ໃນຕອນເຊົ້າຂອງວັນທີ 28 ພະຈິກ 2022, ທີ່ ກະຊວງການຕ່າງປະເທດ, ສະຫາຍ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດ ນາມ ປະຈໍາ ສປປ ລາວ ພ້ອມດ້ວຍຄະ ນະ ເຂົ້າອວຍພອນ ເນື່ອງໃນໂອກາດວັນຊາດ ແຫ່ງ ສປປ ລາວ ວັນທີ 2 ທັນວາ ຄົບຮອບ 47 ປີ.
ສະຫາຍ ເອກອັກຄະລັດຖະທູດ ຫງວຽນ ບ໋າ ຮຸ່ງ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນໍາກະຊວງການຕ່າງປະເທດຫວຽດນາມ ແລະ ພະນັກງານສະຖານທູດຫວຽດນາມ ປະຈໍາ ສປປ ລາວ ອວຍພອນໄຊອັນປະ ເສີດໃຫ້ ສະຫາຍ ຮອງນາຍົກລັດຖະ ມົນ ຕີ ສະເຫຼີມໄຊ ກົມມະສິດ, ຄະນະພັກ, ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດລາວທຸກຄົນ ເນື່ອງໃນວັນສໍາຄັນດັ່ງກ່າວ, ພ້ອມທັງ ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດໃນການສ້າງສາພັດທະນາປະເທດຊາດ ຂອງ ສປປ ລາວ ຕະຫຼອດໄລຍະ 47 ປີ ຜ່ານມາ.
ສະຫາຍ ຮອງນາຍົກລັດຖະມົນຕີ ສະ ເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ຄະ ນະພັກ, ຄະນະນໍາກະຊວງການຕ່າງປະເທດ ສະແດງຄວາມຂອບໃຈຕໍ່ ສະ ຫາຍ ຫງວຽນ ບ໋າ ຮຸ່ງ ແລະ ພະນັກງານຈາກສະຖານທູດຫວຽດນາມ ທີ່ມາອວຍພອນວັນຊາດ ແຫ່ງ ສປປ ລາວໃນຄັ້ງນີ້, ເຊິ່ງປີ 2022 ນີ້ ເປັນປີທີ່ມີຄວາມໝາຍຄວາມສໍາຄັນສໍາລັບສອງປະເທດ ຄືເປັນປີທີ່ສອງປະເທດ ຮ່ວມກັນສະເຫລີມສະຫລອງ ປີສາມັກຄີມິດຕະພາບ ລາວ- ຫວຽດນາມ ເພື່ອລະນຶກເຖິງ 2 ວັນປະ ຫວັດສາດສໍາຄັນຂອງສອງຊາດ ຄື ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປິ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ສອງປະເທດ ຄົບຮອບ 45 ປີ. ພ້ອມນີ້, ສະຫາຍ ຮອງນາຍົກລັດ ຖະມົນຕີ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງສອງກະຊວງການຕ່າງປະເທດລາວ ແລະ ຫວຽດນາມ ກໍຄືສອງສະຖານທູດ ແລະ ບັນດາກົງສຸນໃຫຍ່ ຂອງສອງປະເທດ ທີ່ໄດ້ຮ່ວມກັນປະກອບສ່ວນສໍາຄັນໃນການເປັນເສນາທິການໃຫ້ແກ່ການນຳຂັ້ນສູງສອງປະເທດ.
ສອງຝ່າຍຢືນຢັນຢ່າງໜັກແໜ້ນ ຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາຜົນ ການຕົກລົງຂອງການນໍາຂັ້ນສູງສອງປະເທດ ກໍ່ຄືບັນ ດາເອກະສານຕ່າງໆທີ່ສອງຝ່າຍໄດ້ລົງ ນາມຮ່ວມກັນ ຢ່າງມີປະສິດທິຜົນ, ພ້ອມ ກັນ ກະກຽມບັນດາແຜນວຽກຕ່າງໆທີ່ຈະມີຂຶ້ນໃນທ້າຍປີ 2022 ນີ້ ໃຫ້ປະສົບຜົນສໍາເລັດຢ່າງຈົບງາມ ໃນນັ້ນ ລວມເຖິງ ພິທີສະຫລຸບປີສາມັກຄີມິດຕະພາບ ລາວ- ຫວຽດນາມ ທີ່ນະຄອນຫຼວງວຽງຈັນ, ກໍ່ຄືການເປັນຂົວຕໍ່ ໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບ ດ້ານ ລະຫວ່າງສອງປະເທດ ລາວ- ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນຕະ ຫຼອດກາລະນານ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

