ໃນຕອນເຊົ້າຂອງວັນທີ 02 ກັນຍາ 2022, ທີ່ ກະຊວງການຕ່າງປະເທດ, ທ່ານ ສະ ເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ອິມ ມູ ຮົງ (Im Moo-hong), ເອກອັກຄະລັດຖະ ທູດ ແຫ່ງ ສາທາລະນະລັດ ເກົາຫຼີ ປະຈໍາ ສປປ ລາວ, ເນື່ອງໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະ ມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ຜົນສໍາເລັດທີ່ຍາດມາໄດ້ໃນການປະຕິບັດໜ້າທີ່ຢູ່ ສປປ ລາວ ຂອງ ທ່ານທູດ ອິມ ມູ ຮົງ ຕະລອດໄລຍະເວລາເກືອບ 2 ປີ ຜ່ານມາ (ນັບຕັ້ງແຕ່ເດືອນກຸມພາ 2021 – ກັນຍາ 2022), ເຊິ່ງທ່ານທູດໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຊຸກຍູ້ການພົວພັນ ແລະ ການຮ່ວມມືສອງຝ່າຍຂອງສອງປະເທດ ເປັນຕົ້ນແມ່ນ ການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນຕ່າງໆຂອງສອງປະເທດ, ຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດບັນດາໂຄງການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ເຊັ່ນ: ໂຄງການພັດທະນາຊົນນະບົດແບບ ສ. ເກົາຫຼີ ໃນຂອບເຂດທົ່ວປະເທດ, ໂຄງການປ້ອງກັນຕາຝັ່ງເຈື່ອນ ແມ່ນໍ້າຂອງ (ໄລຍະ II), ພິເສດແມ່ນການຊຸກຍູ້ການຊ່ວຍເຫຼືອດ້ານທຶນການສຶກສາຂອງ ສ. ເກົາຫຼີ ໃຫ້ແກ່ ພະນັກງານ ແລະ ນັກສຶກສາລາວ. ພ້ອມນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ທີ່ໄດ້ຮັບການເສີມຂະຫຍາຍຫຼາຍດ້ານ ແລະ ກວ້າງຂວາງຍິ່ງຂຶ້ນ ເປັນຕົ້ນແມ່ນ ດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ, ການພັດທະນາຊັບພະ ຍາກອນມະນຸດ, ສາທາລະນະສຸກ, ດ້ານແຮງງານ, ໂຄງລ່າງພື້ນຖານ ແລະ ອື່ນໆ.
ການຊ່ວຍເຫຼືອ ODA ຂອງ ສ. ເກົາຫຼີ ຈັດຢູ່ໃນອັນດັບຕົ້ນໆຂອງການຊ່ວຍເຫຼືອ ODA ໃນ ສປປ ລາວ, ການລົງທຶນຂອງ ສ. ເກົາຫຼີ ຢູ່ ສປປ ລາວ ຈັດເປັນອັນດັບທີ 5 ຂອງການລົງທຶນໂດຍກົງຈາກຕ່າງປະ ເທດ ໃນ ສປປ ລາວ. ນອກນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບແຜນ ການເດີນທາງຢ້ຽມຢາມ ສ. ເກົາຫຼີ ຢ່າງເປັນທາງການ ພ້ອມຄະນະ ໃນລະຫວ່າງວັນທີ 5-8 ກັນຍາ 2022.
ໃນໂອກາດດຽວກັນນີ້, ທ່ານ ເອກອັກຄະລັດຖະທູດ ອິມ ມູ ຮົງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບໃນຄັ້ງນີ້ຂອງ ທ່ານ ຮອງນາຍົກລັດຖະມົນຕີ ສະ ເຫຼີມໄຊ ກົມມະສິດ, ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາ ຊົນລາວ ໂດຍສະເພາະ ກະຊວງການຕ່າງປະເທດ ທີ່ໄດ້ອໍານວນຄວາມສະດວກໃຫ້ແກ່ການເຄື່ອນໄຫວປະຕິບັດໜ້າທີ່ ຈົນປະສົບຜົນສໍາເລັດຢ່າງຈົບງາມ ແລະ ຢືນ ຢັນວ່າ ເຖິງວ່າຈະສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ ແລ້ວກໍ່ຕາມ, ແຕ່ຍັງຈະສືບຕໍ່ເປັນຂົວຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະ ຫວ່າງສອງປະເທດ ໃຫ້ສືບຕໍ່ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນອະນາຄົດ.
ພາບ;ຂ່າວ: ກົມການຂ່າວ ກະຊວງການຕ່າງປະເທດ
