບາດໃນການສະໜັບສະໜູນລັດຖະບານ ສປປ ລາວ ໃນການຮັບມືກັບພະຍາດໂຄວິດ-19 ແລະ ໃນການປະຕິບັດການສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ໃຫ້ໄດ້ຕາມເປົ້າໝາຍ 87.25% ໃນປີ 2022. ວັກຊີນ Pfizer BioNTech ທີ່ປະເທດອົດສະຕາລີໄດ້ສະໜອງໃຫ້ຈະເປັນອົງປະກອບສະໜັບສະໜູນທີ່ສໍາຄັນໃນຍຸດທະສາດຂອງລັດຖະບານເພື່ອໃຫ້ການປົກປ້ອງເເກ່ໄວໜູ່ມຈາກພະຍາດດັ່ງກ່າວ, ເຊີ່ງວັກຊີນນີ້ເເມ່ນໄດ້ຮັບອະນຸມັດໂດຍ ອົງການອະນາໄມໂລກ ແລ້ວສໍາລັບກຸ່ມເປົ້າໝາຍນີ້.” ນອກຈາກນີ້, ການຊ່ວຍເຫຼືອທາງດ້ານວິຊາການຂອງອົດສະຕາລີ (ໂດຍຜ່ານອົງການຢູ່ນິເຊັບ ເເລະ ອົງການອະນາໄມໂລກ) ຈະຊ່ວຍຮັບປະກັນການປະຕິບັດວຽກງານສັກວັກຊີນໃຫ້ມີຄວາມ ປອດໄພ ແລະ ມີປະສິດທິພາບ, ພ້ອມດ້ວຍເສີມສ້າງຄວາມເຂັ້ມແຂງໃຫ້ເເກ່ລະບົບຄວາມເຢັນເພື່ອຂົນສົ່ງວັກຊີນໃຫ້ແກ່ປະຊາກອນທີ່ມີຄວາມສ່ຽງສູງ ແລະ ຜູ້ທີ່ອາໄສຢູ່ໃນເຂດຫ່າງໄກສອກຫຼີກ, ເສີມສ້າງຄວາມເຂັ້ມແຂງໃຫ້ເເກ່ລະບົບຂໍ້ມູນກ່ຽວກັບວຽກງານສົ່ງເສີມສຸຂະພາບ ແລະ ຝຶກອົບຮົມພະນັກງານແພດກ່ຽວກັບການບໍລິຫານ ເເລະ ຈັດຕັ້ງປະຕິບັດການສັກວັກຊີນອີກດ້ວຍ. ປະເທດອົດສະຕາລີຍັງໄດ້ສະໜັບສະໜູນ ສປປ ລາວ ໃນວຽກງານການໂຄສະນາເຜີຍເເຜ່ ເເລະ ປູກຈິດສໍານຶກຂອງປະຊາຊົນ ເພື່ອຜັນຂະຫຍາຍການສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ອີກດ້ວຍ.
ທ່ານນາງ ບີອາເຕ ດາສ໌ເທວ, ວ່າການແທນຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ,ກ່າວວ່າ:“ອົງການຢູນິເຊັບ ມີຄວາມພາກພູມໃຈທີ່ໄດ້ໃຫ້ການສະໜັບສະໜູນການຈັດສົ່ງວັກຊີນປ້ອງກັນພະຍາດ ໂຄວິດ-19 ຄັ້ງຫຼ້າສຸດນີ້ຈາກປະເທດອົດສະຕາລີເຖິງສປປ ລາວ. ວັກຊີນປ້ອງກັນພະຍາດ ໂຄວິດ-19 ທັງໝົດທີ່ໄດ້ນໍາໃຊ້ໃນ ສປປ ລາວ ລ້ວນແຕ່ໄດ້ຜ່ານການທົດສອບຢ່າງເຂັ້ມງວດ ແລະ ໄດ້ພິສູດແລ້ວວ່າມີຄວາມປອດໄພ ແລະ ມີປະສິດທິພາບໃນການປ້ອງກັນອາການຮ້າຍແຮງ ແລະ ການເສຍຊີວິດຈາກພະຍາດໂຄວິດ-19. ວັກຊີນ Pfizer BioNTech ເເມ່ນໄດ້ນຳໃຊ້ເພຶ່ອໃຫ້ການປົກປ້ອງກັບປະຊາຊົນຫຼາຍຮ້ອຍລ້ານຄົນໃນທົ່ວໂລກເເລ້ວ ເເລະ ຍັງໄດ້ຮັບການລະບຸວ່າມີຄວາມປອດໄພ ແລະ ມີປະສິດທິພາບສໍາລັບກູ່ມຄົນອາຍຸ 12 ຫາ 17 ປີອີກດ້ວຍ.”
ມາຮອດວັນທີ 10 ມັງກອນ 2022, ສປປ ລາວ ໄດ້ຮັບວັກຊິນທັງໝົດ ປະມານ 17ລ້ານໂດສ ແລະປະຊາກອນລາວ 4,620,374ຄົນ ຫຼື 62.97 % ເເມ່ນໄດ້ຮັບການສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ຢ່າງໜ້ອຍ 1 ເຂັມ ແລະ ປະມານ 3,721,147ຄົນ ຫຼື 50.71% ເເມ່ນໄດ້ຮັບການສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ຄົບຕາມຄຳແນະນຳແລ້ວ.
Loading...