ວັນທີ່ 2 ສີງຫາ 2021 ນີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທືນ ພ້ອມດ້ວຍການນຳຂອງແຂວງ ແລະກະຊວງກ່ຽວຂ້ອງ ໄດ້ຢ້ຽມຢາມເຂດການຂຸດຄົ້ນແຮ່ຄຳ ຂອງບໍລິສັດທຽນຈີນຫົວຄານບໍ່ແຮ່ລາວຈຳກັດ ເຊີ່ງຕັ້ງຢູ່ເຂດບ້ານຜາປົ່ນເມືອງປາກອູູ ໂດຍໄດ້ຮັບການຕ້ອນຮັບຈາກ ຄະນະອຳນວຍການບລິສັດ ແລະພະນັກງານພາຍໃນ, ໂອກາດນີ້ ຕາງໜ້າຄະນະອຳນວຍການບລິສັດ ໄດ້ລາຍງານສະພາບການດຳເນີນການຂອງບໍລິສັດວ່າ: ເລີ້ມແຕ່ປີ 2011 ບໍລິສັດທຽນຈີນຫົວຄານບໍ່ແຮ່ລາວຈຳກັດ ໄດ້ດຳເນີນການສຳຫຼວດ ແລະໄດ້ຮັບການເຊັນສັນຍາ ອານຸມັດຂຸດຄົ້ນບໍ່ໍ່ແຮ່ ແລະປຸງແຕ່ງແຮ່ຄຳ ຢູ່ເຂດບ້ານຜາປົ່ນ ເມືອງປາກອູແຂວງຫຼວງພະບາງ ໃນປີ 2015, ມາເຖີງເດືອນພະຈິກປີ 2016 ການກໍສ້າງສີ່ງອຳນວຍຄວາມສະດວກ ໄດ້ສໍາເລັດສົມບູນ ແລະໄດ້ເລີ້ມຕົ້ນເຂົ້າສູ່ ຂັ້ນຕອນທົດລອງການຜະລິດ, ມາຮອດທ້າຍປີ 2020 ບໍລິສັດໄດ້ລົງທືນເຂົ້າໃນການກສ້າງທັງໝົດ 72 ລ້ານໂດລາສະຫະລັດ, ທັງນຳໃຊ້ພະນັກງານທັງໝົດ 434 ຄົນ, ໃນນັ້ນ ເປັນພະນັກງານຄົນຈີນ 180 ຄົນ, ນອກນັ້ນ ເປັນຄົນລາວ, ສະເພາະ 6 ເດືອນຕົ້ນປີນີ້ ໄດ້ຂຸດຄົ້ນ ແລະປຸງແຕ່ງແຮ່ໄດ້ທັງໝົດ 92.300 ໂຕ່ນ, ເຈາະອຸມົງ 5.202 ແມັດ, ຜະລິດໂລຫະຄຳໄດ້ 358 ກິໂລ ເທົ່າກັບ 60% ຂອງແນການຜະລິດປະຈຳປີ ແຕ່ບໍ່ສາມາດຈຳໜ່າຍຜະລິດຕະພັນໄດ້ ເນື່ອງຈາກໄດ້ຮັບຜົນກະທົບ ຈາກການລະບາດຂອງພະຍາດໂຄວິດ 19, ສ່ວນການຍົກຍ້າຍປະຊາຊົນທີ່ຖືກຜົນກະທົບ ປະຈຸບັນໄດ້ສຳເລັດ ການກໍ່ສ້າງເຮືອນໃຫ້ປະຊາຊົນຈຳນວນ 83 ຄອບຄົວ ແລະໄດ້ຍົກຍ້າຍໄປຢູ່ແລ້ວຈຳນວນໜື່ງ, ໃນບົດລາຍງານໄດ້ຍົກໃຫ້ເຫັນສະພາບປະກົດການຫຍໍ້ທໍໍ້ທີ່ເກີດຂື້ນ ໃນໄລຍະຜ່ານມາ ເປັນຕົ້ນ ການລັກລອບຂຸດຄົ້ນແຮ່ຄຳ ຂອງປະຊາຊົນ ນັບແຕ່ປີ 2015 ເປັນຕົ້ນມາ ສາມາດຈັບກຸມໄດ້ 200 ກວ່າຄົນ ແລະມາຮອດປີ 2020 ເລີ້ມມີການບຸກລຸກຫຼາຍຂື້ນ ເຮັດໃຫ້ມີຄວາມສ່ຽງຕໍ່ຊີວິດ ແລະຊັຍສີນຂອງປະຊາຊົນ, ຕໍ່ບັນຫາທີ່ເກີດຂື້ນທຸກພາກສ່ວນທີ່ກ່ຽວຂ້ອງ ໄດ້ສຸມໃສ່ແກ້ໄຂໃຫ້ມີຄວາມສະຫງົບໂໂດຍພື້ນຖານໃນໄລຍະຜ່ານມາ ແລະຕ້ອງຮ່ວມມືກັນແກ້ໄຂໃຫ້ດີຂື້ນ ໃນຕໍ່ໜ້າ, ໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ໄດ້ຊີ້ນໃຫ້ພາກສ່ວນກ່ຽວຂ້ອງ ແລະບໍໍລິສັດ ຮີບຮ້ອນແກ້ໄຂບັນຫາທີ່ຄົງຄ້າງ ເພື່ອເຮັດໃຫ້ໂຄງການໄດ້ດຳເນີນວຽກງານຕາມແຜນ ທັງຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ປະຊາຊົນ, ສີ່ງສຳຄັນແມ່ນໃຫ້ປະຊາຊົນທີ່ຢູ່ອ້ອມຮອບເຂດຂຸດຄົ້ນ ມີຊີວິດການເປັນຢູ່ທີ່ດີຂື້ນ.
ນອກຈາກຢ້ຽມຢາມເຂດການຂຸດຄົ້ນແຮ່ຄຳ ຂອງບໍລິສັດທຽນຈີນຫົວຄານບໍ່ແຮ່ລາວຈຳກັດແລ້ວ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທືນ ພ້ອມດ້ວຍການນຳຂອງແຂວງ ແລະກະຊວງກ່ຽວຂ້ອງ ໄດ້ຢ້ຽມຢາມສູນດາຕາເຊັນເຕີ ເຊີ່ງຕັ້ງຢູ່ບ້ານປາກແວດ ເມືອງຊຽງເງີນ ຕື່ມອີກ.
ຂ່າວ: ອາພຸດເດດ ບຸບຜາ
Loading...