ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະ ມົນຕີຕ່າງປະເທດອາຊຽນ ຄັ້ງທີ 56 ແລະ ບັນດາກອງປະຊຸມລັດຖະມົນຕີຕ່າງປະ ເທດທີ່ກ່ຽວຂ້ອງ ທີ່ ນະຄອນຫຼວງ ຈາກາກຕາ, ສ. ອິນໂດເນເຊຍ ໃນວັນທີ 11-14 ກໍລະກົດ 2023, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງບັນດາປະເທດເພື່ອນມິດ ຄືດັ່ງລຸ່ມນີ້:
ໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2023, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍກັບ ທ່ານ ບຸ່ຍ ແທັງ ເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະ. ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ສະແດງຄວາມຍິນດີທີ່ໄດ້ພົບປະກັນອີກຄັ້ງ ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຢ່າງສະໜິດແໜ້ນ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ- ຫວຽດ ນາມ ຕະຫຼອດໄລຍະຜ່ານມາ ໂດຍສະເພາະການສຸມໃສ່ຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມມືສອງກະຊວງ ໄລຍະປີ 2021-2025 ແລະ ແຜນປະຕິບັດງານການທູດເສດຖະກິດ ໄລຍະປີ 2020 -2025, ກໍ່ຄື ການຕິດຕາມ ຊຸກຍູ້ ການຈັດຕັ້ງປະຕິບັດ ບັນດາເອກະສານຮ່ວມມືສອງຝ່າຍ ແລະ ການຕົກລົງຂອງ ການນຳຂັ້ນສູງ ໃນ 6 ເດືອນຜ່ານມາ ແລະ ການວາງແຜນວຽກຮ່ວມກັນໃນ 6 ເດືອນ ທ້າຍປີ. ສອງຝ່າຍ ເອກະພາບກັນ ຈະຮ່ວມກັນກະກຽມໃຫ້ແກ່ ການຢ້ຽມຢາມຂອງການນໍາຂັ້ນສູງສອງປະເທດ ກໍ່ຄືການເຂົ້າຮ່ວມກອງປະຊຸມ ສອງຝ່າຍ ປະຈໍາປີ.
ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ ພັກ, ລັດຖະບານ ແຫ່ງ ສສ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຫຼາຍດ້ານ ຕະຫຼອດໄລຍະຜ່ານມາ ໂດຍສະເພາະແມ່ນ ການຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ການແກ້ໄຂບັນຫາເສດຖະ ກິດພາຍໃນຂອງລາວ, ກໍ່ຄື ການກະກຽມໃຫ້ແກ່ການເປັນເຈົ້າພາບກອງປະຊຸມອາຊຽນ ໃນປີ 2024. ພ້ອມນີ້, ໄດ້ແຈ້ງໃຫ້ຊາບກ່ຽວກັບ ຄວາມຄືບໜ້າການກະ ກຽມຄວາມພ້ອມດ້ານຕ່າງໆ ໃນການເປັນປະທານອາຊຽນ ໃນປີ 2024.
ໃນວັນດຽວກັນ, ທ່ານ ຮອງນາຍົກລັດ ຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ພົບປະສອງຝ່າຍກັບ ທ່ານ ດາໂຕະ ເອຣາວັນ ເປີຮິນ ຢູຊອບ (Dato Erywan Pehin Yusof), ລັດຖະມົນຕີຕ່າງປະ ເທດ ຜູ້ທີ 2 ແຫ່ງ ບຣູໄນ ດາຣູຊາລາມ. ໂອກາດດັ່ງກ່າວ, ສອງຝ່າຍໄດ້ສະແດງຄວາມຍິນດີທີ່ໄດ້ພົບປະກັນອີກຄັ້ງ ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ ແລະ ບຣູໄນ ທີ່ໄດ້ຮັບການພັດ ທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ຕະ ຫຼອດໄລຍະ 30 ປີຜ່ານມາ ໂດຍເຫັນໄດ້ຈາກມີການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ. ສອງຝ່າຍໄດ້ທົບທວນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍ ການຮ່ວມມືທາງດ້ານກະສິກໍາ ແລະ ການຮ່ວມມືທາງດ້ານພະລັງງານ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃນເດືອນຕຸລາ 2022 ຜ່ານມາ, ພ້ອມທັງ ສືບຕໍ່ຮ່ວມກັນຊຸກຍູ້ບັນດາຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດ ໃນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈດ່ັງກ່າວ ໃຫ້ປະກົດຜົນເປັນຈິງ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນນໍາກັນ ໃນວຽກງານຂອບອາຊຽນ ໂດຍສະເພາະແມ່ນ ການກະກຽມເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ຈະມາເຖິງນີ້.




