ໃນວັນທີ 24 ມັງກອນ 2022 ນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ລົງຢ້ຽມ ຢາມ ແລະ ພົບປະໂອ້ລົມພະນັກ ງານຫຼັກແຫຼ່ງຢູ່ກອງພົນທີ 1 ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະ ຊາຊົນ ລາວຄົບຮອບ 73 ປີ, ມີຄະນະນໍາກະຊວງປ້ອງ ກັນປະ ເທດ, ການນໍາແຂວງ ວຽງຈັນ, ຄະນະພັກ-ຄະນະ ບັນຊາ, ພະນັກ ງານຫຼັກແຫຼ່ງກອງພົນທີ 1 ໃຫ້ການຕ້ອນຮັບ. ສະຫາຍ ພັນເອກ ວົງຈັນ ພັນຈັນທະມານ ຫົວໜ້າການ ເມືອງກອງພົນທີ 1 ໄດ້ລາຍ ງານໂດຍຫຍໍ້ກ່ຽວກັບການ ເຄື່ອນ ໄຫວຈັດຕັ້ງປະຕິບັດ ວຽກງານຕາມພາລະບົດບາດ ໜ້າທີ່ການເມືອງຂອງກົມກອງ ເຊິ່ງໃນຕະ ຫຼອດໄລຍະທີ່ຜ່ານ ມາຄະນະ ພັກ-ຄະນະບັນຊາ ກອງພົນ ໄດ້ສຸມໃສ່ການນຳ ພາປັບປຸງກໍ່ສ້າງກຳລັງ-ກໍ່ສ້າງ ກົມກອງ ໂດຍປິ່ນອ້ອມ 4 ໜ້າທີ່ ໃຫຍ່ 26 ແຜນງານທີ່ຄະນະພັກ ກະຊວງປ້ອງ ກັນປະເທດວາງ ອອກ, ຈັດຕັ້ງກໍາລັງລົງກໍ່ສ້າງ ຮາກຖານການເມືອງ ແລະ ສ້າງ ທ່າສະໜາມສົງຄາມປະຊາຊົນ ໂດຍສຸມໃສ່ຂອບເຂດກົມກອງ ຕັ້ງ ທັບຢູ່ ເຮັດໜ້າທີ່ປ້ອງກັນຊາດ- ປ້ອງກັນຄວາມສະຫງົບຢ່າງ ກວ້າງຂວາງ ສາມາດຮັບປະກັນ ເຮັດໃຫ້ຂອບເຂດຮັບຜິດຊອບ ມີຄວາມສະຫງົບປອດໄພ 100% ໄປຄຽງຄູ່ກັນນັ້ນຍັງໄດ້ເອົາໃຈ ໃສ່ສຶກສາອົບຮົມການເມືອງນໍາ ພາແນວຄິດໃຫ້ພະນັກງານ-ນັກ ຮົບໃນທົ່ວກົມກອງ ມີຄຸນທາດ ການເມືອງໜັກແໜ້ນ, ຮັບຮູ້ເຊື່ອມ ຊຶມບັນດາແນວທາງນະໂຍບາຍ ຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດ 7 ລະບອບ 18 ວຽກ ຂອງກອງທັບວາງອອກ, ສຸມ ໃສ່ວຽກງານອົບ ຮົມ-ຫັດແອບ ປະຈໍາປີ ເພື່ອປັບ ປຸງລະບຽບ ແບບແຜນເຝິກຝົນກໍາລັງແຮງ ກາຍຂອງນາຍ ແລະ ພົນທະຫານ ໃຫ້ມີຄວາມຊຳນິຊຳ ນານ, ຄ່ອງ ແຄ້ວ ໃນການເຄື່ອນ ໄຫວປະຕິ ບັດໜ້າທີ່ວຽກງານຂອງຕົນ ໄດ້ ຍົກສູງນໍ້າໃຈເພິ່ງຕົນເອງກຸ້ມຕົນ ເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ໂດຍຂຸດຄົ້ນແຫຼ່ງທ່າແຮງບົ່ມຊ້ອນຂອງກົມກອງທີ່ມີຢູ່ເຂົ້າໃນການເພີ່ມພູມຜະລິດ ຜົນປູກຝັງ- ລ້ຽງສັດ ເຮັດໃຫ້ຊີວິດ ການເປັນຢູ່ຂອງພະນັກງານ- ນັກ ຮົບໃຫ້ດີຂຶ້ນເທື່ອລະກ້າວ ແລະ ສາ ມາດເຮັດສໍາເລັດໜ້າທີ່ວຽກງານ ຕາມການມອບໝາຍຂອງຂັ້ນ ເທິງຢ່າງມີຜົນສໍາເລັດອັນຈົບ ງາມ.
ໂອກາດດັ່ງກ່າວ, ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ໂອ້ລົມ ຫຼາຍບັນ ຫາທີ່ສຳຄັນ ພ້ອມທັງ ເນັ້ນໜັກໃຫ້ຄະນະພັກ-ຄະນະ ບັນຊາ, ພະ ນັກງານ-ນັກຮົບ ທົ່ວ ກອງພົນ ຈົ່ງພ້ອມກັນເຊີດຊູສະ ຕິລະວັງຕົວ, ປົກປັກຮັກສາແນວ ທາງນະໂຍ ບາຍຂອງພັກ-ລັດ, ໝາກຜົນຂອງການປະຕິວັດ, ປົກ ປັກຮັກສາລະ ບອບໃໝ່ ປະຊາທິ ປະໄຕປະຊາ ຊົນໄວ້ໃຫ້ໝັ້ນຄົງ. ສືບຕໍ່ກໍ່ສ້າງ ແລະ ປັບປຸງຕາໜ່າງ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບທົ່ວປວງຊົນຮອບດ້ານ ຢູ່ຮາກຖານໃຫ້ທົ່ວເຖິງ, ຍົກສູງ ສະຕິເປັນເຈົ້າໃນການປົກປັກຮັກ ສາທ້ອງຖິ່ນ, ຕ້ານປະກົດການ ຫຍໍ້ທໍ້ຕ່າງໆໃຫ້ທັນການ, ເພີ່ມ ທະວີເຮັດວຽກ ງານກໍ່ສ້າງຮາກ ຖານການເມືອງຕິດພັນກັບການ ພັດທະນາຊົນ ນະບົດຮອບດ້ານ ຕາມທິດ 3 ສ້າງ, ກົມກອງຕັ້ງ ທັບຢູ່ບ່ອນໃດຕ້ອງມີໜ້າທີ່ເຮັດ ວຽກງານກໍ່ສ້າງຮາກຖານຢູ່ ບ່ອນນັ້ນໃຫ້ດີ, ຕັ້ງໜ້າປັບປຸງລະ ບົບການເມືອງຢູ່ຂັ້ນຮາກຖານ ບ້ານ, ເສີມຂະ ຫຍາຍສິດເປັນເຈົ້າຂອງປະຊາຊົນເຂົ້າຮ່ວມ ໃນການປົກປັກຮັກສາ ແລະ ພັດ ທະນາທ້ອງຖິ່ນ, ຕັ້ງໜ້າໂຄສະນາ ປຸກລະດົມຂົນຂວາຍປະຊາຊົນ ໃຫ້ມີຄວາມສາມັກຄີ ແລະ ປະຕິ ບັດໜ້າທີ່ປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບຢູ່ຮາກຖານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະ ຫຍາຍມູນເຊື້ອອັນດີງາມຂອງ ກອງທັບ, ຕັ້ງໜ້າປັບ ປຸງກໍ່ສ້າງ ກອງທັບໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ໃນທຸກດ້ານກ້າວຂຶ້ນ ກາຍເປັນກອງທັບປະ ຕິວັດທີ່ມີ ລະບຽບແບບແຜນທັນສະໄໜ ຢ່າງບໍ່ຢຸດຢັ້ງ. ໃນໂອກາດລົງ ເຄື່ອນໄຫວຢ້ຽມຢາມ ແລະ ພົບ ປະໂອ້ລົມພະນັກງານ-ຫຼັກແຫຼ່ງ ກອງພົນທີ 1 ຄັ້ງນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ຍັງໄດ້ເຂົ້າ ຊົມຫໍມູນເຊື້ອ, ກົມກອງວັດທະນະ ທໍາຂອງກອງພົນທີ 1 ພ້ອມທັງ ມອບວັດຖຸປັດໄຈ ແລະ ເຄື່ອງອຸ ປະໂພກ-ບໍລິໂພກຈໍານວນໜຶ່ງ ໃຫ້ກົມກອງ ເພື່ອເປັນການຊຸກຍູ້ກໍາລັງແຮງໃຈໃຫ້ພະນັກງານ- ນັກ ຮົບ ເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ມີຜົນສໍາເລັດອັນໃໝ່ໃຫຍ່ຫຼວງ ກວ່າເກົ່າ.
ຂ່າວ;ພາບ: ຫນັງສືພິມ ກອງທັບ






