ຕອນເຊົ້າຂອງວັນທີ 12 ກັນຍາ 2022, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງ ທ່ານ ໂມດ ໄອນີ ບິນ ອາຕັນ, (Mr. Mohd Aini Bin Atan), ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ ໃນໂອກາດທີ່ສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ເປັນເວລາ 5 ປີ 5 ເດືອນ (ເດືອນມີນາ 2017-ເດືອນກັນຍາ 2022).

ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ການທູດຂອງ ທ່ານ ໂມດ ໄອນີ ບິນ ອາຕັນ, ເຊິ່ງຕະຫຼອດໄລຍະ 5 ປີກວ່າ ຜ່ານມາ ທີ່ໄດ້ເຄື່ອນໄຫວຢ່າງຫ້າວຫັນ ໃນການສະໜັບສະໜູນ ແລະ ປະກອບສ່ວນອັນສຳຄັນໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ມາເລເຊຍ. ພ້ອມດຽວກັນນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ຜ່ານທ່ານທູດ ໄປຍັງລັດຖະບານ ແລະ ປະຊາຊົນມາເລເຊຍ ທີ່ໄດ້ປະກອບສ່ວນສະໜັບສະໜູນວັກແຊັງປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ ຈໍານວນ 2 ຄັ້ງ ລວມເປັນຈໍານວນ 783,400 ໂດດສ໌ ເຂົ້າໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນ ສປປ ລາວ ກໍຄືປະກອບສ່ວນໃນການຟື້ນຟູເສດຖະກິດ-ສັງຄົມ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດດັ່ງກ່າວ. ນອກນີ້, ທ່ານທູດ ຍັງໄດ້ຊ່ວຍຊຸກຍູ້ ໃຫ້ມີແລກປ່ຽນການຢ້ຽມຢາມຂອງບັນດາການນຳຂັ້ນສູງຫຼາຍຄະນະ ລວມເຖິງຊຸກຍູ້ໃຫ້ມີການຮ່ວມມືການເຊື່ອມຈອດຕາຂ່າຍໄຟຟ້າລະຫວ່າງ ລາວ-ມາເລເຊ ແລະ ສິງກະໂປ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ການທ່ອງທ່ຽວ, ວັດທະນະທຳ ແລະ ອື່ນໆ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. ພ້ອມດຽວກັນນັ້ນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ອວຍພອນໃຫ້ແກ່ທ່ານທູດ ຈົ່ງເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານໃໝ່ ທີ່ທ່ານທູດຈະໄດ້ຮັບຜິດຊອບໃນອະນາຄົດອັນໃກ້ນີ້.

ທ່ານ ໂມດ ໄອນີ ບິນ ອາຕັນ ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານລາວ ໂດຍສະເພາະກະຊວງການຕ່າງປະເທດ ທີ່ໄດ້ເອົາໃຈໃສ່ ແລະ ໃຫ້ການຮ່ວມມືຊ່ວຍເຫຼືອໃນການປະຕິບັດໜ້າທີ່ການທູດຂອງຕົນ ຕະຫຼອດໄລຍະເວລາ 5 ປີ ກວ່າຜ່ານມາ ແລະ ຫວັງວ່າ ລັດຖະບານລາວ ຈະສືບຕໍ່ໃຫ້ການຮ່ວມມືຕໍ່ທ່ານທູດຜູ້ທີ່ຈະມາຮັບໜ້າທີ່ຕໍ່ໄປ ເພື່ອພ້ອມກັນສືບຕໍ່ພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສອງປະເທດທີ່ມີມາແລ້ວນັ້ນ ໃຫ້ສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ