ໃນວັນທີ 7 ກໍລະກົດ 2022 ທີ່ຫ້ອງຮັບ ແຂກສະພາແຫ່ງຊາດ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາດາບ ເອສະກາ (NadavEshcar) ເອກອັກຄະລັດຖະ ທູດ ວິສາມັນ ຜູ້ມີອໍານາດເຕັມແຫ່ງ ອິດສະຣາແອນ ປະຈໍາ ສປປ ລາວ ເຊິ່ງມີສຳນັກ ງານສະຖານທູດຕັ້ງຢູ່ຮ່າໂນຍ ສສ ຫວຽດນາມ ເນື່ອງໃນໂອກາດ ສຳເລັດການປະຕິບັດໜ້າທີ່ການທູດປະຈຳ ສປປ ລາວ.
ໃນໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ນາດາບ ເອສະກາ ທີ່ສຳເລັດໃນການປະຕິບັດໜ້າທີ່ການເປັນເອກອັກຄະລັດຖະທູດ ປະຈຳ ສປປ ລາວຄັ້ງນີ້, ຕະຫລອດການປະຕິບັດໜ້າທີ່ເປັນເວລາ 4 ປີກວ່າ ທ່ານ ທູດ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມືຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ລະຫວ່າງ ລາວ-ອິດສະຣາແອນ ທີ່ມີ ມູນເຊື້ອມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ເພີ່ມພູນຄູນສ້າງຍິ່ງໆຂຶ້ນ, ພ້ອມນີ້ ທ່ານ ຮອງປະທານປະເທດຍັງໄດ້ອວຍພອນໃຫ້ທ່ານທູດ ຈົ່ງປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ໃໝ່ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.
ທ່ານ ນາດາບ ເອສະກາ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານຮອງປະທານປະ ເທດທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຂອບໃຈຕໍ່ ທຸກອົງການຈັດຕັ້ງຂອງທີ່ໄດ້ອຳນວຍຄວາມສະດວກໃນການປະຕິບັດໜ້າທີ່ ໃນການເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ອິດສະຣາແອນ-ລາວ, ລາວ-ອິດສະ ຣາແອນ ໃຫ້ເກີດອອກອອກຜົນຍິ່ງໆຂຶ້ນ.
ລາວ-ອິດສະຣາແອນ ໄດ້ສ້າງຕັ້ງສາຍພົວພັນທາງການທູດນຳກັນມາກ່ອນ, ແຕ່ໄດ້ຕັດສາຍພົວພັນທາງການທູດ ກັບ ສປປ ລາວ(ຍ້ອນບັນຫາທາງດ້ານການເມືອງ) ພາຍຫລັງສະຖາປະນາ ສປປ ລາວ ໃນປີ 1975 ແລະ ໄດ້ຟື້ນຟູສາຍພົວພັນທາງການທູດຄືນໃໝ່ ໃນວັນທີ 6 ທັນວາ 1993, ສຳລັບບັນດາສັນຍາທີ່ສອງຝ່າຍລົງນາມຮ່ວມກັນຜ່ານມາ ມີບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການຮ່ວມມືດ້ານກະສິກຳ ລະຫວ່າງ ກະຊວງກະສິກຳ ແລະ ປ່າໄມ້ ກັບສູນຝຶກອົບຮົມຂອງອິດສະຣາແອນ(ລົງນາມຮ່ວມກັນໃນວັນທີ3 ສິງຫາ 2010), ສັນຍາວ່າດ້ວຍການຮ່ວມມືດ້ານເສດຖະກິດ, ວິທະ ຍາສາດ-ເຕັກນິກ, ໃນນັ້ນອິດສະຣາແອນ ສະເໜີສ້າງຕັ້ງກົນໄກການປຶກສາຫາລື ລະຫວ່າງສອງກະຊວງການຕ່າງປະເທດ ເຊິ່ງປັດຈຸບັນຍັງຢູ່ໃນຂັ້ນຕອນການປຶກສາຫາລື.
ຂ່າວ: ກິດຕາ
ພາບ: ຂັນໄຊ
