ເພື່ອຕິດຕາມ, ຊຸກຍູ້, ໃຫ້ກຳລັງໃຈ ແລະ ຊີ້ນຳ ການຈັດຕັ້ງປະຕິບັດ ບັນດາມາດຕະການ ກ່ຽວກັບການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ຂອງແຂວງຄຳມ່ວນ, ໃນຕອນບ່າຍວັນທີ 02 ສິງຫາ 2021 ທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມ ຕໍ່ການນຳ ແລະ ຄະນະສະເພາະກິດ ຂອງແຂວງຄຳມ່ວນ ຢູ່ທີ່ເມືອງທ່າແຂກ, ໂດຍການຕ້ອນຮັບຂອງ ທ່ານ ວັນໄຊ ພອງສະຫວັນ, ເຈົ້າແຂວງຄຳມ່ວນ ພ້ອມດ້ວຍການນຳຂອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານ ກ່ຽວກັບສະພາບການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ແຂວງຄຳມ່ວນ ຈາກການນໍາ ຂອງແຂວງດັ່ງກ່າວ. ຫຼັງຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ການນຳຂອງແຂວງຄຳມ່ວນ ທີ່ມີຄວາມຮັບຜິດຊອບສູງ, ມີຫົວຄິດປະດິດສ້າງ ໃນການຜັນຂະຫຍາຍນິຕິກຳ ກໍ່ຄືມາດຕະການ ທີ່ລັດຖະບານ ແລະ ຄະນະສະເພາະກິດວາງອອກ ມາເປັນນິຕິກຳຂອງຕົນ ແລະ ຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ, ປະຊາຊົນ ແລະ ທຸກພາກສ່ວນໃຫ້ການຮ່ວມມື ເຮັດໃຫ້ສາມາດຄວບຄຸມ ແລະ ສະກັດກັ້ນການລະບາດ ຂອງພະຍາດ ໄດ້ໃນລະດັບໜຶຶ່ງ. ອັນສຳຄັນ ທ່ານ ຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກ ໃຫ້ຄະນະພັກ, ຄະນະນໍາ ກໍຄື ຄະນະສະເພາະກິດໂຄວິດ-19 ຂອງແຂວງ ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ທີ່ລັດຖະບານ ກໍຄື ຄະນະສະເພາະກິດວາງອອກໃນແຕ່ລະໄລຍະ ໂດຍສອດຄ່ອງກັບສະພາບຕົວຈິງຂອງແຂວງຄຳມ່ວນ. ສຳລັບມາດຕະການຮີບດ່ວນສະເພາະໜ້າ ແມ່ນໃຫ້ປັບປຸງ ແລະ ຂະຫຍາຍສູນຈຳກັດບໍລິເວນ ແລະ ສູນປິ່ນປົວໃຫ້ພຽງພໍ ແລະ ຖືກຕ້ອງຕາມຫຼັກການແພດ, ປັບປຸງລະບຽບການຄຸ້ມຄອງສູນຈໍາກັດບໍລິເວນ ແລະ ສູນປິ່ນປົວ ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ພ້ອມທັງ ແນະນຳໃຫ້ເຂົາເຈົ້າ ເຂົ້າໃຈ ແລະ ປະຕິບັດຢ່າງເຂັ້ມງວດ; ໃຫ້ເອົາໃຈໃສ່ເບິ່ງແຍງຊີວິດການເປັນຢູ່ຂອງແພດໝໍໃຫ້ດີ ແລະ ສະໜອງເຄື່ອງມືອຸປະກອນ ປ້ອງກັນທາງການແພດໃຫ້ພຽງພໍ ເພື່ອຮັບປະກັນຄວາມປອດໄພຈາກການຕິດເຊື້ອ, ເລັ່ງການສັກວັກຊີນໃຫ້ກຸ່ມເປົ້າໝາຍ ລວມທັງ ແຮງງານລາວກັບມາຈາກປະເທດໃກ້ຄຽງ ທີ່ຄົບກຳນົດການຈໍາກັດບໍລິເວນ ແລະ ປິ່ນປົວຫາຍດີແລ້ວ ເພື່ອຫຼຸດຜ່ອນຄວາມສ່ຽງຂອງການຕິດເຊື້ອ ຫຼື ຖ້າຕິດເຊື້ອ ກໍຊ່ວຍບໍ່ໃຫ້ມີອາການຮຸນແຮງ ສໍາຄັນແມ່ນໃຫ້ເພີ່ມທະວີການເຮັດວຽກງານ ສຶກສາອົບຮົມແນວຄິດໃຫ້ແຮງງານລາວ ທີ່ກັບມາຈາກປະເທດໃກ້ຄຽງ ທີ່ກຳລັງຈຳກັດບໍລິເວນ ແລະ ປິ່ນປົວ ຢູ່ໃນສູນຕ່າງໆ ໂດຍສະເພາະ ກ່ຽວກັບຄວາມເປັນຫ່ວງເປັນໄຍຂອງລັດຖະບານ ຕໍ່ແຮງງານລາວ, ນະໂຍບາຍຂອງລັດຖະບານ, ການໄປອອກແຮງງານຢູ່ຕ່າງປະເທດ ແລະ ການກັບຄືນມາ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ດ້ວຍຫຼາຍຮູບການ, ຫຼາຍວິທີທີ່ເໝາະສົມ ຕາມແຕ່ລະເປົ້າໝາຍແຮງງານ, ເມື່ອແຮງງານເຫຼົ່ານັ້ນ ຄົບກຳນົດຈໍາກັດບໍລິເວນ ຫຼື ປິ່ນປົວຫາຍດີແລ້ວ ກໍສາມາດໄປຊອກວຽກເຮັດງານທໍາ. ນອກນັ້ນ ກໍໃຫ້ອົງການປົກຄອງບ້ານ ແລະ ຄອບຄົວ ເປັນຫຼັກໃນການສຶກສາອົບຮົມແນວຄິດໃຫ້ລູກຫຼານຂອງຕົນ ໄດ້ຮັບຮູ້ ແລະ ປະຕິບັດໃຫ້ເອກະພາບກັນ; ໃຫ້ແຂວງຄາດຄະເນຈໍານວນແຮງງານທີ່ຢູ່ແຂວງຂອງຕົນ ແລະ ແຮງງານທີ່ຈະກັບມາຕື່ມໃນຕໍ່ໜ້າມີຫຼາຍປານໃດ ເພື່ອວາງມາດຕະການ ແລະ ກຽມແຜນຮອງຮັບໃຫ້ຊັດເຈນ ລວມທັງ ຂຶ້ນທະບຽນແຮງງານແຮງງານໃຫ້ລະອຽດ-ວ່ອງໄວ ເພື່ອເປັນບ່ອນອີງໃນການຝຶກສີມືແຮງງານ ແລະ ການຈັດຫາແຮງງານ ໃນຕໍ່ໜ້າ; ພ້ອມນີ້, ໃຫ້ອົງການປົກຄອງທ້ອງຖິ່ນ ສົມທົບກັບສະພາການຄ້າ, ບັນດາຫົວໜ່ວຍແຮງງານ, ໂຄງການລົງທຶນ ຄົ້ນຄວ້າຝຶກສີມືແຮງງານ ແລະ ຊອກຫາຕະຫຼາດແຮງງານ; ເກັບກຳຂໍ້ມູນແຮງງານທີ່ຈະກັບຄືນມາ ເພື່ອກະກຽມຮັບ ແລະ ອຳນວຍຄວາມສະດວກໃນການກັບເຂົ້າມາ; ຂຶ້ນແຜນຄວາມຕ້ອງການ ກ່ຽວກັບເຄື່ອງມືອຸປະກອນການແພດຕ່າງໆ ທີ່ຈຳເປັນ ແລະ ຮີບດ່ວນ, ລວມທັງ ແຜນງົບປະມານຕ່າງໆ ຢ່າງສົມເຫດສົມຜົນ.
ໃນໂອກາດດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມ, ໂອ້ລົມ ແລະ ໃຫ້ກຳລັງໃຈ ແກ່ຜູ້ທີ່ກຳລັງຈຳກັດບໍລິເວນ ແລະ ຜູ້ທີ່ຕິດເຊື້ອໂຄວິດ-19 ທີ່ກໍາລັງປິ່ນປົວ ຢູ່ສະຖານທີ່ຕ່າງໆ ຄື: ສູນປິ່ນປົວ ທີ່ໂຮງໝໍທະຫານແຂວງຄຳມ່ວນ; ສູນປິ່ນປົວ ທີ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ສູນຈຳກັດບໍລິ ເວນ ທີ່ສະໜາມກິລາແຂວງ; ແລະ ຈຸດກະກຽມເພີ່ມສູນຈຳກັດບໍລິເວນ ທີ່ຕະຫຼາດພະນົມພອນ. ສະເພາະ ການຢ້ຽມຢາມ ສູນປິ່ນປົວ ທີ່ໂຮງໝໍທະຫານແຂວງຄຳມ່ວນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ຕໍ່ຜູ້ທີ່ຕິດເຊື້ອໂຄວິດ-19 ແລະ ກຳລັງປິ່ນປົວ ໂດຍໄດ້ຍົກໃຫ້ເຫັນ ຄວາມເປັນຫ່ວງເປັນໃຍຂອງລັັັັັດຖະບານ ຕໍ່ແຮງງານລາວ, ນະໂຍບາຍຂອງລັດຖະບານ ໂດຍສະເພາະ ການໄປອອກແຮງງານຢູ່ຕ່າງປະເທດ, ຄວາມເອົາໃຈໃສ່ ແລະ ພະຍາຍາມ ໃນການແກ້ໄຂບັນ ຫາການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດເຮົາ, ເຫດຜົນ ແລະ ຄວາມຈຳເປັນ ທີ່ຕ້ອງນຳຜູ້ທີ່ມີຄວາມສ່ຽງຕິດເຊື້ອ ເຂົ້າກັກບໍລິເວນ; ຜົນຮ້າຍຂອງເຊື້ອພະຍາດດັ່ງກ່າວ ແລະ ອື່ນໆ. ອັນສຳຄັນ, ທ່ານ ຍັງໄດ້ເນັ້ນໜັກ ໃຫ້ສືບຕໍ່ອົດທົນ, ທຸ່ນທ່ຽງ, ເອົາໃຈໃສ່ ແລະ ໃຫ້ການຮ່ວມມືກັບລັດຖະບານ, ປະຕິບັດຕາມຄຳແນະນຳຂອງແພດໝໍ ແລະ ລະບຽບການທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ; ເອົາໃຈໃສ່ເບິ່ງແຍງ ຮັກສາສຸຂະພາບຂອງຕົນ ເພື່ອຜ່ານຜ່າວິກິດຄວາມຫຍຸ້ງ ຍາກຕ່າງໆໄປພ້ອມກັນ, ພາຍຫຼັງປິ່ນປົວຫາຍດີເປັນປົກກະຕິແລ້ວ ໃຫ້ພ້ອມກັນໄປຮັບວັກຊີນປ້ອງກັນ ແລະ ສືບຕໍ່ສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ, ຫາກມີຄວາມຂັດຂ້ອງໝອງໃຈ ຫຼື ບໍ່ສະດວກເທົ່າທີ່ຄວນ ກໍ່ສາມາດນຳສະເໜີ ຕໍ່ເຈົ້າໜ້າທີ່ກ່ຽວຂ້ອງໄດ້. ນອກຈາກນັ້ນ ກໍ່ໃຫ້ເອົາໃຈໃສ່ຕິດຕໍ່ພົວພັນກັບຄອບຄົວ, ຍາດພີ່ນ້ອງ ແລະ ໝູ່ເພື່ອນ ໂດຍສະເພາະ ຜູ້ທີ່ໄປອອກແຮງງານ ແລະ ຍັງບໍ່ທັນກັບຄືນມາປະເທດ ໃຫ້ເຄົາລົບລະບຽບກົດໝາຍຂອງປະເທດນັ້ນໆ, ຫາກມີຄວາມປະສົງຢາກກັບຄືນມາ ກໍ່ແນະນຳໃຫ້ມາຢ່າງຖືກຕ້ອງຕາມກົດໝາຍ ຫຼື ມາແລ້ວ ໃນຕໍ່ໜ້າຫາກຈະກັບໄປ ກໍ່ແມ່ນໃຫ້ດຳເນີນຖືກຕາມຂັ້ນຕອນ ແລະ ລະບຽບກົດໝາຍ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດ ຂອງແຮງງານ.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ




