ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໂດຍຕອບສະໜອງຕາມຄຳເຊີນຂອງ ສະ ຫາຍ ສິນ ກ່າງ, ທີ່ປຶກສາແຫ່ງລັດ, ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳ ມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມ ຢາມ ສປ ຈີນ ຢ່າງເປັນທາງການ, ໃນວັນທີ 16-18 ເມສາ 2023, ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ຫມັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ລະ ຫວ່າງສອງປະເທດ ກໍ່່ຄື ສອງກະຊວງການຕ່າງປະເທດ ລາວ ແລະ ຈີນ ໃຫ້ເລິກເຊິ່ງຂຶ້ນກວ່າເກົ່າ.ລວມທັງເປັນການຜັນຂະຫຍາຍຜົນການພົບປະລະຫວ່າງສອງເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ແລະ ສປ ຈີນ ໃນທ້າຍປີ 2022 ທີ່ຜ່ານມາ.
ໃນຕອນເຊົ້າຂອງວັນທີ 17 ເມສາ 2023 ທີ່ ກະຊວງການຕ່າງປະເທດຈີນ, ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະຫາຍ ສະເຫຼີມໄຊ ກົມມະສິດ ແລະ ສະຫາຍ ສິນ ກ່າງ ພ້ອມດ້ວຍບັນດາຄະນະຜູ້ແທນສອງຝ່າຍ ລາວ-ຈີນ. ໃນໂອກາດນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີທີ່ໄດ້ມີໂອກາດພົບປະກັບ ສະຫາຍ ສິນ ກ່າງ, ພ້ອມທັງ ສະແດງຄວາມເຊີຍ ສະຫາຍ ສິນ ກ່າງ ໃນໂອກາດທີ່ໄດ້ຮັບແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ທີ້ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຄົນໃຫມ່ ໃນຕົ້ນເດືອນ ມີນາ 2023 ທີ່ຜ່ານມາ. ໃນໂອກາດນີ້, ສອງຝ່າຍ ໄດ້ພ້ອມກັນຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງ ພັກ-ລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ຈີນ ທີ່ນັບມື້ໄດ້ຮັບການເສີີມຂະຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ ໂດຍສະເພາະ ການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳຂັ້ນສູງສຸດຂອງ ສປປ ລາວ – ສປ ຈີນ ທີ່ນັບມື້ແຕກດອກອອກຜົນ ເຕັມໄປດ້ວຍປະ ສິດທິພາບ ແລະ ປະສິດທິຜົນສູງ ເປັນຕົ້ນແມ່ນ ດ້ານການເມືອງ ສອງຝ່າຍໄດ້ມີ ການພົບປະແລກປ່ຽນຂອງຄະນະຜູ້ແທນ ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ໃຫ້ເປັນປົກກະຕິ ແລະ ແຫນ້ນແຟ້ນຍິ່ງຂຶ້ນ, ເວົ້າສະເພາະແມ່ນ ການປະສານສົມທົບກັນ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຈີີນ ໃຫ້ມີຜົນສຳເລັດສູງ, ທັງເປັນການຊຸກຍູ້ການຈັດຕັ້ງປະຕິບັດສັນຍາ ແລະ ບັນດາໂຄງການຮ່ວມມືຕ່າງໆ ຂອງ ສປ ຈີນ ຢູ່ ສປປ ລາວໃຫ້ເປັນຮູບປະທຳ ແລະ ມີໝາກຜົນສູງ, ລວມທັງການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ຕະຫຼອດໄລຍະຜ່ານມາ.
ພ້ອມດຽວກັນນີ້, ສອງຝ່າຍ ກໍ່ໄດ້ປຶກສາຫາລືແລກປ່ຽນຄວາມເຫັນຢ່າງກົງໄປກົງມາເຖິງທິດທາງແຜນການຮ່ວມມືໃນຕໍ່ຫນ້າ ໂດຍໄດ້ເຫັນດີເປັນເອກະພາບກັນສືບຕໍ່ຊຸກຍູ້ການພົບປະແລກປ່ຽນຂອງການນຳຂັ້ນສູງ ພັກ-ລັດ ຢ່າງເປັນປົກກະຕິ ເພື່ອປະກອບສ່ວນເຂົ້າໃນການເສີມສ້າງມິດຕະພາບ ກໍຄື ການແລກປ່ຽນບົດຮຽນທີ່ດີເຊິ່ງກັນ ແລະ ກັນ, ຊຸກຍູ້ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ ລາວ-ຈີນ ກໍຄື ການສົ່ງເສີມບັນດານັກລົງທຶນໃຫ້ມີການພົວພັນກັນຫຼາຍຂຶ້ນ, ສົ່ງເສີມນັກທ່ອງທ່ຽວລະຫວ່າງສອງຝ່າຍໃຫ້ມີການໄປມາຫາສູ່ກັນຫລາຍຂຶ້ນ, ລວມທັງການຄ້າຂາຍລະຫວ່າງສອງຝ່າຍ ໂດຍນຳໃຊ້ທ່າແຮງຂອງເສັ້ນທາງ ລົດໄຟ ລາວ-ຈີນ ໃນການຂົນສົ່ງສິນຄ້າ ແລະ ຂົນສົ່ງໂດຍຜູ້ໂດຍສານ ວຽງຈັນ-ຄຸນມິງ-ວຽງຈັນ ໃຫ້ເກີດຜົນປະໂຫຍດສູງສຸດໃນການສົ່ງເສີມດ້ານເສດຖະກິດ-ການຄ້າ ແລະ ການທ່ອງທ່ຽວ ລາວ-ຈີນ. ພ້ອມນີ້, ກໍ່ເຫັນດີຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງສອງຝ່າຍ ລາວ-ຈີນ ປຶກສາຫາລືຮ່ວມກັນ ໃນການອຳນວຍຄວາມສະດວກໃຫ້ແກ່ການເຂົ້າ-ອອກຢູ່ບໍລິເວນດ່ານ, ການປັບປຸງດ່ານກວດຄົນເຂົ້າ-ອອກເມືອງໃຫ້ມີຄວາມວ່ອງໄວທັນສະໄຫມກວ່າເກົ່າ, ຊຸກຍູ້ໃຫ້ສ້າງກົນໄກການບໍລິການກວດຄົນເຂົ້າ-ອອກເມືອງ ໂດຍຜ່ານດ່ານກວດຢູ່ປ່ອງດຽວ-ຈຸດດຽວລະຫວ່າງສອງປະເທດ ຢູ່ (ດ່ານສາກົນທາງລົດໄຟ ບໍ່ເຕັນ-ບໍ່ຫານ) ໃນອານາຄົດ, ຂະຫຍາຍເສັ້ນທາງການຂົນສົ່ງສິນຄ້າຢູ່ບໍລິເວນຊາຍແດນ ເພື່ອໃຫ້ສາມາດຮອງຮັບກັບປະລິມານລົດຂົນສົ່ງສິນຄ້າ ທີ່ນັບມື້ນັບເພີ່ມຂຶ້ນສູງ. ສອງຝ່າຍ ເຫັນດີສືບຕໍ່ຮ່ວມກັນພັດທະນາແລວເສດຖະກິດ ລາວ-ຈີນ ໂດຍສະເພາະແມ່ນແລວເສດຖະກິດຕາມແລວທາງ ລົດໄຟ ລາວ -ຈີນ ໂດຍເຫັນດີໃຫ້ພາກສ່ວນກ່ຽວຂ້ອງສົມທົບກັນຢ່າງກົມກຽວໃນການສ້າງແຜນຜັນຂະຫຍາຍຂອບການຮ່ວມມືພັດທະນາ ເພື່ອໃຫ້ມີປະສິດທິຜົນສູງຂຶ້ນ, ສ້າງເງື່ອນໄຂອຳນວຍຄວາມສະດວກໃນການເຂົ້າເຖິງແຫຼ່ງທຶນ ແລະ ຕະຫຼາດຂອງຈີນ ໃຫ້ງ່າຍຂຶ້ນຕື່ມໃນອະນາຄົດ. ພ້ອມນີ້, ຝ່າຍຈີນ ກໍ່ໄດ້ເຫັນດີອະນຸມັດຂໍ້ສະເໜີຂອງຝ່າຍລາວ ໃນການເປີດສະຖານກົງສຸນໃຫຍ່ແຫ່ງໃຫມ່ ປະຈຳ ນະຄອນຊົງຊິງ, ເຊິ່ງຈະເປັນອີກໜຶ່ງຈຸດເຊື່ອມຕໍ່ໃນການຂົນສົ່ງສິນຄ້າ ລາວ-ຈີນ ໃຫ້ຫຼາຍຂຶ້ນຕື່ມ ໂດຍສະເພາະແມ່ນສົ່ງເສີມການພົວພັນຮ່ວມມືລະຫວ່າງສອງຝ່າຍເວົ້າລວມ, ເວົ້າສະເພາະແມ່ນນະຄອນສົງຊິງກັບ ສປປ ລາວ ໃຫ້ນັບມື້ນັບກວ້າງຂວາງຂຶ້ນ. ພ້ອມດຽວກັນນີ້, ສອງຝ່າຍ ຍັງໄດ້ປຶກສາຫາລືກັນເພື່ອເສີມຂະຫຍາຍການຮ່ວມມືໃນຂະແໜງການຕ່າງໆ ເປັນຕົ້ນ ການຮ່ວມມືດ້ານພະລັງງານໄຟຟ້າ, ການຂຸດຄົ້ນບໍ່ແຮ່, ການຜະລິດກະສິກຳ, ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ້ານອາດຊະຍາກຳຂ້າມຊາດ ແລະ ການຄ້າມະນູດ ລວມທັງການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ, ນອກນັ້ນສອງຝ່າຍຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນກ່ຽວກັບການຮ່ວມມືໃນຂອບຫຼາຍຝ່າຍ ເຊັ່ນ: ການຮ່ວມມືຂອບ ໜຶ່ງແລວ ໜຶ່ງເສັ້ນທາງ, ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ຂອບອາຊຽນ ແລະ ສປຊ; ພິເສດ ລັດຖະບານຈີນ ຍິນດີໃຫ້ການສະໜັບ ສະໜູນຊ່ວຍເຫຼືອ ສປປ ລາວ ໃນການເປັນປະທານອາຊຽນປີ 2024 ເພື່ອໃຫ້ມີຜົນສຳເລັດອັນຈົບງາມ. ນອກຈາກນີ້, ສອງຝ່າຍ ຍັັງໄດ້ແລກປ່ຽນຄວາມຄິດເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.
ໃນໂອກາດນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ຕາງຫນ້າໃຫ້ ພັກ-ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບ ໃຈ ແລະ ຮູ້ບຸນຄຸນມາຍັງ ພັກ-ລັດຖະ ບານ ແລະ ປະຊາຊົນຈີນອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນ ຕະ ຫຼອດໄລຍະຜ່ານມາ, ໂດຍສະເພາະແມ່ນການຊ່ວຍເຫຼືອຢ່າງທັນການໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19. ພ້ອມນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ເຊື້ອເຊີນ ສະຫາຍ ສິນ ກ່າງ ໄປຢ້ຽມຢາມ ສປປ ລາວ ໃນໂອກາດອັນເຫມາະສົມ ເພື່ອສືບຕໍ່ພົບປະແລກ ປ່ຽນ ແລະ ຈັດຕັ້ງປະຕິບັດກົນໄກການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຈີນ, ສືບຕໍ່ປະຕິບັດກົນໄກການແລກປ່ຽນພົບປະ ລະຫວ່າງ ບັນດາກົມພາຍໃນກະຊວງການຕ່າງປະເທດ ລາວ-ຈີນ ໃນຕໍ່ຫນ້າ.
ໃນຂະນະດຽວກັນ, ສະຫາຍ ສິນ ກ່າງ ກໍ່ໄດ້ສະແດງຄວາມຍິນດີຈະສືບຕໍ່ຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງຈີນ ປະສານສົມທົບກັບຝ່າຍລາວ ເພື່ອຮ່ວມກັນຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງທີ່ການນຳຂັ້ນສູງສອງປະເທດເປັນເອກະ ພາບກັນແລ້ວນັ້ນ ໃຫ້ໄດ້ການຈັດຕັ້ງປະຕິບັດຢາງມີປະສິດທິພາບ, ປະສິດທິຜົນສູງສຸດ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ຈີນ-ລາວ, ລາວ-ຈີນ.
ໃນຕອນບ່າຍຂອງວັນດຽວກັນ, ສະຫາຍ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ກໍ່ໄດ້ພົບປະເຮັດວຽກກັບ ຄະນະນຳຂອງ ທະນາຄານ Exim Bank ເພື່ອປຶກສາຫາລືໃນການຮ່ວມມືດ້ານເສດຖະກິດ -ການເງິນ ເພື່ອປະກອບສ່ວນຈັດຕັ້ງເຂົ້າໃນບັນດາໂຄງການຮ່ວມມືຂອງສອງຝ່າຍ ລາວ-ຈີນ ໃນຕໍ່ຫນ້າ. ພ້ອມນີ້, ຄະນະຜູ້ແທນຂອງລາວ ກໍ່ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຕິ່ງ ເສ້ ສຽງ, ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ຮອງນາຍົກລັດຖະມົນຕີຜູ້ປະຈຳການ ແລະ ສະຫາຍ ຫວັງ ອີ້, ກໍາມະການກົມການເມືອງສູນກາງພັກ, ຫົວຫນ້າຫ້ອງ ການຄະນະກຳມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ. ໃນໂອກາດດັ່ງກ່າວ, ສະຫາຍ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ແຈ້ງໃຫ້ຊາບເຖິງຈຸດປະ ສົງຂອງການຢ້ຽມຢາມ ແລະ ຜົນການພົບປະສອງຝ່າຍ ລະຫວ່າງ ກະຊວງການຕ່າງປະເທດ ລາວ-ຈີນ. ໃນຂະນະດຽວ ກັນ, ບັນດາສະຫາຍການນຳຂັ້ນສູງຂອງຈີນ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມ ຢາມ ສປ ຈີນ ຄັ້ງນີ້, ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ຫມັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ທັງເປັນການຈັດຕັ້ງຜັນຂະ ຫຍາຍຜົນການພົບປະຂອງການນຳສູງສຸດລະຫວ່າງ ລາວ-ຈີນ ໃນທ້າຍປີ 2022 ທີ່ຜ່ານມາໃຫ້ປະກົດຜົນເປັນຈິງ, ແລະ ໃນຕອນບາຍຂອງວັນທີ 18 ເມສາ ທ່ານ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຝ່າຍລາວຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະມາຄົມທູລະກິດ ແລະ ການຄ້າຂອງເຂດໜ້ານຊ່າ, ນະຄອນກວາງໂຈ່. ຝ່າຍຈີນໄດ້ຖືສຳຄັນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມພົບປະເຮັດວຽກຢູ່ ສປ ຈີນ ຂອງ ທ່ານ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໃນຄັ້ງນີ້, ເຊິ່ງຜົນສໍາເລັດຂອງການຢ້ຽມຢາມໃນຄັ້ງນີ້ ຈະເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ລາວ-ຈີນ ໃຫ້ມີໝາກຜົນ ແລະ ຄຸນນະພາບດີຂຶ້ນກວ່າເກົ່າ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ