ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນເຊົ້າ ວັນທີ 31 ພຶດສະພາ 2022 ການນໍາພັກ-ລັດນໍາໂດຍທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ມີທ່ານ ນາງ ອາລີ ໜໍ່ບຸນທໍາ ປະທານສູນກາງສະຫະພັນກໍາມະບານ, ທ່ານ ພົງໄຊສັກ ອິນທາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຕາງໜ້າສະ ມາຄົມຕັດຫຍິບແຫ່ງຊາດລາວໄດ້ລົງຢ້ຽມຢາມ ແລະ ໂອ້ລົມກໍາມະກອນຢູ່ບັນດາໂຮງງານຢູ່ເຂດ ພັດທະນາເສດຖະກິດກວມລວມໄຊເສດຖາ ໃນໂອກາດສະເຫລີມສະຫລອງວັນກໍາມະກອນສາກົນ ຄົບຮອບ 136 ປີ ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຄະນະຄຸ້ມຄອງເຂດ ເສດຖະກິດພິເສດກວມລວມໄຊເສດຖາ ແລະ ອໍານວຍການບໍລິສັດໂຮຢາລາວຈໍາກັດ ພ້ອມ ດ້ວຍຄະນະ.
ພາຍຫລັງທີ່ທ່ານນາງ ສົມທະຫວິນ ຈັນທະລາດ ຜູ້ອຳນວຍການບໍລິສັດໂຮຢາລາວຈໍາກັດ ລາຍງານ ສະພາບການຂອງບໍລິສັດໂດຍຫຍໍ້ໃຫ້ທ່ານຮອງນາຍົກລັດຖະມົນຕີແລະຄະນະແລ້ວ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ໄດ້ມີຄໍາເຫັນໂອ້ລົມຕໍ່ຄະນະອໍານວຍການ ແລະກໍາມະກອນພາຍໃນໂຮງງານ ບາງຕອນທ່ານກິແກ້ວ ໄຂຄໍາພິທູນ ກ່າວວ່າ: ເປັນໂອກາດທີ່ດີ, ພວກເຮົາມາເຕົ້າໂຮມກັນເພື່ອເປັນການສະເຫຼີມສະຫຼອງວັນກຳມະກອນສາກົນ ວັນທີ 1 ພຶດສະພາ ຄົບຮອບ 136 ປີ ທີ່ໄດ້ໝູນວຽນມາອີກວາລະໜຶຶ່ງ; ຊຶ່ງວັນດັ່ງກ່າວມັນໄດ້ເປັນຂີດໝາຍອັນສໍາຄັນຂອງຊາວກໍາມະກອນໃນທົ່ວໂລກ ກໍ່ຄືຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ. ຄືດັ່ງທີ່ພວກເຮົາຮູ້ກັນແລ້ວວ່າ: ໃນປະຈຸບັນໄດ້ມີຫຼາຍເຫດການທີ່ພົ້ນເດັັ່ນເກີດຂຶ້ນທັງຢູ່ໃນສາກົນ ແລະ ພາກພືື້ນທີ່ເປັນສິ່ງທ້າທາຍຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນຕົ້ນແມ່ນ ການແຜ່ລະບາດຂອງພະຍາດໂຄວິດ 19, ສະພາບການເພີ່ມຂຶ້ນຂອງອັດຕາໄພເງິນເຟີ້, ການເພີ່ມຂຶ້ນ ຂອງລາຄານໍໍ້າມັນໃນຕະຫຼາດໂລກຢ່າງຕໍ່ເນືື່ອງ, ໄດ້ສົ່ງຜົນກະທົບທາງດ້ານເສດຖະກິດ ຕໍ່ການດຳລົງຊິວິດຂອງປະຊາຊົນລາວບັນດາເຜົ່າເວົ້າລວມ, ເວົ້າສະເພາະກໍ່ແມ່ນພະນັກງານ, ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າຢ່າງຫຼີກລ່ຽງບໍ່ໄດ້. ເຖິງຢ່າງໃດກໍຕາມ, ຍ້ອນຄວາມເອົາໃຈໃສ່ຊີ້ນໍາ-ນໍາພາຢ່າງໃກ້ຊິດຂອງພັກ ແລະ ລັດຖະບານໄດ້ມີຄວາມພະຍາຍາມແກ້ໄຂບັນດາຜົນກະທົບດັ່ງກ່າວ ໂດຍສືບຕໍ່ປັບປຸງກົນໄກຄຸ້ມຄອງເສດຖະກິດ, ກໍານົດ ແລະ ຈັດຕັ້ງປະຕິບັດນະໂຍບາຍຕ່າງໆ ເພືື່ອຫຼຸດຜ່ອນຜົນກະທົບແກ່ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ເພືື່ອເຮັດໃຫ້ເສດຖະກິດສາມາດສືບຕໍ່ຂະຫຍາຍຕົວ. ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ບວກກັບສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງປະເທດເຮົາ ຈຶ່ງເຫັນວ່າ ຍັງມີຫຼາຍບັນຫາທີ່ຕ້ອງໄດ້ສືບຕໍ່ເອົາໃຈໃສ່ປັບປຸງ ແລະ ແກ້ໄຂເພືື່ອປະຄັບປະຄອງໃຫ້ເສດຖະກິດມີສະຖຽນລະພາບ ແລະ ຮັກສາການຂະຫຍາຍຕົວໃຫ້ໄດ້ໃນລະດັບອັນແນ່ນອນ. ສິ່ງດັັ່ງກ່າວໄດ້ຮຽກຮ້ອງໃຫ້ມີການຕິດຕາມ ແລະ ປະເມີນສະພາບເສດຖະກິດມະຫາພາກນັບທັງສູນກາງ ແລະ ທ້ອງຖີ່ນເປັນແຕ່ລະໄລຍະ. ຕໍ່ສະພາບການດັ່ງກ່າວຂ້າພະ ເຈົ້າຂໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອົງການຈັດຕັ້ງກຳມະບານລາວທຸກຂັ້ນ ແຕ່ສູນກາງ ຮອດທ້ອງຖິ່ນ ທີ່ໄດ້ພ້ອມກັນເອົາໃຈໃສ່ປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໄດ້ດີຕະຫຼອດມາ,ແຕ່ແນວໃດກໍ່ຕາມ, ບັນດາທ່ານຍັງຈະຕ້ອງໄດ້ສືບຕໍ່ ເພີ່ມທະວີ ໃສ່ບາງບັນຫາຕົ້ນຕໍດັ່ງນີ້:
1. ຕ້ອງໄດ້ເພີ່ມທະວີໃນການໂຄສະນາສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກກຳມະ ບານ, ກຳມະກອນ ແລະ ຜູ້ອອກແຮງງານລາວ ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມແນວທາງ ນະໂຍບາຍຂອງພັກ, ລະບຽບ, ກົດໝາຍຂອງລັດ, ມີແນວຄິດອຸ່ນອຽນທຸ່ນທ່ຽງຕໍ່ສະພາບການ ຕ່າງໆ,ເສີມຂະຫຍາຍຄຸນລັກສະນະດີເລີດ ຂອງຊົນຊັ້ນກໍາມະກອນ, ມີນໍ້າໃຈຮັກຊາດ, ມີລະບຽບວິໄນໃນການອອກແຮງງານ, ຮູ້ພາລະບົດບາດ, ສິດ, ໜ້າທີ່ ແລະ ພັນທະຂອງຕົນເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ;
2. ເຊີດຊູບົດບາດ ຂອງອົງການຈັດຕັ້ງກໍາມະບານໃຫ້ມີຄວາມເຂັ້ມແຂງ ເພື່ອປຸກລະດົມຂົນ ຂວາຍກໍາມະກອນ, ຜູ້ອອກແຮງງານເຂົ້າຢູ່ໃນການຈັດຕັ້ງກໍາມະບານໃຫ້ຫຼາຍຂຶ້ນກວ່າເກົ່າ; ບຳລຸງ-ກໍ່ ສ້າງສະມາຊິກກຳມະບານ, ກໍາມະກອນ ແລະ ຜູ້ອອກແຮງງານໃຫ້ມີຄວາມຮູ້, ຄວາມສາມາດ, ຮູ້ນຳໃຊ້ເຕັກນິກວິທະຍາສາດທີ່ທັນສະໄໝ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການກັບ ໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ; ສ້າງໃຫ້ເຂົາເຈົ້າມີຄວາມໜັກແໜ້ນ, ເຂັ້ມແຂງ ທາງດ້ານກໍາລັງກາຍ, ສະຕິປັນຍາ ແລະ ພັດທະນາສີມືແຮງງານ ທີ່ມີຄຸນນະພາບຢ່າງແທ້ຈິງ ເພື່ອກາຍເປັນກໍາລັງການຜະລິດ ທີ່ມີລັກສະນະອຸດສາຫະກໍາ ແລະ ທັນສະໄໝເທື່ອລະກ້າວ, ກາຍເປັນກໍາລັງແຮງຍຸດທະສາດ ຂອງຊາດ ແລະ ຂອງພັກເຮົາ.
3. ຜູ້ປະກອບການເອົາໃຈໃສ່ໃນການປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງສະມາຊິກ ກຳມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ, ເບິ່ງແຍງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງຜູ້ອອກ ແຮງງານ, ເຮັດການເຊັນສັນຍາ ທີ່ພົວພັນເຖິງສິດຜົນ ປະໂຫຍດອັນຊອບທຳເປັນຕົ້ນ: ໄດ້ຮັບການກວດສຸຂະພາບ, ເງິນເດືອນ, ຄ່າແຮງງານ, ສະຫວັດດີການ ແລະ ນະໂຍບາຍອື່ນໆ ຕາມລະບຽບການ, ກົດໝາຍຢ່າງເຂັ້ມງວດ;
ໃນໂອກາດນີ້, ທ່ານກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງປະທານບໍລິສັດຈົ່ງໄດ້ສ້າງເງື່ອນໄຂ, ອຳນວຍຄວາມສະດວກໃຫ້ອົງການຈັດຕັ້ງກຳມະບານ, ສະມາຊິກກຳມະບານ ໄດ້ເຄື່ອນໄຫວຕາມພາລະບົດບາດ; ສະມາຊິກກໍາມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນພາຍໃຕ້ການນໍາພາຂອງພັກ; ປະຕິບັດລະບຽບກົດໝາຍ, ເຊີດຊູຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ການເມືອງຂອງຕົນເປັນຕົ້ນ: ເອົາໃຈໃສ່ໃນການຜະລິດໃຫ້ໄດ້ຕາມແຜນການຂອງບໍລິສັດວາງອອກ, ປະຕິບັດລະບຽບວິໄນຂອງບໍລິສັດ, ຕ້ານປະກົດການຫຍໍ້ທໍ້ຕ່າງໆ, ພ້ອມກັນຜ່ານຜ່າອຸປະສັກຄວາມຫຍຸ້ງຍາກ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີ່ນຮຸ່ງເຮືອງຂຶ້ນໄປເລື້ອຍໆ.
ຕອນເຊົ້າມື້ດຽວກັນ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແລະຄະນະ ຍັງໄດ້ເຄື່ອນໄຫວຢ້ຽມຢາມ ແລະພົບປະໂອ້ລົມຄະນະນໍາ ແລະກໍາມະກອນໂຮງງານທຣິໂອ ເຊິ່ງແມ່ນໂຮງງານຜະລິດເຄື່ອງນຸ່ງຫົ່ມສໍາເລັດຮູບ ສົ່ງອອກໄປເອີລົບ ແລະສະຫະລັດອາເມລິກາຈໍານວນຫລາຍ .
May be an image of 6 people, people standing and indoor
May be an image of 9 people, people standing and indoor