ວັນທີ 9 ຕຸລາ 2022, ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດ ຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ເຄື່ອນໄຫວຢ້ຽມຢາມບໍລິສັດ ທ່າບົກ - ວັງເຕົ່າ ຈໍາກັດ. ເຂົ້າຮ່ວມເຄື່ອນໄຫວ ມີທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈໍາປາສັກ, ທ່ານ ວຽງສະຫັວດ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ ລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ, ທ່ານ ບຸນປອນ ວັນນະຈິດ ຄະນະພັກກະຊວງ ຮອງລັດຖະມົນຕີກະຊວງການເງິນ. ມີການນໍາຈາກສູນກາງ, ການນໍາແຂວງ, ການນໍາພະແນກການກົມກອງອ້ອມຂ້າງແຂວງ, ການນໍາດ່ານສາກົນວັ່ງເຕົ່າ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ເຂົ້າຮ່ວມ.
ໃນພິທີ ທ່ານ ອຸດອນ ແກ້ວດວງດີ ປະທານສະພາບໍລິຫານ ບໍລິສັດ ທ່າບົກ - ວັງເຕົ່າ ຈໍາກັດ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຂອງບໍລິສັດເຊິ່ງໃຫ້ຮູ້ວ່າ:
ທ່າບົກວັງເຕົ່າ ແມ່ນກິດຈະການໜຶ່ງ ຂອງເຂດພັດທະນາເສດຖະກິດ ວັງເຕົ່າ- ໂພນທອງ ແຂວງຈຳປາສັກ, ທີ່ເກີດຈາກ ສັນຍາສຳປະທານ ລະຫວ່າງ ລັດຖະບານ ແຫ່ງ ສປປລາວ ແລະ ບໍລິສັດ ດວງດີກໍ່ສ້າງຂົວ-ທາງ ຈຳກັດ ຄັ້ງວັນທີ 12 ພຶດສະພາ 2016 (ລວມເນື້ອທີ່ສປະທານ ທັງໝົດ 253 ເຮັກຕາ) ທ່າບົກວັງເຕົ່າ ແມ່ນ ໜຶ່ງໃນ ເກົ້າຈຸດ ຂອງທ່າບົກ ທົ່ວ ປະເທດ ໄດ້ຮັບການພັດທະນາ ພາຍໃຕ້ສົນທິສັນຍາ ລະຫວ່າງປະເທດ
ການພັດທະນາທ່າບົກ ວັງເຕົ່າ ໂພນທອງ ແມ່ນໜຶ່ງ ໃນແປດກິດຈະການ ຂອງການພັດທະນາ ພາຍໃນເຂດພັດທະນາເສດຖະກິດ ວັງເຕົ່າ-ໂພນທອງ ແຂວງ ຈຳປາສັກ, ໂດຍ ບໍລິສັດດວງດີ ກໍ່ສ້າງຂົວ- ທາງຈຳກັດ ໄດ້ດຳເນີນການສຳ ຫລວດ ອອກແບບ ສ້າງບົດວິພາກ ເສດຖະ ກິດ-ເຕັກນິກ ສໍາເລັດ ໃນເດືອນ ຕຸລາ 2017.
ຮອດວັນທີ 9 ເດືອນ ກັນຍາ (9) 2021 ໄດ້ເປີດການບໍລິການ ທາຍົກວັງເຕົ່າ ເພື່ອກະກຽມຄວາມພ້ອມ ໃຫ້ແກ່ການ
ເປີດບໍລິການ ຢ່າງເປັນທາງການ.
ໄດ້ມີການຈັດຕັ້ງພາກລັດ ປະຈຳການ ຢູ່ໃນທ່າບົກວັງເຕົ່າ ຄື : ຫ້ອງການພາສີ ປະຈຳທ່າບົກ, ໜ່ວຍງານກັກພືດ, ໜ່ວຍງານກັກກັນສັດ, ໜ່ວຍງານ ອາຫານ ແລະ ກວດກາ ພະຍາດຕິດຕໍ່ ແລະ ໜ່ວຍງານການນະພາບ ນໍ້າມັນເຊື້ອໄຟ ແລະ ຫ້ອງການ (ຕມ) ກວດຄົນເຂົ້າ-ອອກເມືອງ ເຫັນວ່າການບໍລິການ ຢູ່ທ່າບົກວັງເຕົ່າ ໃນການແຈ້ງຄົນເຂົ້າ-ອອກເມືອງ ຂອງ ພາຫະນະຂົນສົ່ງສີນຄ້າ ເຂົ້າ-ອອກ ແມ່ນມີຄວາສະດວກ-ວ່ອງໄວ,ຂອບເຂດການໃຫ້ບໍລິການ ພາຍໃນທ່າບົກວັງເຕົ່າມີຄື:
1. ຮັບ ແລະ ສົ່ງສິນຄ້າ2 ເຕົ້າໂຮມ ແລະ ແຈກຢາຍສິນຄ້າ;
3. ບໍລິການລະບົບສາງ
4. ຊິງຊັ່ງນ້ຳໜັກສິນຄ້າຕູ້ສິນຄ້າ ເພື່ອໃຫ້ຮູ້ຊັດເຈນນໍ້າໜັກ ແລະ ບໍລິມາດ ຂອງສິນຄ້າ,
5. ຍົກຍຄຽນຖ່າຍສິນຄ້າຕຸິສິນຄ້າ (Containerດ້ວຍເຄື່ອງຍົກຍໍທັນສະໄໝ ມີປະສິດທິພາບ,ປະສິດທິຜົນຄວາມວ່ອງໄວ ແລະ ມີຄວາມປອດໄພສູງ
6. ແຈ້ງພາສີ ແບບເອເລັກໂຕຣນິກ ASYCUDA ແລະ Start tax.
7 ແຈ້ງກວດກາພືດ ແລະ ສັດ;
8. ກວດກາອາຫານ-ຢາ ແລະ ກວດກາພະຍາດຕິດຕໍ່
9. ກວດກາຄຸນນະພາບ ນໍ້າມັນເຊື້ອໄຟ.
ນັບແຕ່ວັນທີ 6 ເດືອນ ເມສາ ຫາ ວັນທີ 5 ເດືອນກັນຍາ 2022 ມອບພັນທະເຂົ້າງົບປະມານແຫ່ງລັດໄດ້ດັ່ງນີ້໊
1. ໄດ້ມອບອາກອນມູນຄ່າເພີ່ມເປັນເງິນຈໍານວນ= 3.947.325.603 ກີບ
2 ໄດ້ມອບອາກອນເງິນເດືອນເປັນເງິນຈຳນວນ 212.896.713 ກີບ
3. ຫ້ອງພາສີ ປະຈຳທາບົກ-ວັງເຕົ່າ ເກັບລາຍຮັບພາສີ ນັບແຕ່ວັນທີ 8/4 – 5/10/2022 ເກັບລາຍຮັບໄດ້ 98 ຕື້ກ່ວາ ກີບ.
4. ມີລົດຂົນສົ່ງຜ່ານສາງທາງບົກ 62.627 ຄັນ ໃນນັ້ນລົດສົ່ງສິນຄ້າຈຳນວນ 41 35 ຄັນ
ແລະ ລົດຂັນມັນຕົ້ນ ຈຳນວນ 21 261 ຄັນ)
ຈາກນີ້ຍົກໃຫ້ເຫັນຜົນງານດ້ານດີ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານໃນໄລຍະທີ່ຜ່ານມາ
ຈາກນັ້ນ ການນໍາບັນດາກະຊວງທີ່ກ່ຽວຂ້ອງ ແລະ ການນໍາແຂວງຈໍາປາສັກ ກໍໄດ້ປະກອບຄໍາເຫັນ ເພື່ອປະກອບສ່ວນຊຸກຍູ້ໃຫ້ບໍລິສັດ ດໍາເນີນວຽກງານຢ່າງມີຜົນສໍາເລັດ.
ໃນໂອກາດຢ້ຽມຢາມ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ກໍໄດ້ມີຄໍາເຫັນໂອ້ລົມ, ໂດຍເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງສູນກາງ, ຂອງແຂວງ ເອົາໃຈໃສ່ປະສານສົມທົບກັບບໍລິສັດ, ສ້າງຄວາມຮັບຮູ້, ສ້າງຄວາມເຂົ້າໃຈ, ວຽກງານກ່ຽວຂ້ອງກັບພາກສ່ວນໃດ ກໍໃຫ້ປະສານສົມທົບປຶກສາຫາລື ເພື່ອພ້ອມກັນປັບປຸງແກ້ໄຂ ໂດຍສະເພາະແມ່ນການຕິດຕາມກວດກາການນໍາເຂົ້າສິນຄ້າ ເພື່ອຄວາມສະດວກໃນການຄຸ້ມຄອງ; ເອົາໃຈໃສ່ກວດກາຄືນ ເນື້ອທີ່ດິນທີ່ຢູ່ໃນການຄຸ້ມຄອງຂອງດ່ານ, ການຈັດວາງກໍາລັງໃນການປ້ອງກັນຄວາມສະຫງົບ ຕ້ອງໃຫ້ຄວາມສະດວກ ແລະ ເໝາະສົມ, ການຈັດສັນສະຖານທີ່ສໍາລັບການຊື້ - ຂາຍຂອງປະຊາຊົນ, ເອົາໃຈໃສ່ການເກັບພາສີອາກອນ, ສິນຄ້າອັນໃດຄວນເກັບ ແລະ ສິນຄ້າອັນໃດຄວນຍົກເວັ້ນເພື່ອປະກອບສ່ວນໃນການພັດທະນາເສດຖະກິດ ກໍຄືຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ.
ເກດາະໜາ ແກ້ວສຸວັນນະແສງ





