ໃນຕອນເຊົ້າຂອງວັນທີ 21 ກຸມພາ 2021 ນີ້ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງແຜນການ ແລະ ການລົງ ທຶນໄດ້ໄປໃຊ້ສິດປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ (ສສ/ຂ) ຊຸດທີ II ຢູ່ໜ່ວຍ 98 ບ້ານຈອມມະນີ, ເມືອງໄຊເສດຖາ,ນະຄອນຫລວງວຽງຈັນ.
ສໍາລັບໜ່ວຍປ່ອນບັດບ້ານຈອມມະນີມີ 6 ຈຸດ ມີພົນລະເມືອງທັງໝົດ 7.357 ຄົນ, ຍິງ 3.749 ຄົນ. ມີຜູ້ມີສິດປ່ອນບັດທັງໝົດ 4.538 ຄົນ, ຍິງ 2.497 ຄົນ.
Loading...