ໃນວັນທີ 13 ກໍລະກົດ 2022, ທີ່ ກະຊວງການຕ່າງປະເທດ, ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ລໍເຣັນໂຊ ກາລັງຕີ (Lorenzo Galanti), ເອກອັກຄະລັດ ຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ອີຕາລີ ປະຈໍາ ສປປ ລາວ, ຊຶ່ງມີສຳນັກງານຕັ້ງຢູ່ ບາງກອກ, ຣາຊະອານາຈັກໄທ, ໃນໂອກາດທີ່ທ່ານໄດ້ສໍາເລັດການປະຕິບັດໜ້າທີ່ທາງການທູດຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ຜົນສຳເລັດຂອງທ່ານທູດ ຕະຫຼອດໄລຍະການດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອີຕາລີ ປະຈຳ ສປປ ລາວ, ພ້ອມທັງ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມພະຍາຍາມໃນການເຄື່ອນໄຫວຂອງທ່ານທູດ ໃນການຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ອີຕາລີ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍດີຂຶ້ນເລື້ອຍໆ.
ພ້ອມດຽວກັນນີ້, ທ່ານຮອງນາຍົກລັດ ຖະມົນຕີ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງມາຍັງ ລັດຖະບານ ແລະ ປະຊາຊົນ ອີຕາລີ ທີ່ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນແກ່ ສປປ ລາວ ໃນໄລຍະຜ່ານມາ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ເປັນຕົ້ນແມ່ນ ການຊ່ວຍເຫຼືອໂຄງ ການປະຕິສັງຂອນມໍລະດົກໂລກ ວັດພູຈຳປາສັກ ແລະ ມໍລະດົກໂລກ ຫຼວງພະບາງ ແລະ ໂຄງການສູນຊີວະນາໆພັນທີ່ແຂວງບໍລິຄໍາໄຊ. ໃນຕອນທ້າຍ, ທ່ານຮອງນາ ຍົກລັດຖະມົນຕີ ໄດ້ອວຍພອນໃຫ້ ທ່ານທູດ ລໍເຣັນໂຊ ກາລັງຕີ ຈົ່ງປະສົບຜົນສຳ ເລັດໃນການປະຕິບັດໜ້າທີ່ວຽກ ງານອັນໃຫມ່ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບທຸກປະການ.
ໃນຂະນະດຽວກັນ, ທ່ານທູດ ລໍເຣັນໂຊ ກາລັງຕີ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ລັດຖະບານ ແລະ ປະຊາຊົນລາວ ກໍຄື ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກເປັນຢ່າງດີ ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນຄັ້ງນີ້ ຈົນໄດ້ຮັບຜົນສໍາເລັດອັນຈົບງາມ. ພ້ອມດຽວກັນນີ້, ທ່ານທູດ ລໍເຣັນໂຊ ກາລັງຕີ ກໍ່ໄດ້ສະແດງຄວາມຍິນດີ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະ ເທດ ລາວ-ອີຕາລີ ໃຫ້ນັບມື້ໄດ້ຮັບການຍົກລະດັບຂຶ້ນສູ່ບາດກ້າວອັນໃຫມ່.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

