ໃນວັນທີ 3 ສິງຫາ 2021, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດ ຖະ ມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ມອບເງິນ ຈຳນວນ 280 ລ້ານກີບ ໃຫ້ແຂວງຫລວງພະບາງ ເພື່ອເປັນທຶນປະກອບສ່ວນນຳໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດພະຍາດໂຄວິດ-19 ແລະ ວຽກງທີ່ຈໍາເປັນ ແລະ ຮີບດ່ວນຕ່າງໆ ພາຍໃນແຂວງ, ເຊິ່ງໃຫ້ກຽດຕາງໜ້າຮັບໂດຍ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ, ເນື່ອງໃນໂອກາດລົງເຄື່ອນໄຫວເຮັດວຽກຢູ່ແຂວງດັ່ງກ່າວ ລະຫວ່າງວັນທີ 1-3 ສິງຫາ 2021.
ໂອກາດນີ້, ທ່ານ ຄຳຂັນ ຈັນທະວີສຸກ ໂດຍຕາງໜ້າໃຫ້ອຳນາດການປົກຄອງແຂວຫລວງພະບາງ ໄດ້ສະແດງຄວາມຂອບໃຈໃຈຢ່າງຈິງໃຈ ມາຍັງ ທ່ານຮອງນາຍົກລັດຖະມົນຕີ ທີ່ໄດ້ປະກອບສ່ວນອັນສຳ ຄັນໃນຄັ້ງນີ້ ແລະ ໃຫ້ຄຳໝັ້ນສັນຍາວ່າຈະນຳໃຊ້ເງິນຈຳນວນດັ່ງກ່າວ, ເຂົ້າໃນວຽກງານທີ່ຈຳເປັນໃຫ້ເກີດຜົນປະໂຫຍດສູງສຸດ.