ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ່ານ ສອນໄຊ ສີພັນດອນ ກຳມະ ການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂອ້ລົມຕໍ່ກອງປະຊຸມປະຈຳປີ 2021 ຂອງຂະແໜງການອຸດສາຫະກຳ ແລະ ການຄ້າ (ອຄ) ເມື່ອວັນທີ 25 ມີນາຜ່ານມາ, ທີ່ກະຊວງອຸດຫະກຳ ແລະ ການຄ້າ (ຮູບແບບປະຊຸມທາງໄກ) ຊຶ່ງມີຄຳແພງ ໄຊສົມແພງ ລັດຖະ ມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ພາກສ່ວນທີກ່ຽວ ຂ້ອງທັງສູນກາງ ແລະ ບັນດາແຂວງເຂົ້າຮ່ວມ.
ທ່ານ ສອນໄຊ ສີພັນດອນ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງຂະແໜງອຸດສາຫະກຳ ແລະ ການຄ້າ ຍາດຜົນງານເດັ່ນມາໄດ້ໃນໄລຍະທີຜ່ານ ແລະ ໃນຊຸມປີຕໍ່ໜ້າ ໄດ້ເນັ້ນໃຫ້ເອົາໃຈໃສ່ຕື່ມ 6 ບັນຫາໃຫຍ່ຄື: ໃຫ້ປັບປຸງກົນໄກການປະສານງານທີ່ຊ່ວຍສະໜັບສະໜູນກັນຢ່າງເປັນລະ ບົບ ແລະ ໄປໃນທິດທາງດຽວກັນ ລະຫວ່າງ ກົມຕ່າງໆ ພາຍໃນກະຊວງ, ໃນຍຸກປັດຈຸບັນ, ການຄ້າເອເລັກໂຕຣນິກ ຖືວ່າເປັນຊ່ອງທາງຂອງຍຸກສະໄໝ. ສະນັ້ນ ຕ້ອງໄດ້ເອົາໃຈໃສ່ຄົ້ນຄິດ ຄົ້ນຫາວິທີທີ່ດີ ໃນການຄຸ້ມຄອງ ແລະ ສົ່ງເສີມ,ປະຕິບັດໃຫ້ໄປໃນທິດ ທາງດຽວກັນ. ສືບຕໍ່ບຸກທະລຸຢ່າງແຂງແຮງ ແລະ ຕໍ່ເນື່ອງ ເພື່ອແກ້ ໄຂຂອດຂັ້ນລະບອບ, ລະບຽບການບໍລິຫານຄຸ້ມຄອງຂອງລັດເຮົາ ທີ່ຍັງກົດໜ່ວງຖ່ວງດຶງການເຄື່ອນໄຫວທຸລະກິດການຜະລິດ ແລະ ການບໍລິການ. ການສ້າງລະບຽບການ ແລະ ກົນໄກບໍລິ ຫານຄຸ້ມຄອງ ຕ້ອງໄປຕາມທິດລວມຂອງພັກ ຕ້ອງກະທັດຮັດ, ໂປ່ງໃສ, ບໍ່ມີຫຼາຍຂັ້ນຫຼາຍຂອດ, ແຕ່ມີຄວາມຮັດກຸມ. ແບ່ງສິດ ແລະ ຄວາມຮັບຜິດຊອບໃຫ້ຈະແຈ້ງຂາດຕົວ ລະຫວ່າງ ສູນກາງກັບທ້ອງຖິ່ນ. ສືບຕໍ່ແກ້ໄຂບັນຫາ ແລະ ຂອດການກະຕຸກຊຸກຍູ້ ສົ່ງ ເສີມການຜະລິດເປັນສິນຄ້າພາຍ ໃນ, ການປະຕິບັດພາລະບົດບາດການຄຸ້ມຄອງລາຄາ, ການປົກ ປ້ອງຜູ້ຊົມໃຊ້ ແລະ ການສ້າງສະ ພາບແວດລ້ອມໃນການແຂ່ງຂັນທຸລະກິດ ຄວນຖືເປັນບັນຫາສໍາຄັນ, ເຮັດໃຫ້ຕໍ່ເນື່ອງ, ປົກກະຕິ ແລະ ແກ້ໄຂໄດ້ບັນຫາ, ບັນຫາການເຊື່ອມໂຍງເສດຖະກິດກັບສາກົນ ຊຶ່ງເປັນໜຶ່ງໃນແຜນວຽກຂອງມະຕິກອງປະຊຸມໃຫຍ່ຂອງພັກຄັ້ງທີ XI ຕ້ອງໄດ້ເອົາໃຈໃສ່ ກວດກາຄືນການຈັດຕັ້ງປະຕິບັດສັນຍາ, ອະນຸສັນຍາ, ຂໍ້ຕົກລົງວ່າດ້ວຍການໃຫ້ບຸລິມະສິດທາງດ້ານອັດຕາພາສີ ແລະ ການຄ້າ, ດ້ານການຄ້າ ລະຫວ່າງສອງຝ່າຍ, ພາກພື້ນ ແລະ ຫຼາຍຝ່າຍແນໃສ່ເຈລະຈາບັນຫາການຄ້າຊາຍແດນ ກັບປະເທດເພື່ອນມິດຍຸດທະ ສາດ (ຈີນ, ຫວຽດນາມ) ແລະ ບັນດາປະເທດບ້ານໃກ້ເຮືອນຄຽງອື່ນ ເພື່ອໃຫ້ຜະລິດຕະພັນກະສິກໍາທີ່ເປັນທ່າແຮງ ຂອງປະຊາຊົນລຽບຕາມຊາຍແດນມີຕະຫຼາດຮອງຮັບທີ່ແນ່ນອນ. ສືບຕໍ່ສ້າງບາດກ້າວບຸກທະລຸ ດ້ານການພັດທະນາຊັບພະຍາກອນມະນຸດ ໂດຍຖືເອົາການກໍ່ສ້າງບຳລຸງຍົກລະດັບໃຫ້ແກ່ຖັນແຖວພະນັກ ງານເປັນວຽກສຳຄັນຈຸດສຸມ ເພື່ອສ້າງໃຫ້ໄດ້ພະນັກງານຫຼັກແຫຼ່ງ, ສືບທອດປ່ຽນແທນ ຢ່າງເປັນລະບົບຕໍ່ເນື່ອງ.
ທ່ານ ກ່າວຕື່ມວ່າ: ນອກຈາກ 6 ບັນຫາໃຫຍ່, ການຫັນເປັນທັນ ສະໄໝ ແລະ ຫັນເປັນເສດຖະກິດດີຈີຕອນ ຖືວ່າເປັນທ່າແຮງທີ່ສຳ ຄັນ ສຳລັບການພັດທະນາ ເວົ້າລວມ, ເວົ້າສະເພາະກໍຄືຂະແໜງອຸດສາຫະກຳ ແລະ ການຄ້າ.
ສະນັ້ນ, ໃນຊຸມປີຕໍ່ໜ້າ ຕ້ອງເອົາ ໃຈໃສ່ຫັນການຄຸ້ມຄອງມະຫາພາກ ວຽກງານຂອງຂະ ແໜງອຸດສາຫະກຳ ແລະ ການຄ້າ ໄປຕາມທິດ ຫັນເປັນທັນສະໄໝ ໂດຍການນຳໃຊ້ລະບົບເອເລັກໂຕຣນິກ ເຂົ້າມາຊ່ວຍໃນການຄຸ້ມຄອງບໍລິຫານໃຫ້ຫຼາຍຂຶ້ນ. ໃນຕໍ່ໜ້ານີ້, ຂະແໜງການອຸດສາ ຫະກຳ ແລະ ການຄ້າ ຕ້ອງໄດ້ເປັນເຈົ້າການປະສານງານ ແລະ ຮ່ວມ ມືກັບຂະແໜງການອື່ນໆທີ່ກ່ຽວ ຂ້ອງໃຫ້ໃກ້ຊິດກວ່າເກົ່າ ໃນການເອື້ອອຳນວຍ ແລະ ຊຸກຍູ້ສົ່ງເສີມພາກສ່ວນທຸລະກິດ. ພ້ອມກັນນີ້, ພວກເຮົາຕ້ອງໄດ້ແກ້ໄຂສອງບັນ ຫາໄປພ້ອມກັນຄື: ລັດ ຕ້ອງຕັ້ງໜ້າຊ່ວຍທຸລະກິດ ແລະ ທຸລະ ກິດກໍຕ້ອງຊ່ວຍລັດແທ້ໆ ເພື່ອພ້ອມກັນເຂັ້ມແຂງ. ສົ່ງເສີມໃຫ້ບັນດາວິສາຫະກິດມີການຈັດຕັ້ງສັງກັດ ຕາມພື້ນທີ່, ຕາມສາຂາ ຫຼື ຂະແໜງທຸລະກິດຂອງຕົນເປັນກຸ່ມ, ເປັນສະມາຄົມ, ສຸດທ້າຍກໍແມ່ນສະພາການຄ້າ ແລະ ອຸດສາ ຫະກຳແຫ່ງຊາດ ແລະ ຂັ້ນແຂວງ.
ພ້ອມນີ້, ກໍສົ່ງເສີມໃຫ້ມີເວທີພົບ ປະ, ມີລະບົບລາຍງານ ແຈ້ງຂໍ້ມູນຂ່າວສານ ລະຫວ່າງ ພາກລັດ ແລະ ພາກທຸລະກິດ. ດ້ານໜຶ່ງ; ກໍເພື່ອລາຍງານສະພາບການດຳ ເນີນທຸລະກິດໃຫ້ພາກລັດ ຮັບຊາບຢ່າງເປັນປົກກະຕິ ແລະ ໃນທາງກັບ ກໍເພື່ອແຈ້ງໃຫ້ພາກທຸລະກິດຮັບຊາບກ່ຽວກັບການປ່ຽນແປງໃໝ່ ດ້ານສະພາບການພາຍໃນ ແລະ ພາຍນອກ. ດ້ານຜົນການເຈລະຈາການຄ້າຖ້າມີ, ແຈ້ງການປ່ຽນແປງນະໂຍບາຍ ແລະ ນິຕິກຳ ທີ່ຈະມີຜົນກະທົບຕໍ່ພາກທຸລະກິດ. ດ້ານສອງ; ກໍເພື່ອໃຫ້ພາກລັດເກັບກຳໄດ້ບັນຫາ, ຄຳຄິດເຫັນ, ຂໍ້ສະເໜີຈາກພາກທຸລະ ກິດ ເພື່ອແນໃສ່ບູລະນະປັບປຸງນະໂຍບາຍ ແລະ ນິຕິກຳ ຂອງພາກລັດ. ສະນັ້ນ ເພື່ອເຮັດໃຫ້ວຽກນີ້ດໍາເນີນໄດ້ດີກວ່າເກົ່າ ໂດຍສະເພາະ ກອງປະຊຸມທຸລະກິດລາວ ທີ່ຈັດມາໄດ້ຫຼາຍຄັ້ງແລ້ວນັ້ນ, ກໍໃຫ້ມີການທົບທວນ ແລະ ຖອດຖອນບົດຮຽນຕື່ມ.
ການຈັດປະຊຸມແບບນີ້ ສາມາດແກ້ໄຂໄດ້ລະບໍ ບັນຫາທີ່ເກີດຂຶ້ນ. ການຕິດຕາມຜົນການປະຊຸມ ໄດ້ນຳໄປສູ່ການແກ້ໄຂບັນຫາ ຂອງບັນດາຂະແໜງການກ່ຽວຂ້ອງລະບໍ, ເຮົາຈະຈຳເປັນມີນິຕິກຳແຕ່ງ ຕັ້ງ ຫຼື ກຳນົດໜ້າທີ່ພາລະບົດບາດ ກົນໄກ ຂອງການຈັດກອງປະຊຸມດັ່ງກ່າວຕື່ມບໍ ເພື່ອໃຫ້ພາກສ່ວນຕ່າງໆ ເພີ່ມຄວາມເອົາໃຈໃສ່ຮ່ວມກັນ ໃນວຽກງານຊຸກຍູ້ສົ່ງ ເສີມ ແລະ ພັດທະນາທຸລະກິດ.
(ຂ່າວ-ພາບ:ສຳນານ)