ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 4 ສິງຫາ 2021 ນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງແຜນການ ແລະ ການລົງທຶນແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ອິກນາຊີໂອ ກາດສິດສ ຮອງປະທານາທິບໍດີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສະມາພັນທະລັດ ສະວິດ ໃນໂອກາດມາຢ້ຽມຢາມທາງການ ຢູ່ ສປປ ລາວ ລະຫວ່າງວັນທີ 3-4 ສິງຫາ 2021.
ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຕ້ອນຮັບ ທ່ານ ອິກນາຊີໂອ ກາດສິດສ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມທາງການຢູ່ ສປປ ລາວ ໃນຄັ້ງນີ້, ຊຶ່ງເປັນມິດໝາຍອັນດີ ໃຫ້ແກ່ການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ລາວ-ສະວິດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນບົນພື້ນຖານຄວາມເຂົ້າອົກເຂົ້າໃຈ ແລະ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ.
ພ້ອມກັນນັ້ນ, ກໍໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫລືອອັນລໍ້າຄ່າຂອງລັດຖະບານ ແລະ ປະຊາຊົນສະວິດ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ.
ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ຊຶ່ງມີລັກສະນະຕັ້ງໜ້າພ້ອມທັງມີຈຸດສຸມ ແລະ ມີລະດັບການຈັດຕັ້ງປະຕິບັດຢ່າງເປັນລະບົບ ແລະ ມີເປົ້າໝາຍໃນການຫລຸດ ຜ່ອນຄວາມທຸກຍາກຂອງ ສປປ ລາວ.
ໃນໂອກາດດຽວກັນ, ທ່ານ ອິກນາຊີໂອ ກາດສິດສ ກໍໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ຮອງນາຍົກລັດຖະມົນຕີ ໃນການຕ້ອນຮັບອັນອົບອຸ່ນຄັ້ງນີ້ ພ້ອມທັງສະແດງຄວາມເຫັນດີເປັນເອກະພາບ ກ່ຽວກັບການຕີລາຄາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືມາແຕ່ຍາວນານ ລະຫວ່າງ ລາວ-ສະວິດ.
ຂ່າວ: ສິງຄໍາ
ພາບ: ເກດສະໜາ